Copy of site cover (55)
ການໂຈມຕີແບບ DDoS ແມ່ນຫຍັງ? ແລະ ເປັນຫຍັງ SMEs ຕ້ອງລະວັງ
ຮຽບຮຽງໂດຍ:kaling
ເຜີຍແຜ່: 13 May, 2025

ໃນໂລກທຸລະກິດຍຸກດິຈິຕອນທີ່ທຸກລະບົບຕ່າງເຊື່ອມໂຍງກັນຜ່ານອິນເຕີເນັດ, ຄວາມຕໍ່ເນື່ອງໃນການໃຫ້ບໍລິການທາງອອນລາຍຖືເປັນເລື່ອງທີ່ມີຄວາມສຳຄັນຫຼາຍ. ການຢຸດຊະງັກຂອງລະບົບພຽງແຕ່ຊົ່ວຄູ່, ອາດໝາຍເຖິງໂອກາດທີ່ສູນເສຍໄປທັງດ້ານລາຍໄດ້, ຄວາມໜ້າເຊື່ອຖື, ແລະ ຄວາມພໍໃຈຂອງລູກຄ້າ. ໜຶ່ງໃນໄພງຽບທີ່ສາມາດເຮັດໃຫ້ລະບົບລົ່ມໂດຍບໍ່ຕ້ອງມີການແຮັກຂໍ້ມູນຫຼືເຈາະລະບົບໃດໆ ຄືການໂຈມຕີແບບ DDoS (Distributed Denial of Service).

DDoS ຫຼື Distributed Denial of Service ແມ່ນຫຍັງ?

DDoS ເປັນການໂຈມຕີທີ່ອາໄສການສົ່ງຄຳຂໍເຂົ້າໄປຍັງເວັບໄຊຫຼືເຊີເວີຈຳນວນຫຼາຍໃນເວລາດຽວກັນ, ໂດຍໃຊ້ເຄື່ອງຄອມພິວເຕີຈຳນວນຫຼາຍທີ່ຖືກຄວບຄຸມຈາກລະຍະໄກ, ຫຼື ທີ່ເອີ້ນວ່າ “Botnet”. ຈຸດມຸ່ງໝາຍຂອງການໂຈມຕີນີ້ບໍ່ແມ່ນເພື່ອການຂະໂມຍຂໍ້ມູນ, ແຕ່ເພື່ອເຮັດໃຫ້ລະບົບບໍ່ສາມາດໃຫ້ບໍລິການໄດ້ຕາມປົກກະຕິ, ໂດຍທີ່ຜູ້ໃຊ້ງານຈິງຈະບໍ່ສາມາດເຂົ້າເຖິງເວັບໄຊຫຼືແອັບພລິເຄຊັນໄດ້, ເນື່ອງຈາກລະບົບຕ້ອງຮັບພາລະໜັກເກີນກວ່າທີ່ຈະຮອງຮັບໄດ້.

“Botnet” (ມາຈາກຄຳວ່າ robot + network) ໝາຍເຖິງກຸ່ມອຸປະກອນທີ່ຖືກຄວບຄຸມຈາກລະຍະໄກແລະເຮັດໃຫ້ຕິດມັນແວ, ເຊິ່ງອຸປະກອນສາມາດເປັນຫຍັງກໍໄດ້ທີ່ເຊື່ອມຕໍ່ກັບອິນເຕີເນັດໄດ້, ເຊັ່ນ: ຄອມພິວເຕີ, ເວັບແຄມ, ເຣົາເຕີ, ຫຼື ອຸປະກອນ IoT ອື່ນໆ.

**Zombies ຄື Botnet ຫຼື ກຸ່ມອຸປະກອນທີ່ຖືກຄວບຄຸມຈາກລະຍະໄກແລະຖືກເຮັດໃຫ້ຕິດມັນແວ.

ຈຸດປະສົງຂອງການໂຈມຕີດ້ວຍ DDoS

ຜູ້ບໍ່ຫວັງດີເລືອກໃຊ້ການໂຈມຕີແບບ DDoS ດ້ວຍເຫດຜົນທີ່ແຕກຕ່າງກັນໄປ, ຂຶ້ນຢູ່ກັບເປົ້າໝາຍແລະບໍລິບົດຂອງການກະທຳ. ໂດຍທົ່ວໄປແລ້ວ, ຈຸດປະສົງຂອງການໂຈມຕີມັກກ່ຽວຂ້ອງກັບຜົນກະທົບທາງທຸລະກິດຫຼືຄວາມໝັ້ນຄົງປອດໄພ.

ຕົວຢ່າງຂອງວັດຖຸປະສົງທີ່ພົບເລື້ອຍ, ເຊັ່ນ:

  • ກໍ່ກວນຫຼືທຳລາຍຄວາມໜ້າເຊື່ອຖືຂອງອົງກອນ, ໂດຍສະເພາະຊ່ວງທີ່ມີແຄມເປນສຳຄັນ, ເຊັ່ນ: ການຈັດໂປຼໂມຊັນ ຫຼື ກິດຈະກຳເປີດຕົວສິນຄ້າ
  • ຮຽກຄ່າໄຖ່, ໂດຍການຂົ່ມຂູ່ວ່າຈະບໍ່ຢຸດການໂຈມຕີ, ຈົນກວ່າຈະໄດ້ຮັບເງິນຕາມທີ່ຮຽກຮ້ອງ
  • ບ່ຽງເບນຄວາມສົນໃຈຂອງທີມໄອທີ, ເພື່ອໃຫ້ຜູ້ໂຈມຕີສາມາດແອບດຳເນີນການອື່ນໆ ທີ່ຮ້າຍແຮງກວ່າ, ເຊັ່ນ: ການເຈາະລະບົບ
  • ທົດສອບຝີມືຫຼືໂຊສັກຍະພາບ, ໂດຍສະເພາະຈາກກຸ່ມແຮັກເກີຫຼືບຸກຄົນທົ່ວໄປທີ່ຕ້ອງການສ້າງຊື່ສຽງ
  • ໂຈມຕີເພື່ອວັດຖຸປະສົງທາງການເມືອງ, ເຊັ່ນ: ເວັບໄຊຂອງໜ່ວຍງານພາກລັດ

ຜົນກະທົບທີ່ຕາມມາ

ເຖິງແມ່ນວ່າ DDoS ຈະບໍ່ແມ່ນການໂຈລະກຳຂໍ້ມູນໂດຍກົງ, ແຕ່ຜົນກະທົບທີ່ເກີດຂຶ້ນສາມາດສົ່ງຜົນຮຸນແຮງຕໍ່ທຸລະກິດໄດ້ໃນຫຼາຍດ້ານ, ເຊັ່ນ: ການສູນເສຍລາຍໄດ້ໃນຊ່ວງເວລາທີ່ລະບົບບໍ່ສາມາດໃຫ້ບໍລິການໄດ້, ຄວາມເສຍຫາຍດ້ານຊື່ສຽງ, ການສູນເສຍຄວາມເຊື່ອໝັ້ນຈາກລູກຄ້າ, ລວມເຖິງຄ່າໃຊ້ຈ່າຍໃນການກູ້ຄືນລະບົບ, ເຊິ່ງອາດສູງກວ່າຄວາມຄາດໝາຍຫຼາຍເທົ່າ.

ແນວທາງການປ້ອງກັນ

ບໍລິສັດສາມາດຫຼຸດຄວາມສ່ຽງຈາກການໂຈມຕີແບບ DDoS ໄດ້, ດ້ວຍການກຽມຄວາມພ້ອມທັງດ້ານເຕັກນິກແລະການຈັດການ, ເຊິ່ງແນວທາງທີ່ແນະນຳມີດັ່ງນີ້:

ວາງໂຄງສ້າງລະບົບເຄືອຂ່າຍໃຫ້ສາມາດຮອງຮັບໂຫຼດສູງ

ໂດຍສະເພາະໃນຊ່ວງທີ່ຄາດວ່າຈະມີຜູ້ໃຊ້ງານຫຼາຍ, ເຊິ່ງສາມາດເຮັດໄດ້ໂດຍການໂອ້ລົມກັບທີມພັດທະນາເວັບໄຊ, ເພື່ອແຈ້ງເງື່ອນໄຂໃນການວາງແລະພັດທະນາໂຄງສ້າງເວັບວ່າຕ້ອງການຫຍັງແດ່, ເຊັ່ນ:

  • ເວັບໄຊຕ້ອງຮອງຮັບຜູ້ໃຊ້ງານຈຳນວນຫຼາຍພ້ອມກັນ, ເຊັ່ນ: 1,000 users ໃນຊ່ວງເວລາດຽວ
  • ເວັບຕ້ອງໂຫຼດໄດ້ໄວ, ບໍ່ລົ່ມ, ແມ່ນໃນຊ່ວງພີກ
  • ລະບົບສາມາດຂະຫຍາຍຂະໜາດຮອງຮັບຜູ້ໃຊ້ງານທີ່ເພີ່ມຂຶ້ນໃນອະນາຄົດ
  • ຕ້ອງມີລະບົບສຳຮອງຂໍ້ມູນ (Backup) ແລະ ລະບົບຄວາມປອດໄພທີ່ມີປະສິດທິພາບ, ເຊັ່ນ: Firewall

ກຳນົດແຜນຮັບມືເຫດສຸກເສີນ

ຄວນມີຄູ່ມືຫຼືແນວທາງປະຕິບັດເມື່ອເກີດການໂຈມຕີ, ເຊັ່ນ:

  • ການບລັອກ IP ແປກປອມຊົ່ວຄາວ, ເຊັ່ນ: ຫາກພົບວ່າມີການເຂົ້າເຖິງເວັບໄຊຈາກ IP ແປກໆ ຈຳນວນຫຼາຍໃນເວລາດຽວກັນ, ລະບົບຄວນສາມາດບລັອກ IP ເຫຼົ່ານັ້ນຊົ່ວຄາວໂດຍອັດຕະໂນມັດ, ພ້ອມແຈ້ງເຕືອນໃຫ້ທີມໄອທີກວດສອບ
  • ການເປີດໃຊ້ງານ “ໂໝດປ້ອງກັນ DDoS” (DDoS Protection Mode) ເທິງລະບົບ Cloud ຫຼື ບໍລິການທີ່ໃຊ້, ເຊັ່ນ: Cloudflare ຫຼື ບໍລິການຂອງຜູ້ໃຫ້ບໍລິການ Hosting

ຫາກທ່ານສົນໃຈກ່ຽວກັບໂໝດປ້ອງກັນ DDoS ໃນ Cloudflare ສາມາດອ່ານຕໍ່ເພີ່ມເຕີມໄດ້ທີ່: DDoS Protection & Mitigation Solutions | Cloudflare

ຕິດຕາມແລະເຝົ້າລະວັງ Traffic ຢ່າງຕໍ່ເນື່ອງ

ເພື່ອໃຫ້ສາມາດກວດຈັບພຶດຕິກຳຜິດປົກກະຕິໄດ້ທັນທີທີ່ພົບ, ເຊັ່ນ:

  • ເບິ່ງປະລິມານການໃຊ້ງານ (Bandwidth Usage) ເພື່ອກວດສອບວ່າມີ Traffic ເຂົ້າເວັບໄຊຫຼືລະບົບຫຼາຍຜິດປົກກະຕິບໍ່
  • ວິເຄາະແຫຼ່ງທີ່ມາຂອງ Traffic ກວດສອບວ່າຜູ້ໃຊ້ງານມາຈາກປະເທດໃດ, IP ໃດ, ມີລັກສະນະການເຂົ້າເຖິງທີ່ຜິດປົກກະຕິບໍ່, ເຊັ່ນ: ຈຳນວນ Request ຫຼາຍເກີນໄປໃນເວລາອັນສັ້ນ
  • ຕັ້ງລະບົບແຈ້ງເຕືອນເມື່ອມີຄວາມຜິດປົກກະຕິ, ເຊັ່ນ: ເມື່ອມີຄົນເຂົ້າໃຊ້ງານພ້ອມກັນເກີນຄ່າທີ່ກຳນົດ ຫຼື ມີການສົ່ງຄຳຂໍຊ້ຳໆ ຈາກທີ່ຢູ່ IP ດຽວ

ການໂຈມຕີແບບ DDoS ອາດເບິ່ງຄືບໍ່ຮຸນແຮງ, ເນື່ອງຈາກບໍ່ມີການຂະໂມຍຂໍ້ມູນຫຼືລະຫັດຜ່ານ, ແຕ່ໃນຄວາມເປັນຈິງ, ຜົນກະທົບທີ່ເກີດຈາກການບໍ່ສາມາດໃຫ້ບໍລິການໄດ້ຕາມປົກກະຕິນັ້ນ, ອາດເຮັດໃຫ້ບໍລິສັດສູນເສຍທັງລາຍໄດ້, ຄວາມເຊື່ອໝັ້ນ, ແລະ ພາບພົດຢ່າງຫຼາຍ, ໂດຍສະເພາະຫາກເກີດໃນຊ່ວງເວລາສຳຄັນ. ດ້ວຍເຫດນີ້, ບໍລິສັດຈຶ່ງຄວນໃຫ້ຄວາມສຳຄັນກັບການປ້ອງກັນລ່ວງໜ້າ, ຫຼາຍກວ່າການລໍໃຫ້ເຫດການເກີດຂຶ້ນແລ້ວຄ່ອຍແກ້ໄຂໃນພາຍຫຼັງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ