site-cover (81)
ປູຕິນ ສະເໜີຈັດເຈລະຈາຍຸຕິສົງຄາມກັບ "ຢູເຄຣນ" 15 ພຶດສະພານີ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 13 May, 2025
ໝວດ: ຂ່າວ

ຜູ້ນຳຣັດເຊຍ ເອີ່ຍປາກຂໍຈັດການເຈລະຈາທາງກົງກັບຢູເຄຣນ ເພື່ອຍຸຕິການສູ້ຮົບທີ່ຍືດເຍື້ອຫຼາຍກວ່າ 3 ປີ ລະບຸວ່າຕ້ອງການໂອ້ລົມກັນໃນຕຸລະກີ ວັນທີ 15 ພຶດສະພານີ້

 

ວັນທີ່ 11 ພຶດສະພາ 2025 ວລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ສະເໜີຈັດການເຈລະຈາທາງກົງກັບຢູເຄຣນໃນວັນທີ 15 ພຶດສະພານີ້ ໂດຍລະບຸວ່າ ຄວນເລີ່ມເຈລະຈາທັນທີ ບໍ່ໃຫ້ຊັກຊ້າ ເພື່ອສ້າງສັນຕິພາບທີ່ຍັ່ງຍືນ ແລະ ກຳຈັດຕົ້ນຕໍຂອງສົງຄາມ ຊຶ່ງຜູ້ນຳຣັດເຊຍລະບຸດ້ວຍວ່າ ເປັນໄປໄດ້ທີ່ການເຈລະຈາຈະນຳມາຊຶ່ງການຢຸດຍິງ ຫຼື ການສະຫງົບສຶກຄັ້ງໃໝ່

 

ຜູ້ນຳຣັດເຊຍ ຍັງລະບຸດ້ວຍວ່າ ຈະລົມກັບເຣເຊບ ໄທຢິບ ເອີດວນ ປະທານາທິບໍດີຕຸລະກີ ເຖິງລາຍລະອຽດການເຈລະຈາດັ່ງກ່າວ ຫຼັງຈາກລະບຸວ່າ ຕ້ອງການຈັດການເຈລະຈາທີ່ນະຄອນອິສຕັນບູນຂອງຕຸລະກີ ຂະນະທີ່ກ່ອນໜ້ານີ້ການໂອ້ລົມກັນໂດຍກົງລະຫວ່າງຣັດເຊຍກັບຢູເຄຣນຄັ້ງລ່າສຸດເກີດຂຶ້ນຕັ້ງແຕ່ຊ່ວງແລກທີ່ຣັດເຊຍເປີດສາກບຸກຢູເຄຣນເມື່ອຕົ້ນປີ 2022 ຫຼື ກວ່າ 3 ປີແລ້ວ

 

ທ່າທີດັ່ງກ່າວມີຂຶ້ນຫຼັງຜູ້ນຳຊາດຢູໂຣບເດີນທາງຢ້ຽມຢາມຢູເຄຣນ ແລະ ຮຽກຮ້ອງໃຫ້ຣັດເຊຍຕົກລົງຢຸດຍິງໃນຢູເຄຣນໂດຍບໍ່ມີເງື່ອນໄຂເປັນເວລາ 30 ວັນ ເລີ່ມຈາກວັນທີ 12 ພຶດສະພານີ້

 

ຂະນະທີ່ຢູເຄຣນຍັງບໍ່ໄດ້ສະແດງທ່າທີໃດໆ ຕໍ່ຂໍ້ສະເໜີຄັ້ງນີ້ຂອງຜູ້ນຳຣັດເຊຍ ໂດຍທີ່ຜ່ານມາຊ່ວງທີ່ຣັດເຊຍສະເໜີຢຸດຍິງກັບຢູເຄຣນ 3 ວັນ ລະຫວ່າງຈັດງານສະເຫຼີມສະຫຼອງໄຊຊະນະຕໍ່ອະດີດນາຊີເຢຍລະມັນ ຊ່ວງສົງຄາມໂລກຄັ້ງທີ 2 ຜູ້ນຳຢູເຄຣນ ລະບຸວ່າ ບໍ່ມີຄວາມປ່ຽນແປງໃດໆ ເກີດຂຶ້ນ ຂະນະທີ່ຣັດເຊຍກ່າວຫາຢູເຄຣນວ່າລະເມີດການຢຸດຍິງ ໂດຍສົ່ງໂດຣນໂຈມຕີຣັດເຊຍທາງອາກາດເຖິງ 524 ຕົວ ລວມເຖິງໃຊ້ຂີປະນາວຸດຂອງຊາດຕາເວັນຕົກໂຈມຕີຣັດເຊຍດ້ວຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ