site-cover (84)
ແຈ້ງການ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 13 May, 2025
ໝວດ: ຂ່າວ

⚠️ ແຈ້ງການ

 

ຮຽນ/ເຖິງ: ຜູ້ນໍາໃຊ້ບັນຊີສື່ສັງຄົມອອນລາຍໃນທົ່ວສັງຄົມ.

 

ເລື່ອງ: ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ.

 

  • ອີງຕາມ ກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ, ເລກທີ 61/ສພຊ, ລົງວັນທີ 15 ກໍລະກົດ 2015.

 

ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍແຈ້ງເຕືອນມາຍັງຜູ້ນໍາໃຊ້ສື່ສັງຄົມອອນລາຍຊາບວ່າ: ໃນເດືອນ ເມສາ 2025 ທີ່ຜ່ານມາ ທາງ Facebook page ຂອງການບິນລາວ ໄດ້ອອກແຈ້ງເຕືອນການຫຼອກລວງຜ່ານທາງອອນລາຍ ໂດຍການອ້າງຊື່ເປັນການບິນລາວ ສະເໜີໂປໂມຊັ່ນພິເສດໂຄສະນາຫາເຫຍື່ອຜ່ານທາງສື່ອອນລາຍ ເຊັ່ນ: ເຟສບຸກ, ວອດແອັບ ແລະ ອື່ນໆ

 

ໂດຍຜ່ານການໃຊ້ວິທີການສົ່ງຂໍ້ຄວາມພ້ອມແນບລິ້ງ ຫຼື ໂທຫາເຫຍື່ອ ໂດຍອ້າງວ່າເຫຍື່ອໄດ້ຮັບລາງວັນ ສ້າງແຮງຈູງໃຈໃຫ້ເຫຍື່ອເຮັດຕາມຄໍາແນະນໍາ ອາດຈະໃຫ້ເຫຍື່ອລົງທະບຽນ ໂດຍປ້ອນຂໍ້ມູນສ່ວນຕົວຕ່າງໆ ຫຼື ຫຼອກໃຫ້ຕິດຕັ້ງແອັບພິເຄຊັ່ນ ທີ່ຈະໃຊ້ຄວບຄຸມໂທລະສັບຂອງເຫຍື່ອ ຊຶ່ງສາມາດເບິ່ງລະຫັດຜ່ານ ແລະ ລະຫັດ OTP, ເຮັດໃຫ້ຄົນຮ້າຍສາມາດລັກເອົາເງິນ ແລະ ຂໍ້ມູນສ່ວນຕົວຂອງເຫຍື່ອໄດ້.

 

ປັດຈຸບັດເກີດການສູນເສຍເງິນເປັນຈໍານວນຫຼາຍ ພ້ອມທັງຂໍ້ມູນສ່ວນຕົວ.

 

ສະນັ້ນ, ຈຶ່ງແຈ້ງເຕືອນໃຫ້ຜູ້ໃຊ້ສື່ສັງຄົມອອນລາຍ ມີສະຕິລະວັງຕົວ ແລະ ມີສະຕິໃນການນໍາໃຊ້ສື່ສັງຄົມອອນລາຍ ໂດຍສາມາດພິຈະລະນາປະຕິບັດຕາມຄໍາແນະນໍາ ດັ່ງລຸ່ມນີ້:

 

  1. ຢ່າຫຼົງເຊື່ອການໂຄສະນາເກີນຈິງ ຫຼື ມີທີ່ມາບໍ່ໜ້າເຊື່ອຖື ຖ້າມີການສະເໜີເງິນ ຫຼື ລາງວັນຫຍັງ ໂດຍບໍ່ຮູ້ຄວາມເປັນມາໃຫ້ຄິດໄວ້ກ່ອນສະເໝີວ່າແມ່ນການຫຼອກລວງ;
  2. ຖ້າບໍ່ແນ່ໃຈໃຫ້ຕິດຕໍ່ຫາພາກສ່ວນທີ່ກ່ຽວຂ້ອງຜ່ານຊ່ອງທາງທາງການຂອງພາກສ່ວນນັ້ນ ເພື່ອຢືນຢັນຄວາມຖືກຕ້ອງ ເຊັ້ນ: ຜ່ານທາງເບີໂທ, ອີເມວ ແລະ ອື່ນໆ;

  3. ບໍ່ຄວນກົດລິ້ງໃດໆກໍ່ຕາມ ທີ່ມີແຫຼ່ງທີ່ມາບໍ່ຫນ້າເຊື່ອຖື;

  4. ບໍ່ຄວນຕິດຕັ້ງແອັບພິເຄຊັ່ນທີ່ບໍ່ໜ້າເຊື່ອຖື ຊຶ່ງແອັບພິເຄຊັ່ນທີ່ຫນ້າເຊື່ອຖືພື້ນຖານຄວນຈະແມ່ນແອັບທີ່ຢູ່ໃນຮ້ານຄ້າທາງການທີ່ຮັບປະກັນຄວາມປອດໄພ ເຊັ່ນ: App Store, Google Play Store ແລະ ອື່ນໆ ພ້ອມທັງອ່ານລາຍລະອຽດສິດທິການເຂົ້າເຖິງມືຖືກ່ອນການຕິດຕັ້ງ ໂດຍບໍ່ຄວນເກີນຄວາມຈໍາເປັນການໃຊ້ງານຂອງແອັບພິເຄຊັ່ນນັ້ນ;

  5. ຕິດຕາມຂ່າວສານ ແລະ ສຶກສາຄວາມຮູ້ພື້ນຖານ ດ້ານຄວາມປອດໄພທາງໄຊເບີ ເພື່ອໃຫ້ຮູ້ທັນໄພຄຸກຄວາມທາງໄຊເບີ;

  6. ຫາກມີຂໍ້ສົງໄສ ຫຼື ຕ້ອງການຄໍາແນະນໍາ ສາມາດຕິດຕໍ່ຫາກົມຄວາມປອດໄພໄຊເບີຜ່ານຊ່ອງທາງທີ່ມີໃນເວັບໄຊ https://www.dcs.gov.la ຫຼື https://www.laocert.gov.la ແລະ ໂທຂໍຄໍາປຶກສາ 021 254508 (ໃນໂມງລັດຖະການ) ຫຼື Call Center ຂອງບັນດາບໍລິສັດທີ່ກ່ຽວຂ້ອງ.

 

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາຜູ້ນໍາໃຊ້ສັງຄົມອອນລາຍໃຫ້ລະມັດລະວັງຕົນເອງ ຕາມແຈ້ງການນີ້ດ້ວຍ.

 

 

 

 

 

ທີ່ມາ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ