site-cover (85)
ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີເກົາຫຼີໃຕ້ ສະເໜີນະໂຍບາຍເຮັດວຽກ 4.5 ວັນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 14 May, 2025

ໂຊລ 14 ພຶດສະພາ – ທ່ານ ອີ ແຈ-ມຽງ ຜູ້ສະໝັກຊິງຕໍາແໜ່ງປະທານາທິບໍດີເກົາຫລີໃຕ້ທີ່ຖືກມອງວ່າເປັນຜູ້ນໍາໜ້າທີ່ຈະຊະນະການເລືອກຕັ້ງ

 

ໄດ້ນໍາໃຊ້ກົນລະຍຸດຫາສຽງດ້ວຍນະໂຍບາຍ ‘ຫລຸດເວລາເຮັດວຽກຕໍ່ອາທິດ’ ໃຫ້ເຫລືອພຽງແຕ່ 4.5 ວັນ ໂດຍຫວັງໃຫ້ເກີດຄວາມສົມດຸນລະຫວ່າງການເຮັດວຽກແລະຊີວິດສ່ວນຕົວ (work-life balance) ເພື່ອດຶງຄະແນນສຽງຈາກຄົນເຮັດວຽກແລະຄົນລຸ້ນໃໝ່

 

ທ່ານ ອີ ແຈ-ມຽງ ຈາກພັກປະຊາທິປະໄຕ ຊຶ່ງເປັນພັກຝ່າຍຄ້ານທີ່ມີແນວທາງເສລີນິຍົມ ແລະ ເປັນຜູ້ນໍາໜ້າໃນການເລືອກຕັ້ງທີ່ຈະມີຂຶ້ນໃນວັນທີ 3 ມິຖຸນານີ້ ໄດ້ນໍາສະເໜີນະໂຍບາຍຫາສຽງທີ່ກໍາລັງຖືກກ່າວເຖິງຢ່າງຫຼວງຫຼາຍ

 

ນັ້ນຄື ການປັບຊົ່ວໂມງການເຮັດວຽກໃຫ້ເຫຼືອ 4.5 ວັນຕໍ່ອາທິດ ຫຼື ຈາກ 40 ຊົ່ວໂມງເຫຼືອ 36 ຊົ່ວໂມງຕໍ່ອາທິດ ໂດຍທີ່ບໍ່ຫຼຸດຄ່າຈ້າງ ໂດຍຫວັງເອົາໃຈກຸ່ມຜູ້ມີສິດອອກສຽງຄົນໄວເຮັດວຽກທີ່ຕ້ອງການສ້າງສົມດຸນການໃຊ້ຊີວິດ ຫຼື ເວີຄ-ໄລຟ-ບາລານຊ (work-life balance)

 

 

ສ່ວນພັກພະລັງປະຊາຊົນ ຊຶ່ງເປັນພັກຂອງລັດຖະບານ ໄດ້ສະເຫນີມາດຕະການບໍ່ຫລຸດຊົ່ວໂມງການເຮັດວຽກລວມ ແຕ່ໃຫ້ປ່ຽນເປັນການເຮັດວຽກເພີ່ມວັນລະ 1 ຊົ່ວໂມງ ໃນວັນຈັນເຖິງວັນພະຫັດ ເພື່ອໃຫ້ໄດ້ຢຸດເຄິ່ງວັນໃນວັນສຸກ ໂດຍບໍ່ໄດ້ບັງຄັບໃຊ້ກັບທຸກບໍລິສັດ ແຕ່ເປີດທາງໃຫ້ໄປຕັດສິນໃຈກັນເອງ

 

ນະໂຍບາຍຫລຸດເວລາເຮັດວຽກໄດ້ເຮັດໃຫ້ພາກທຸລະກິດເລີ່ມສະແດງຄວາມກັງວົນ ໂດຍສະເພາະຕໍ່ຂໍ້ສະເຫນີຂອງພັກປະຊາທິປະໄຕ

 

ໂດຍຊີ້ວ່າ ການຫລຸດຊົ່ວໂມງການເຮັດວຽກໂດຍບໍ່ເພີ່ມຜົນຜະລິດ ຈະຍິ່ງສ້າງພາລະໃຫ້ທຸລະກິດ ໂດຍສະເພາະບໍລິສັດຂະຫນາດກາງແລະນ້ອຍ ທີ່ກຳລັງປະເຊີນກັບບັນຫາການຂາດແຄນແຮງງານ ແລະ ມີຕົ້ນທຶນເພີ່ມ.

 

ຢ່າງໃດກໍຕາມ, ສະຫະພາບແຮງງານຫລັກຂອງປະເທດໄດ້ອອກມາສະຫນັບສະຫນູນແນວຄິດນີ້ ພ້ອມຊີ້ວ່າບໍລິສັດຍັກໃຫຍ່ຫລາຍແຫ່ງ ເຊັ່ນ: ເອສເຄ ເທເລຄອມ (SK Telecom), ໂພສໂຄ (POSCO) ບໍລິສັດຜະລິດເຫລັກກ້າ ແລະ ຊຳຊຸງ (Samsung) ຕ່າງກໍມີນະໂຍບາຍລັກສະນະນີ້ຢູ່ແລ້ວ ເຊັ່ນ: ຢຸດທຸກວັນສຸກ ເດືອນລະ 2 ຄັ້ງ

 

ຜູ້ຊ່ຽວຊານເຫັນວ່າ ການປ່ຽນຜ່ານເພື່ອໄປສູ່ການຫລຸດເວລາເຮັດວຽກຕໍ່ອາທິດໄດ້ຈິງອາດຕ້ອງໃຊ້ເວລາ 4-5 ປີ ຄ້າຍຄືກັບການປ່ຽນຈາກການເຮັດວຽກອາທິດລະ 6 ວັນ ເປັນ 5 ວັນໃນອະດີດ ນອກຈາກນີ້ຍັງຕ້ອງໄດ້ຮັບການສະຫນັບສະຫນູນຢ່າງເຂັ້ມແຂງຈາກພາກລັດ ເຊັ່ນ: ເງິນອຸດຫນູນ ຫລື ການຫລຸດພາສີ ທີ່ຈະຊ່ວຍໃຫ້ນະໂຍບາຍນີ້ເປັນຈິງຂຶ້ນມາໄດ້ໄວຂຶ້ນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ