site-cover (86)
ຊາອຸດີອາຣາເບຍຕົກລົງຊື້ອາວຸດ-ລົງທຶນກັບສະຫະລັດອາເມຣິກາ 600,000 ລ້ານໂດລາ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 14 May, 2025
ໝວດ: ຂ່າວ

ທຳນຽບຂາວປະກາດວ່າ ຊາອຸດີອາຣາເບຍໄດ້ເຮັດຂໍ້ຕົກລົງການລົງທຶນກັບສະຫະລັດອາເມຣິກາ ໃນວົງເງິນ 600,000 ລ້ານໂດລາ

 

ໃນລະຫວ່າງທີ່ປະທານາທິບໍດີໂດນັລ ທຣຳ ເດີນທາງຢ້ຽມຢາມຊາອຸດີອາຣາເບຍເມື່ອ ວານນີ້ (13 ພຶດສະພາ) ຊຶ່ງເປັນໜຶ່ງໃນພາລະກິດຢ້ຽມຢາມຕາເວັນອອກກາງ

 

ໜຶ່ງໃນຂໍ້ຕົກລົງທີ່ສຳຄັນຄື ຂໍ້ຕົກລົງຂາຍອາວຸດເກືອບ 142,000 ລ້ານໂດລາ ໂດຍສະຫະລັດຈະຈັດຫາຍຸດໂທປະກອນທີ່ລ້ຳສະໄໝໃຫ້ແກ່ຊາອຸດີອາຣາເບຍ ຊຶ່ງເປັນການເຮັດຂໍ້ຕົກລົງກັບບໍລິສັດຜະລິດອາວຸດຂອງສະຫະລັດຫຼາຍກວ່າ 10 ແຫ່ງ ແລະ ວົງເງິນໃນຂໍ້ຕົກລົງດັ່ງກ່າວສູງເກືອບ 2 ເທົ່າຂອງງົບປະມານປ້ອງກັນປະເທດຂອງຊາອຸດີອາຣາເບຍໃນປີນີ້ ຊຶ່ງຢູ່ທີ່ 78,000 ລ້ານໂດລາ

 

ດ້ານມົງກຸດຣາຊະກຸມານ ໂມຮຳເໝັດ ບິນ ຊັລມານ ແຫ່ງຊາອຸດີອາຣາເບຍ ກ່າວວ່າ ເປົ້າໝາຍຂອງການລົງທຶນດັ່ງກ່າວແມ່ນເພື່ອຍົກລະດັບຄວາມຮ່ວມມືລະຫວ່າງສະຫະລັດອາເມຣິກາ ແລະ ຊາອຸດີອາຣາເບຍ ໃຫ້ມີມູນຄ່າສູງເຖິງ 1 ລ້ານລ້ານໂດລາ ໂດຍຄອບຄຸມດ້ານການທະຫານ, ຄວາມໝັ້ນຄົງ, ເສດຖະກິດ, ແລະ ເຕັກໂນໂລຊີ

 

ຕົວເລກການລົງທຶນຄັ້ງນີ້ ຍັງລວມເຖິງເມັດເງິນລົງທຶນຮ່ວມກັນມູນຄ່າ 80,000 ລ້ານໂດລາ ຈາກບໍລິສັດ DataVolt // Google // Oracle // AMD // ແລະ Uber ສຳລັບການລົງທຶນທັງໃນສະຫະລັດອາເມຣິກາ ແລະ ຊາອຸດີອາຣາເບຍ

 

 

ນອກຈາກນີ້ ທ່ານທຣຳໄດ້ປະກາດໃນລະຫວ່າງການຢ້ຽມຢາມຊາອຸດີອາຣາເບຍວ່າ ເພິ່ນວາງແຜນຈະຍົກເລີກມາດຕະການຄວ່ຳບາດຕໍ່ຊີເຣຍ ຫຼັງຈາກລັດຖະບານຂອງທ່ານ ບາຊາ ອັລ-ອັສຊາດ ລົ້ມສະລາຍ ການເຮັດເຊັ່ນນີ້ຈະມອບໂອກາດໄປສູ່ຄວາມຍິ່ງໃຫຍ່ໃຫ້ແກ່ຊີເຣຍ

 

ທ່ານທຣຳລະບຸດ້ວຍວ່າ ເພິ່ນຕັດສິນໃຈເລື່ອງການຍົກເລີກຄວ່ຳບາດຊີເຣຍ ຫຼັງຈາກໄດ້xປຶກສາຫາລືກັບເຈົ້າຊາຍໂມຮຳເໝັດ ບິນ ຊັລມານ ມົງກຸດຣາຊະກຸມານແຫ່ງຊາອຸດີອາຣາເບຍ ລວມເຖິງ ທ່ານເຣເຈບ ໄຕຢິບ ເອໂດອັນ ປະທານາທິບໍດີຕຸລະກີ

 

ທີ່ຜ່ານມາຊີເຣຍ ປະເຊີນການດູຖູກ ສົງຄາມ ການສູ້ຮົບມາເປັນເວລາຫຼາຍປີ ນັ້ນຄືເຫດຜົນທີ່ຈະເລີ່ມກ້າວແລກໄປສູ່ການຟື້ນຟູຄວາມສຳພັນລະດັບປົກກະຕິ ລະຫວ່າງສະຫະລັດອາເມຣິກາກັບຊີເຣຍເປັນຄັ້ງທຳອິດໃນຮອບກວ່າ 10 ປີ ສ່ວນທ່ານມາໂກ ຣູບິໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຈະພົບລັດຖະມົນຕີຝ່າຍຊີເຣຍ ທີ່ຕຸລະກີໃນຊ່ວງທ້າຍອາທິດນີ້

 

ດ້ານທຳນຽບຂາວສະຫະລັດອາເມຣິກາ ຢືນຢັນວ່າ ທ່ານທຣຳ ກັບທ່ານ ອາຫມັດ ອັລ-ຊາຣາ ປະທານາທິບໍດີຄົນໃໝ່ຂອງຊີເຣຍ ແລະ ອະດີດຜູ້ນຳກຸ່ມຕິດອາວຸດຜູ້ໂຄ່ນລົ້ມລັດຖະບານອັສຊາດ ຈະໄດ້ພົບປະກັນຢ່າງບໍ່ເປັນທາງການ ທີ່ກຸງຣິຢາດ ຂອງຊາອຸດີອາຣາເບຍ ໃນມື້ນີ້ (14 ພຶດສະພາ)

 

ທັງນີ້ ທ່ານທຣຳຢູ່ໃນລະຫວ່າງພາລະກິດການຢ້ຽມຢາມຕາເວັນອອກກາງ ຈຸດໝາຍໃນການເດີນທາງລຳດັບຕໍ່ໄປແມ່ນປະເທດກາຕາໃນມື້ນີ້ (14 ພຶດສະພາ) ແລະ ສະຫະລັດອາຣັບເອມິເຣດ ຫລື ຢູເອອີ ໃນວັນທີ 15 ພຶດສະພາ ແຕ່ບໍ່ໄດ້ໄປຢ້ຽມຢາມອິສຣາເອນ ທີ່ເປັນພັນທະມິດໃກ້ຊິດຂອງສະຫະລັດອາເມຣິກາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ