site-cover (91)
Microsoft ໄລ່ພະນັກງານອອກ 6,000 ຄົນທົ່ວໂລກເຖິງວ່າຈະມີກຳໄລດີ ເນັ້ນຫຼຸດຄົນໄປລົງ AI
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 14 May, 2025
ໝວດ: ຂ່າວ

ໄມໂຄຣຊອຟທ໌ (Microsoft) ປະກາດປົດພະນັກງານຮອບໃໝ່ໃນປີ 2025 ໂດຍຈະຫຼຸດຈຳນວນພະນັກງານທົ່ວໂລກປະມານ 6,000 ຄົນ ຫຼື ຄິດເປັນ 3% ຂອງຈຳນວນພະນັກງານທັງໝົດ

 

ແມ່ນວ່າບໍລິສັດຈະຫາກໍລາຍງານຜົນປະກອບການໄຕມາດຫຼ້າສຸດ (ສິ້ນສຸດເດືອນມີນາ) ວ່າມີຍອດຂາຍແລະກຳໄລທີ່ແຂງແຮງເກີນຄາດ ໂດຍມີກຳໄລສຸດທິ 2.58 ໝື່ນລ້ານໂດລາ ແລະ ໄດ້ໃຫ້ແນວໂນ້ມຜົນປະກອບການໃນເຊີງບວກເມື່ອຊ່ວງທ້າຍເດືອນເມສາທີ່ຜ່ານມາເຖິງ


ທົ່ວໄປຈະເຊື່ອກັນວ່າການປົດພະນັກງານເປັນສັນຍານຂອງບັນຫາທາງທຸລະກິດ ແຕ່ໃນຄວາມເປັນຈິງ ການຫຼຸດຈຳນວນພະນັກງານສາມາດເກີດຂຶ້ນໄດ້ ໃນຊ່ວງທີ່ບໍລິສັດມີຜົນປະກອບການແຂງແຮງ. 


ກໍລະນີຂອງໄມໂຄຣຊອຟທ໌ໃນຄັ້ງນີ້ສະທ້ອນຊັດວ່າ "ຄວາມສຳເລັດ" ຂອງອົງກອນບໍ່ໄດ້ຮັບປະກັນ "ຄວາມໝັ້ນຄົງ" ຂອງບຸກຄະລາກອນ. 


ການເລີກຈ້າງສາມາດເກີດຂຶ້ນໄດ້ທັງຫຼັງການຄວບລວມກິດຈະການ ຫຼື ແມ້ໃນປີທີ່ບໍລິສັດເຮັດກຳໄລສູງສຸດ ແລະ ແມ້ແຕ່ຜົນງານສ່ວນບຸກຄົນທີ່ໂດດເດັ່ນ ກໍບໍ່ອາດປົກປ້ອງພະນັກງານຈາກຄວາມສ່ຽງນີ້ໄດ້ຢ່າງແທ້ຈິງ.

ສຳລັບການປົດພະນັກງານຄັ້ງຫຼ້າສຸດ, ໄມໂຄຣຊອຟທ໌ບໍ່ໄດ້ຊີ້ແຈງເຫດຜົນຢ່າງເປັນທາງການ.

 

ແຕ່ວ່າການລົງທຶນຢ່າງເລັ່ງລັດໃນເຕັກໂນໂລຊີປັນຍາປະດິດ (AI) ຖືກມອງວ່າເປັນປັດໄຈສຳຄັນທີ່ຜັກດັນໃຫ້ເກີດການປັບໂຄງສ້າງພາຍໃນຄັ້ງນີ້.

 

ໄມໂຄຣຊອຟທ໌ປົດພະນັກງານ 6,000 ຄົນ ເພື່ອ ‘ປັບໂຄງສ້າງ’

 

ເດືອນມິຖຸນາປີ 2024 ໄມໂຄຣຊອຟທ໌ມີພະນັກງານທົ່ວໂລກຢູ່ປະມານ 228,000 ຄົນ ໂດຍກວ່າ 55% ຂອງພະນັກງານທັງໝົດຢູ່ໃນສະຫະລັດອາເມຣິກາ ເຮັດໃຫ້ການປົດພະນັກງານຄັ້ງນີ້ຖືເປັນການປັບຫຼຸດທີ່ໃຫຍ່ທີ່ສຸດຂອງບໍລິສັດ ນັບຕັ້ງແຕ່ການເລີກຈ້າງ 10,000 ຕຳແໜ່ງໃນປີ 2023

 

ກ່ອນໜ້ານີ້ໃນເດືອນມັງກອນ ໄມໂຄຣຊອຟທ໌ເຄີຍປະກາດເລີກຈ້າງພະນັກງານເປັນວົງຈຳກັດ ໂດຍພິຈາລະນາຈາກຜົນການເຮັດວຽກເປັນຫຼັກ. ແຕ່ສຳລັບຮອບຫຼ້າສຸດນີ້, ບໍລິສັດຊີ້ແຈງຊັດເຈນວ່າການປົດພະນັກງານ “ບໍ່ກ່ຽວຂ້ອງກັບປະສິດທິພາບການເຮັດວຽກ” ຂອງແຕ່ລະບຸກຄົນ.

 

ໃນທາງກັບກັນ, ແຜນປັບໂຄງສ້າງໃນປີ 2025 ມີເປົ້າໝາຍເພື່ອ ‘ຫຼຸດຄວາມຊັບຊ້ອນພາຍໃນອົງກອນ’ ໂດຍສະເພາະການຕັດຊັ້ນການບໍລິຫານທີ່ບໍ່ຈຳເປັນ, ຄ້າຍກັບແນວທາງຂອງ Amazon ທີ່ເມື່ອຕົ້ນປີນີ້ກໍປະກາດເລີກຈ້າງພະນັກງານບາງສ່ວນດ້ວຍເຫດຜົນດຽວກັນ.

 

ໃນຄັ້ງນີ້, ໄມໂຄຣຊອຟທ໌ປົດພະນັກງານປະມານ 6,000 ຄົນ ຫຼື ປະມານ 3% ຂອງກຳລັງແຮງງານທົ່ວໂລກ.

 

ບາງສ່ວນຂອງຂະບວນການເລີກຈ້າງໄດ້ເລີ່ມຕົ້ນຂຶ້ນແລ້ວໃນສະຫະລັດອາເມຣິກາ ເຊັ່ນໃນລັດວໍຊິງຕັນທີ່ບໍລິສັດໄດ້ແຈ້ງຕໍ່ທາງການລັດວ່າກຳລັງປົດພະນັກງານ 1,985 ຄົນຈາກສຳນັກງານໃຫຍ່ໃນເມືອງເຣດມອນດ໌.

 

ຕຳແໜ່ງທີ່ໄດ້ຮັບຜົນກະທົບສ່ວນໃຫຍ່ກະຈຸກຕົວຢູ່ໃນສາຍງານວິສະວະກຳຊອຟແວແລະການບໍລິຫານຜະລິດຕະພັນ ຕາມລາຍງານຂອງ AP News.

 

ຈາກລາຍງານ, ການປົດພະນັກງານຈະກະຈາຍໄປໃນຫຼາຍພະແນກ ແລະ ຫຼາຍພູມິພາກ ແຕ່ກຸ່ມທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຄືພະນັກງານລະດັບຜູ້ຈັດການ.

 

ລາຍງານລະບຸວ່າທຸລະກິດສຳຄັນຂອງໄມໂຄຣຊອຟທ໌ ເຊັ່ນ LinkedIn, Azure, GitHub ແລະ Xbox ຈະໄດ້ຮັບຜົນກະທົບຈາກການຫຼຸດຄົນໃນຄັ້ງນີ້ ເຖິງແມ່ນວ່າບໍລິສັດຈະຍັງບໍ່ເປີດເຜີຍຕົວເລກຢ່າງເປັນທາງການແຍກລາຍໜ່ວຍທຸລະກິດ.

 

ນອກຈາກນີ້, ອຸດສາຫະກຳເກມເອງກໍປະເຊີນແຮງກົດດັນຢ່າງໜັກ ໂດຍສະເພາະ EA ທີ່ຕ້ອງຫຼຸດຈຳນວນພະນັກງານລົງຢ່າງມີນັຍສຳຄັນໃນປີນີ້.

 

ການທີ່ Xbox ກາຫໍ່ປະກາດຂຶ້ນລາຄາຄອນໂຊນເນື່ອງຈາກຕົ້ນທຶນຈາກພາສີນຳເຂົ້າ ຍິ່ງຕອກຍ້ຳຄວາມຈຳເປັນໃນການປັບໂຄງສ້າງບຸກຄະລາກອນ. ດ້ານ LinkedIn ຊຶ່ງກຳລັງລົງທຶນຢ່າງຕໍ່ເນື່ອງໃນເທັກໂນໂລຊີ AI ກໍມີການປັບຕົວຄັ້ງໃຫຍ່ເຊັ່ນກັນ ເຮັດໃຫ້ການປົດພະນັກງານກາຍເປັນຜົນລັບຕາມທຳມະຊາດຂອງການປ່ຽນແປງທິດທາງທຸລະກິດ.

 

ໄມໂຄຣຊອຟທ໌ເດີມພັນອະນາຄົດກັບການລົງທຶນດ້ານ AI

 

ໂຄງສ້າງອົງກອນໃໝ່ຂອງໄມໂຄຣຊອຟທ໌ໃນປີ 2025 ເຊື່ອມໂຍງໂດຍກົງກັບເປົ້າໝາຍການເສີມຄວາມແຂງແຮງໃນທຸລະກິດ AI ໂດຍບໍລິສັດຄາດວ່າຈະໃຊ້ເງິນລົງທຶນໃນ AI ສູງເຖິງ 80,000 ລ້ານໂດລາສະຫະລັດ ໃນປີງົບປະມານ 2025 ຊຶ່ງເມື່ອມີການລົງທຶນໃນລະດັບມະຫາສານເຊັ່ນນີ້, ການປົດພະນັກງານຈຶ່ງເບິ່ງຄືວ່າຈະເປັນສິ່ງຫຼີກລ້ຽງບໍ່ໄດ້.

 

ນັກວິເຄາະ Gil Luria ໃຫ້ສຳພາດກັບສຳນັກຂ່າວ Reuters ວ່າ ຫາກໄມໂຄຣຊອຟທ໌ຍັງລົງທຶນຕໍ່ເນື່ອງໃນລະດັບນີ້ໃນອີກບໍ່ເທົ່າໃດປີຂ້າງໜ້າ, ບໍລິສັດອາດຕ້ອງປົດພະນັກງານອີກເຖິງ 10,000 ຄົນ ເພື່ອຊົດເຊີຍຕົ້ນທຶນຄ່າເສື່ອມລາຄາທີ່ເພີ່ມຂຶ້ນຈາກການລົງທຶນໃນຊັບສິນທຶນ. ນັ້ນໝາຍຄວາມວ່າ ການປົດພະນັກງານຂອງໄມໂຄຣຊອຟທ໌ໃນປີນີ້ອາດຍັງບໍ່ຈົບພຽງເທົ່ານີ້.

 

ກ່ອນໜ້ານີ້, CEO ສັດຕະຢາ ນາເດລລາ ເຄີຍກ່າວເຖິງອະນາຄົດຂອງໄມໂຄຣຊອຟທ໌ວ່າ ບໍລິສັດຈະປ່ຽນຕົວເອງເປັນ “ໂຮງງານກັ່ນຂໍ້ມູນ” ທີ່ສາມາດນຳໂມເດລ AI ຂະໜາດໃຫຍ່ມາແຍກຍ່ອຍເປັນເຄື່ອງມືສະເພາະທາງສຳລັບວຽກແຕ່ລະປະເພດ ແລະ ເປີດເຜີຍວ່າປັດຈຸບັນ AI ມີສ່ວນຮ່ວມໃນການຂຽນໂຄ້ດຂອງບໍລິສັດແລ້ວກວ່າ 30%. ໄມໂຄຣຊອຟທ໌ໄດ້ຜັກດັນການຜະນວກຟັງຊັ່ນ AI Copilot ເຂົ້າກັບຜະລິດຕະພັນຕ່າງໆ ແລະ ແນວໂນ້ມການໃຊ້ AI ຈະຍິ່ງຊັດເຈນຍິ່ງຂຶ້ນຕໍ່ໄປ.

 

ການປ່ຽນແປງນີ້ຍັງນຳໄປສູ່ການໃຊ້ AI ຢ່າງເດັ່ນຊັດໃນສູນບໍລິການລູກຄ້າຂອງໄມໂຄຣຊອຟທ໌ ແລະ ມີແນວໂນ້ມວ່າພະນັກງານໃນແຜນກອື່ນໆ ຈະຕ້ອງເຮັດວຽກຄວບຄູ່ກັບ AI ແທນການຮ່ວມວຽກກັບເພື່ອນຮ່ວມງານມະນຸດໃນອະນາຄົດອັນໃກ້.

 

ພະນັກງານທຸກອຸດສາຫະກຳເລີ່ມຮັບຮູ້ແຮງກະເພື່ອມຈາກນະໂຍບາຍ “AI-First”

 

ທ່າມກາງການຮຸກຄືບຂອງເຕັກໂນໂລຊີປັນຍາປະດິດ (AI) ໃນບ່ອນເຮັດວຽກ, ພະນັກງານໃນຫຼາຍອຸດສາຫະກຳເລີ່ມສະແດງຄວາມວິຕົກກັງວົນຫຼາຍຂຶ້ນ ເພາະໃນປັດຈຸບັນ ການມີຜົນງານທີ່ດີອາດບໍ່ພຽງພໍອີກຕໍ່ໄປ. ການເລີກຈ້າງສາມາດເກີດຂຶ້ນໄດ້ທຸກເມື່ອ ໂດຍບໍ່ຈຳເປັນຕ້ອງສຳພັນກັບປະສິດທິພາບການເຮັດວຽກເໝືອນທີ່ຜ່ານມາ.

 

ຕັ້ງແຕ່ Google ເຖິງ Intel, ຫຼາຍອົງກອນຊັ້ນນຳຕ່າງເລັ່ງດຳເນີນຍຸດທະສາດ “AI-First” ດ້ວຍການທຸ້ມລົງທຶນມະຫາສານໃນເຕັກໂນໂລຊີນີ້ ແລະ ຂະບວນການປ່ຽນຜ່ານດັ່ງກ່າວໄດ້ສົ່ງຜົນກະທົບຢ່າງຊັດເຈນຕໍ່ການຈ້າງງານ. ຕົວຢ່າງເຊັ່ນ IBM ຊຶ່ງເລືອກທີ່ຈະຫຼຸດຈຳນວນພະນັກງານຝ່າຍຊັບພະຍາກອນບຸກຄົນລົງຢ່າງມີນັຍສຳຄັນ ເພື່ອນຳ AI ເຂົ້າມາທົດແທນບົດບາດເດີມ.

 

ແມ້ວ່າການເຮັດວຽກຮ່ວມກັບ AI ຈະເປີດປະຕູສູ່ໂອກາດໃໝ່ໆທີ່ບໍ່ເຄີຍມີມາກ່ອນ ແຕ່ໃນອີກດ້ານໜຶ່ງ, ພະນັກງານຈຳນວນຫຼາຍກັບຮູ້ສຶກຫວາດລະແວງ ເພາະການປ່ຽນແປງຄັ້ງນີ້ມາພ້ອມກັບຄວາມສ່ຽງສູງ.  ເຖິງວ່າຫຼາຍຄົນຈະຕື່ນຕົວແລະພ້ອມເປີດຮັບເຕັກໂນໂລຊີໃໝ່ ແຕ່ຄວາມຮູ້ສຶກນັ້ນກໍຖືກຄອຍງຳດ້ວຍຄວາມບໍ່ແນ່ນອນ ເມື່ອເຫັນວ່າການປັບຕົວອາດແລກມາດ້ວຍຕຳແໜ່ງງານຂອງຕົນເອງ.

 

ກໍລະນີຂອງໄມໂຄຣຊອຟທ໌ຍິ່ງຕອກຍ້ຳຄວາມຮູ້ສຶກດັ່ງກ່າວ ເມື່ອບໍລິສັດຕັດສິນໃຈຫຼຸດຈຳນວນພະນັກງານ ເພື່ອຍ້າຍງົບປະມານໄປສູ່ການລົງທຶນໃນເຕັກໂນໂລຊີໃໝ່. ຄວາມເຊື່ອເດີມທີ່ວ່າຜົນງານດີຈະນຳມາຊຶ່ງຄວາມໝັ້ນຄົງເລີ່ມສັ່ນຄອນ.

 

ເຖິງວ່າບໍລິສັດຈະເຄີຍປະກາດໃຊ້ນະໂຍບາຍປະເມີນຜົນການເຮັດວຽກຢ່າງເຂັ້ມງວດ ແຕ່ບັນຍາກາດການເຮັດວຽກໃນປັດຈຸບັນກັບເຕັມໄປດ້ວຍຄວາມຂັດແຍ້ງ ແລະ ບໍ່ໄດ້ເອື້ອອຳນວຍຕໍ່ການພັດທະນາປະສິດທິພາບຕາມເປົ້າໝາຍເຊີງກົນລະຍຸດໃນປີ 2025 ຢ່າງທີ່ເຄີຍວາງແຜນໄວ້.

 

ຕົວຢ່າງເຊັ່ນ ກໍລະນີຂອງ Duolingo ທີ່ພະຍາຍາມປ່ຽນການຈ້າງແຮງງານພາຍນອກມາໃຊ້ AI ແທນ. ເຖິງວ່າຈະໂຄສະນາໃນເຊີງບວກ ແຕ່ຜູ້ໃຊ້ງານຈຳນວນຫຼາຍກັບຮູ້ສຶກບໍ່ພໍໃຈແລະທະຍອຍເລີກໃຊ້ບໍລິການ, ສະແດງໃຫ້ເຫັນວ່າການເລັ່ງພັດທະນາ AI ອາດເປັນໄຊຊະນະສຳລັບເຈົ້າຂອງກິດຈະການ ແຕ່ບໍ່ແມ່ນສຳລັບຜູ້ມີສ່ວນໄດ້ສ່ວນເສຍລາຍອື່ນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ