site-cover (94)
'ໂຮເຊ ມູຮິກາ' ປະທານາທິບໍດີ ທີ່ທຸກຍາກທີ່ສຸດໃນໂລກເສຍຊີວິດແລ້ວ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 15 May, 2025

ມອນເຕວິເດໂອ 15 ພຶດສະພາ- ໂຮເຊ ມູຮິກາ ອະດີດປະທານາທິບໍດີອູຣູກວາຍ ຜູ້ທີ່ໄດ້ຊື່ວ່າເປັນປະທານາທິບໍດີທີ່ທຸກຍາກທີ່ສຸດໃນໂລກ ເສຍຊີວິດແລ້ວເມື່ອວັນອັງຄານ ດ້ວຍໄວ 89 ປີ

 

ປະທານາທິບໍດີ ຍາມານດູ ອໍຊີ ຜູ້ນຳອູຣູກວາຍຄົນປັດຈຸບັນ ປະກາດຂ່າວການເສຍຊີວິດຂອງອະດີດປະທານາທິບໍດີມູຮິກາ ຜ່ານທາງແພລດຟອມເອັກຊ໌ ແລະ ລັດຖະບານອູຣູກວາຍປະກາດໄວ້ອາໄລທົ່ວປະເທດ 3 ວັນ

 

ກ່ອນຈະຈັດລັດຖະພິທີສົບໃນມື້ນີ້ຕາມເວລາທ້ອງຖິ່ນ. ສາເຫດການເສຍຊີວິດຂອງເຂົາຍັງບໍ່ເປັນທີ່ຮູ້ຊັດເຈນ ແຕ່ມູຮິກາເຈັບເປັນໂຣກມະເຮັງຫຼອດອາຫານມາເປັນເວລາຫຼາຍປີ.

 

ໂຮເຊ ມູຮິກາ ຫຼື ທີ່ຮູ້ຈັກກັນໃນຊື່ ‘ເປເປ’ ເປັນອະດີດນັກຮົບກອງໂຈນທີ່ກ້າວຂຶ້ນປົກຄອງອູຣູກວາຍຕັ້ງແຕ່ປີ 2010-2015 ເປັນທີ່ຮູ້ຈັກໃນຖານະປະທານາທິບໍດີທີ່ທຸກຍາກທີ່ສຸດໃນໂລກ ຈາກວິຖີຊີວິດທີ່ລຽບງ່າຍ.

 

ມູຮິກາປະຕິເສດທີ່ຈະຍ້າຍເຂົ້າໄປຢູ່ໃນເຮືອນພັກປະທານາທິບໍດີ ເຊັ່ນດຽວກັບທີ່ຜູ້ນຳປະເທດຕ່າງໆ ທົ່ວໂລກມັກຈະເຮັດ ແຕ່ເຂົາຍັງຄົງຢູ່ກັບເມຍ ຊຶ່ງເປັນນັກການເມືອງແລະອະດີດນັກຮົບກອງໂຈນ ໃນເຮືອນຫຼັງນ້ອຍໆ ຊານກຸງມອນເຕວິເດໂອ ໂດຍບໍ່ມີຄົນຮັບໃຊ້ໃນເຮືອນແລະເກືອບຈະບໍ່ມີເຈົ້າໜ້າທີ່ຮັກສາຄວາມປອດໄພ.

 

ມູຮິກາຍັງມັກແຕ່ງຕົວສະບາຍໆ ມັກຂັບລົດໂຟລຄ໌ສວາເກນບີເທິລສີຟ້າອ່ອນປີ 1987 ໄປຕາມທ້ອງຖະໜົນໃນເມືອງ ແລະ ສະຫຼະເງິນເດືອນສ່ວນໃຫຍ່ໃຫ້ອົງການການກຸສົນ ເຮັດໃຫ້ສື່ບາງສຳນັກເອີ້ນເຂົາວ່າ ‘ປະທານາທິບໍດີທີ່ທຸກທີ່ສຸດໃນໂລກ’.

 

ມູຮິກາຍັງເປັນທີ່ຮູ້ຈັກ ຈາກການທີ່ເຂົາວິພາກວິຈານພຶດຕິກຳບໍລິໂພກນິຍົມ ແລະ ການປະຕິຮູບສັງຄົມຫຼາຍຢ່າງທີ່ເຂົາຜັກດັນ ລວມເຖິງການເຮັດໃຫ້ອູຣູກວາຍເປັນປະເທດທຳອິດທີ່ອະນຸຍາດໃຫ້ມີການໃຊ້ກັນຊາເພື່ອສັນທະນາການ.

 

ມູຮິກາຈຶ່ງກາຍເປັນບຸກຄົນທາງການເມືອງທີ່ມີຊື່ສຽງໃນລາຕິນອາເມລິກາແລະທົ່ວໂລກ.

 

ຂະນະທີ່ເຖິງແມ່ນວ່າລັດຖະບານຂອງເຂົາຈະຖືກວິຈານວ່າລົ້ມເຫຼວເລື່ອງເພີ່ມການໃຊ້ຈ່າຍພາກລັດ ແລະ ແກ້ໄຂບັນຫາການສຶກສາໃນປະເທດບໍ່ສຳເລັດ ແຕ່ສິ່ງໜຶ່ງທີ່ແຕກຕ່າງຈາກຜູ້ນຳຄົນອື່ນໆ ຂອງໂລກ ຄື ມູຮິກາບໍ່ເຄີຍຖືກກ່າວຫາເລື່ອງການທຸຈະລິດ ຫຼື ທຳລາຍຫຼັກປະຊາທິປະໄຕຂອງຊາດ.

 

ຊ່ວງທີ່ກ້າວລົງຈາກຕຳແໜ່ງປະທານາທິບໍດີ ມູຮິກາໄດ້ຮັບຄວາມນິຍົມໃນປະເທດສູງເກືອບ 70% ແລະ ໄດ້ຮັບເລືອກເປັນສະມາຊິກວຸດທິສະພາ ແຕ່ເຂົາໃຊ້ເວລາສ່ວນໜຶ່ງໄປກັບການເດີນທາງຮອບໂລກຫຼັງຈາກລາອອກຈາກຕຳແໜ່ງປະທານາທິບໍດີ ກ່ອນລາອອກຈາກຕຳແໜ່ງ ສວ. ໃນປີ 2018 ຈາກຄວາມເມື່ອຍລ້າຈາກການເດີນທາງທີ່ຍາວໄກ ອີກທັງຍັງປະກາດບໍ່ຂໍຮັບເງິນບຳນານຈາກຊ່ວງທີ່ເຂົາດຳລົງຕຳແໜ່ງ ສວ. ອີກດ້ວຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ