ການສຶກສາໃໝ່ທີ່ເຜີຍແຜ່ໃນວາລະສານວິຊາການພີເອັນເອເອສ (PNAS) ເມື່ອວັນອັງຄານ (13ພຶດສະພາ) ເປີດເຜີຍວ່ານັກວິໄຈໃນສະຫະລັດຯ ພັດທະນາແອັບພລິເຄຊັນເທິງສະມາດໂຟນທີ່ເສີມດ້ວຍປັນຍາປະດິດ (AI) ຊຶ່ງສາມາດປະເມີນລະດັບຮີໂມໂກລບິນໃນເລືອດຫຼືໂປຣຕີນທີ່ຢູ່ໃນເຊວເມັດເລືອດແດງ ແລະ ຄັດກອງພາວະໂລຫິດຈາງຈາກຮູບຖ່າຍເລັບຂອງຜູ້ໃຊ້ງານ ໂດຍບໍ່ຕ້ອງເຈາະເລືອດ
ການສຶກສາພົບວ່າແອັບພລິເຄຊັນນີ້ມີຄວາມແມ່ນຢຳສູງເມື່ອທຽບກັບຜົນການກວດຄວາມສົມບູນຂອງເມັດເລືອດ (complete blood count) ທີ່ມີລາຍງານຈາກຜູ້ໃຊ້ງານ 9,061 ຄົນ
ໂດຍການໃຊ້ງານແອັບພລິເຄຊັນກວ່າ 1.4 ລ້ານຄັ້ງຍັງຊ່ວຍໃຫ້ສາມາດສ້າງແຜນທີ່ຄວາມຊຸກໂຣກໂລຫິດຈາງແບບເຣຍໄທມ໌ທົ່ວສະຫະລັດຯ ໄດ້ອີກດ້ວຍ
ທີມນັກວິໄຈລະບຸວ່າຄວາມສາມາດໃນການກວດຄັດກອງແບບທີ່ບໍ່ຕ້ອງເຈາະເລືອດແລະເຂົ້າເຖິງໄດ້ງ່າຍ ສົ່ງຜົນໃຫ້ແອັບພລິເຄຊັນນີ້ເປັນທາງເລືອກທີ່ມີສັກກະຍະພາບໃນການກວດຄັດກອງແລະຕິດຕາມພາວະໂລຫິດຈາງໃນວົງກວ້າງ ໂດຍສະເພາະໃນພື້ນທີ່ທີ່ມີຊັບພະຍາກອນຈຳກັດ
ທັງນີ້, ທີມນັກວິໄຈຍັງເນັ້ນເຖິງສັກກະຍະພາບຂອງແອັບພລິເຄຊັນໃນການຕິດຕາມສຸຂະພາບສະເພາະບຸກຄົນ ຊຶ່ງຈະຊ່ວຍໃຫ້ຜູ້ປ່ວຍທີ່ມີພາວະໂລຫິດຈາງສາມາດກວດສອບລະດັບຮີໂມໂກລບິນຂອງຕົນເອງໄດ້
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,398 | 21,673 |
![]() THB | 659.07 | 670.93 |
![]() EUR | 24,168 | 24,652 |
![]() CNY | 2,906 | 2,964 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |