site-cover - 2025-05-15T164537.408
ສຈ.ອາຍຸເກືອບຮ້ອຍປີ ແຊຣ໌ເຄັດລັບ "ກິນໜ້ອຍ" ແບບຄົນຍີ່ປຸ່ນ ຍືດອາຍຸຍືນຂຶ້ນ 20%
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 15 May, 2025

ສາດສະຕາຈານ ອາຍຸ 96 ປີ ເຜີຍເຄັດລັບການຍືດອາຍຸໃຫ້ຍືນຍາວຂຶ້ນ 20% ງານວິໄຈຂອງອາເມຣິກາສະໜັບສະໜູນ ສ່ວນຍີ່ປຸ່ນເຮັດມານານແລ້ວ

 

ສາດສະຕາຈານຊິລວິໂອ ກາຣັດຕິນີ (Silvio Garattini) ອາຍຸ 96 ປີ ຜູ້ກໍ່ຕັ້ງແລະຜູ້ອຳນວຍການສະຖາບັນວິໄຈເພສັດວິທະຍາ Mario Negri ປະເທດອິຕາລີ ເປີດເຜີຍເຄັດລັບງ່າຍໆ ທີ່ອາດຊ່ວຍໃຫ້ມະນຸດມີອາຍຸຍືນຍາວຂຶ້ນເຖິງ 20% ພຽງແຄ່ “ກິນໃຫ້ໜ້ອຍລົງກວ່າທີ່ຄິດວ່າພໍແລ້ວເລັກນ້ອຍ”

 

“ຄວນລຸກຈາກໂຕະອາຫານຕອນທີ່ຍັງຮູ້ສຶກຫິວໜ້ອຍໜຶ່ງ” ສຈ.ກາຣັດຕິນີ ກ່າວກັບນິຕະຍະສານ Men’s Health ໂດຍຢ້ຳວ່າ ການກິນອາຫານໜ້ອຍລົງປະມານ 30% ຈາກທີ່ຮ່າງກາຍເຄີຍໄດ້ຮັບ ອາດຊ່ວຍຍືດອາຍຸໄຂໄດ້ເຖິງ 20% ຊຶ່ງແນວຄິດນີ້ບໍ່ໄດ້ເປັນພຽງຄວາມເຊື່ອສ່ວນບຸກຄົນ ແຕ່ໄດ້ຮັບການສະໜັບສະໜູນຈາກງານວິໄຈວິທະຍາສາດລະດັບນານາຊາດ

 

ງານວິໄຈຈາກສະຫະລັດຯ ຊີ້ຊັດ ** ລົດແຄລໍຣີ 15% ຊະລໍວັຍ-ລົດໂລກ ** ໂດຍງານວິໄຈພາຍໃຕ້ຊື່ CALERIE ທີ່ຕີພິມໃນວາລະສານ Cell Metabolism ປີ 2018

 

ເປັນການສຶກສາຄວບຄຸມກຸ່ມທຳອິດໃນຄົນທີ່ບໍ່ເປັນໂລກອ້ວນ ໂດຍພົບວ່າ ການລົດປະລິມານແຄລໍຣີລົງ 15% ເປັນໄລຍະເວລາ 2 ປີ ຊ່ວຍຊະລໍກະບວນການເຜົາຜານແລະລົດ “ຄວາມກົດດັນຈາກອອກຊິເດຊັນ” ຊຶ່ງເປັນປັດໄຈຫຼັກທີ່ກ່ຽວຂ້ອງກັບໂຣກຊຳເຮື້ອ ເຊັ່ນ: ອັນໄຊເມີຣ໌ ມະເຮັງ ພາກິນສັນ ເບົາຫວານ ແລະ ຫົວໃຈ

 

ຮສ.ດຣ.ລີແອນ ເຣດແມນ ຈາກສູນວິໄຈ Pennington Biomedical Research Center ສະຫະລັດຯ ຜູ້ຂຽນງານວິໄຈຊີ້ວ່າ “ການຈຳກັດແຄລໍຣີຊ່ວຍໃຫ້ກະບວນການເຜົາຜານຊ້າລົງ ຫາກການເຜົາຜານຫຼາຍເກີນໄປເລັ່ງກະບວນການແກ່ ການລົດແຄລໍຣີຈຶ່ງເປັນວິທີທີ່ອາດຊ່ວຍຍືດອາຍຸໄດ້ແທ້”

 

ຍີ່ປຸ່ນເຮັດມານານແລ້ວ ແນວທາງ Hara Hachi Bu ຈາກໂອກິນາວາ

 

ແນວທາງນີ້ບໍ່ໄດ້ໃໝ່ກັບຄົນຍີ່ປຸ່ນ ໂດຍສະເພາະໃນພື້ນທີ່ “Blue Zone” ຢ່າງໂອກິນາວາ ຊຶ່ງຂຶ້ນຊື່ວ່າເປັນແຫຼ່ງຮວມຂອງຜູ້ສູງອາຍຸສຸຂະພາບດີຫຼາຍທີ່ສຸດແຫ່ງໜຶ່ງຂອງໂລກ ນິຍົມໃຊ້ຫຼັກ “Hara Hachi Bu” ຫຼື “ກິນພຍງແຕ່ 80% ຂອງຄວາມອີ່ມ” ມາຢ່າງຍາວນານ ເພື່ອຮັກສາສຸຂະພາບແລະຍືດອາຍຸໄຂ ໂດຍເຊື່ອວ່າການບໍ່ກິນຈົນອີ່ມເກີນໄປ ຊ່ວຍລົດພາລະການເຮັດວຽກຂອງລະບົບຍ່ອຍອາຫານ ແລະ ລົດຄວາມກົດດັນໃນຮ່າງກາຍ

 

ພດ.ເດໂບຣາຫ໌ ລີ ຈາກສະຫະຣາດຊະອານາຈັກ ອະທິບາຍວ່າ “ການກິນໃຫ້ໜ້ອຍລົງຊ່ວຍໃຫ້ຮ່າງກາຍສ້າງພະລັງງານໜ້ອຍລົງ ຈຶ່ງລົດການເກີດອະນຸມູນອິດສະຫຼະຊຶ່ງເປັນຕົ້ນຕໍຂອງໂລກຊຳເຮື້ອ ເຊັ່ນ: ເບົາຫວານ ມະເຮັງ ຫົວໃຈ ແລະ ສະໝອງເສື່ອມ”

 

ເຖິງຢ່າງໃດກໍດີ ແມ່ນຈະຢ້ຳເລື່ອງການລົດປະລິມານອາຫານ ແຕ່ສາດສະຕາຈານກາຣັດຕິນີຍັງເນັ້ນວ່າ ຄຸນນະພາບຂອງອາຫານກໍມີບົດບາດສຳຄັນບໍ່ແພ້ກັນ ໂດຍແນະນຳໃຫ້ປະຊາຊົນຫັນມາໃຊ້ ອາຫານແບບເມດິເຕີເຣເນຍນ ຊຶ່ງເນັ້ນຜັກ ໝາກໄມ້ສົດ ປາ ນ້ຳມັນໝາກກອກ ຄາໂບໄຮເດຣດເຊີງຊ້ອນ ແລະ ລົດຊີ້ນແດງຫຼືໄຂມັນຈາກສັດ

 

ນັກວິທະຍາສາດແລະແພດ ຫຼາຍຄົນຕ່າງເຫັນພ້ອງວ່າ ອາຫານແປຮູບສູງແລະມີນ້ຳຕານຫຼືໄຂມັນຫຼາຍ ຊຶ່ງເປັນລັກສະນະດັ່ງຂອງອາຫານແບບຕາເວັນຕົກ ອາດເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ ມະເຮັງ ແລະ ຄວາມເສື່ອມຂອງລະບົບປະສາດ

 

ເຄັດລັບການຍືດອາຍຸແບບງ່າຍໆ ທີ່ໃຜກໍເຮັດໄດ້ ຄື “ກິນໃຫ້ໜ້ອຍລົງ” ແລະ ເລືອກອາຫານທີ່ມີຄຸນນະພາບ ຊຶ່ງບໍ່ພຽງຊ່ວຍຍືດອາຍຸ ແຕ່ຍັງລົດຄວາມສ່ຽງຂອງໂລກຊຳເຮື້ອຕ່າງໆ ໄດ້ຢ່າງມີໄນຍະສຳຄັນ

 

ດັ່ງນັ້ນ, ຖ້າຢາກມີຊີວິດຍືນຍາວຢ່າງຊາວໂອກິນາວາ ເລີ່ມຈາກການ “ກິນໜ້ອຍກວ່າທີ່ຄິດວ່າພໍ”  ແລະ ເລືອກອາຫານທີ່ດີຕໍ່ສຸຂະພາບທຸກວັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-08T085401.756
ປກສ ແຂວງບໍ່ແກ້ວ ຈັບຕົວ ຊາຍ 2 ຄົນ ໃຊ້ລົດເມຂົນຢາເສບຕິດ 277 ມັດ
_cover - 2025-07-07T164936.884
ອິສຣາເອນໂຈມຕີຮູຕີ ຄັ້ງທຳອິດຫລັງຈາກຢຸດຍິງອີຣ່ານ
_cover - 2025-07-07T143637.371
ທຣັມ ກຽມສົ່ງຈົດໝາຍແຈ້ງການເກັບພາສີໄປຍັງປະເທດຕ່າງໆທົ່ວໂລກ ຕັ້ງແຕ່ເວລາ 23:00 ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາປະເທດລາວ
_cover - 2025-07-07T135934.114
ພາຍຸ "ດານັສ" ຖະລົ່ມໄຕ້ຫວັນ ເສຍຊີວິດ 2 ຄົນ ບາດເຈັບເກີນ 300 ຄົນ
_cover - 2025-07-07T130311.646
ງານວິໄຈເປີດເຜີຍ ສີປະສົມອາຫານສົ່ງຜົນໃຫ້ເດັກນ້ອຍສະມາທິສັ້ນ - ໂລກມະເຮັງ ໂດຍສະເພາະສີແດງ
_cover - 2025-07-07T105647.518
ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ກໍ່ເຫດຄາດຕະກຳ ແມ່ເຖົ້າ ອາຍຸ 87 ປີ ເອົາຊັບໄປໃຊ້ໜີ້
_cover - 2025-07-07T103429.434
ຍີ່ປຸ່ນກຽມຂາຍ 'ເຮືອພິຄາດມືສອງ' ໃຊ້ງານມາ 30 ປີໃຫ້ຟີລິບປິນໃຊ້ຕ້ານອິດທິພົນ 'ຈີນ'
_cover - 2025-07-07T100053.816
ເຢຍລະມັນຄົ້ນພົບ "ໂຮງງານໄຂມັນ" ໂບຮານ ໂດຍມະນຸດນີແອນເດີທານ ຍຸກກ່ອນປະຫວັດສາດເມື່ອປະມານ 125,000 ປີກ່ອນ
_cover - 2025-07-07T092345.589
ນ້ຳຖ້ວມລັດເທັກຊັສ ຜູ້ເສຍຊີວິດເພີ່ມຂຶ້ນບໍ່ຢຸດ ຫຼ້າສຸດພົບຜູ້ເສຍຊີວິດລວມ 78 ຄົນ
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
ຢ່າລື່ມກົດຕິດຕາມ