site-cover - 2025-05-16T093415.697
"G-Token" ຊັບສິນດິຈິຕອນຮູບແບບໃໝ່ ໄທກຽມອອກເປັນປະເທດທຳອິດຂອງໂລກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 16 May, 2025
ໝວດ: ຂ່າວ

ລັດຖະບານໄທກຽມເປີດຕົວ “G-Token” ຫຼື Government Token ຊຶ່ງເປັນໂທເຄນດິຈິຕອນທີ່ອອກໂດຍກະຊວງການຄັງ ເພື່ອໃຊ້ເປັນເຄື່ອງມືລະດົມທຶນຮູບແບບໃໝ່ຂອງພາກລັດ

 

ໂດຍອາໄສເຕັກໂນໂລຢີ ບລັອກເຊນ (Blockchain) ໃນການອອກແລະຊື້ຂາຍຊັບສິນດິຈິຕອນຊະນິດນີ້ ໂຄງການ G-Token ນັບເປັນຄັ້ງທຳອິດຂອງໂລກທີ່ລັດຖະບານຈັດຕັ້ງໂທເຄນໃນລັກສະນະນີ້ຢ່າງເປັນທາງການ ໂດຍມີຈຸດມຸ່ງໝາຍເພື່ອເພີ່ມທາງເລືອກໃນການລົງທຶນແລະການອອມໃຫ້ກັບປະຊາຊົນ ພ້ອມທັງສົ່ງເສີມລະບົບເສດຖະກິດດິຈິຕອນຂອງປະເທດ

 

G-Token ບໍ່ແມ່ນຄຣິບໂຕເຄີເຣນຊີ G-Token ບໍ່ແມ່ນ “ເງິນຕາ” ແລະ ບໍ່ແມ່ນ “ຄຣິບໂຕເຄີເຣນຊີ” (Cryptocurrency) ແບບທີ່ຫຼາຍຄົນຄຸ້ນເຄີຍ ເຊັ່ນ: Bitcoin ຫຼື Ethereum ແຕ່ມີລັກສະນະໃກ້ຄຽງກັບພັນທະບັດອອມຊັບຂອງລັດຖະບານທີ່ຖືກແປງໃຫ້ຢູ່ໃນຮູບແບບດິຈິຕອນ ໂດຍປະຊາຊົນສາມາດຊື້ຂາຍ G-Token ຜ່ານສູນຊື້ຂາຍຊັບສິນດິຈິຕອນທີ່ໄດ້ຮັບໃບອະນຸຍາດ ຫຼື ຜ່ານແອັບພລິເຄຊັນອອນລາຍທີ່ກຳນົດ

 

ຈຸດເດັ່ນຂອງ G-Token

 

  • ປະຊາຊົນສາມາດເລີ່ມຕົ້ນຊື້ G-Token ໄດ້ໃນລາຄາຂັ້ນຕ່ຳພຽງ 1 ບາດຕໍ່ໜ່ວຍ ຊຶ່ງຖືວ່າເຂົ້າເຖິງງ່າຍແລະເປີດໂອກາດໃຫ້ຜູ້ມີລາຍໄດ້ນ້ອຍສາມາດລົງທຶນແລະອອມເງິນກັບພາກລັດໄດ້ສະດວກ

 

  • ການລົງທຶນໃນ G-Token ມີຄວາມໜ້າເຊື່ອຖື ເນື່ອງຈາກລັດຖະບານເປັນຜູ້ອອກແລະຄ້ຳປະກັນທັງເງິນຕົ້ນແລະດອກເບ້ຍ ຕາມເງື່ອນໄຂທີ່ລະບຸໄວ້ໃນແຕ່ລະຮອບການອອກໂທເຄນ

 

  • ໂປ່ງໃສແລະກວດສອບໄດ້ດ້ວຍການໃຊ້ເຕັກໂນໂລຢີບລັອກເຊນ ລະບົບຈະສາມາດບັນທຶກແລະຕິດຕາມການເຮັດທຸລະກຳໄດ້ຢ່າງໂປ່ງໃສແລະປອດໄພ ຫຼຸດຄວາມສ່ຽງຈາກການປອມແປງຫຼືທຸຈະລິດ ເຕັກໂນໂລຢີ ບລັອກເຊນ (Blockchain) ຊ່ວຍເສີມຄວາມໂປ່ງໃສໃຫ້ກັບ G-Token ເຊັ່ນ: ການບັນທຶກທຸລະກຳແບບຖາວອນແລະປ່ຽນແປງບໍ່ໄດ້ ທຸກທຸລະກຳທີ່ເກີດຂຶ້ນ ເຊັ່ນ ການຊື້ ຂາຍ ຫຼື ໂອນ G-Token ຈະຖືກບັນທຶກລົງໃນ “ບລັອກ” ແລະເຊື່ອມໂຍງກັນເປັນ “ໂຊ່” (Chain) ແບບຖາວອນ

 

  • ເຮັດໃຫ້ຂໍ້ມູນບໍ່ສາມາດຖືກແກ້ໄຂຫຼືລຶບຍ້ອນຫຼັງໄດ້ໂດຍບໍ່ມີຮ່ອງຮອຍ ນອກຈາກນີ້ ຂໍ້ມູນທຸລະກຳທັງໝົດສາມາດກວດສອບຍ້ອນຫຼັງໄດ້ໃນທັນທີ ໂດຍປະຊາຊົນ ຜູ້ລົງທຶນ ແລະ ໜ່ວຍງານກຳກັບສາມາດເຂົ້າເບິ່ງປະຫວັດການເຄື່ອນໄຫວຂອງໂທເຄນໄດ້ຢ່າງໂປ່ງໃສແບບຣຽວໄທມ໌ ລວມໄປເຖິງ ການເຂົ້າລະຫັດຂໍ້ມູນດ້ວຍເຕັກໂນໂລຢີຄຣິບໂຕກຣາຟີ (Cryptography) ເຮັດໃຫ້ບໍ່ສາມາດປອມແປງການເຮັດທຸລະກຳຫຼືສ້າງ G-Token ປອມໄດ້

 

  • ບໍ່ສາມາດໃຊ້ຊື້ຂາຍສິນຄ້າໂດຍກົງ ແມ່ນຈະຢູ່ໃນຮູບແບບດິຈິຕອນ ແຕ່ G-Token ບໍ່ສາມາດນຳໄປຊຳລະຄ່າສິນຄ້າຫຼືບໍລິການໄດ້ຄືເງິນທົ່ວໄປ ເພາະບໍ່ໄດ້ຖືກອອກແບບໃຫ້ເປັນ “ສະກຸນເງິນ” ແຕ່ເປັນ “ຊັບສິນດິຈິຕອນເພື່ອການລົງທຶນ

 

  • ” ໂຄງການ G-Token ມີເປົ້າໝາຍຫຼັກເພື່ອລະດົມທຶນມາຊົດເຊີຍການຂາດດຸນງົບປະມານຂອງພາກລັດ ຄວບຄູ່ໄປກັບການສົ່ງເສີມໃຫ້ປະຊາຊົນມີທາງເລືອກໃນການອອມແລະລົງທຶນທີ່ປອດໄພ ອີກທັງຍັງມຸ່ງເນັ້ນການເພີ່ມການເຂົ້າເຖິງບໍລິການທາງການເງິນຢ່າງເທົ່າທຽມ (Financial Inclusion) ໃຫ້ຄອບຄຸມປະຊາຊົນທຸກກຸ່ມ ແລະເປັນກົນໄກສຳຄັນໃນການຜັກດັນເສດຖະກິດດິຈິຕອນຂອງປະເທດໄທໃຫ້ກ້າວໜ້າຢ່າງຍືນຍົງ

 

  • ຄາດວ່າລັດຖະບານໄທມີແຜນເລີ່ມເປີດໃຫ້ປະຊາຊົນຈອງຊື້ G-Token ພາຍໃນປີ 2025 ໂດຍໃນໄລຍະແລກຈະເປັນໂຄງການທົດລອງວົງເງິນ 5,000 ລ້ານບາດ ຊຶ່ງຈະເປັນການທົດສອບລະບົບແລະຮັບຟັງຄວາມເຫັນຈາກຜູ້ໃຊ້ງານກ່ອນການເປີດຈຳໜ່າຍໃນວົງກວ້າງ G-Token ຄືກ້າວສຳຄັນຂອງປະເທດໄທໃນການນຳນະວັດຕະກຳທາງການເງິນມາປະຍຸກໃຊ້ກັບພັນທະບັດຂອງລັດ ດ້ວຍຮູບແບບດິຈິຕອນທີ່ປອດໄພ ໂປ່ງໃສ ແລະເຂົ້າເຖິງງ່າຍ ໂທເຄນນີ້ເປີດໂອກາດໃຫ້ປະຊາຊົນທຸກລະດັບສາມາດອອມເງິນແລະລົງທຶນໄດ້ ເລີ່ມຕົ້ນພຽງ 1 ບາດ ໂດຍມີລັດເປັນຜູ້ຄ້ຳປະກັນຢ່າງໝັ້ນໃຈ ເປັນອີກໜຶ່ງເຄື່ອງມືສຳຄັນໃນການຂັບເຄື່ອນເສດຖະກິດໄທເຂົ້າສູ່ຍຸກດິຈິຕອນຢ່າງແທ້ຈິງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-08T085401.756
ປກສ ແຂວງບໍ່ແກ້ວ ຈັບຕົວ ຊາຍ 2 ຄົນ ໃຊ້ລົດເມຂົນຢາເສບຕິດ 277 ມັດ
_cover - 2025-07-07T164936.884
ອິສຣາເອນໂຈມຕີຮູຕີ ຄັ້ງທຳອິດຫລັງຈາກຢຸດຍິງອີຣ່ານ
_cover - 2025-07-07T143637.371
ທຣັມ ກຽມສົ່ງຈົດໝາຍແຈ້ງການເກັບພາສີໄປຍັງປະເທດຕ່າງໆທົ່ວໂລກ ຕັ້ງແຕ່ເວລາ 23:00 ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາປະເທດລາວ
_cover - 2025-07-07T135934.114
ພາຍຸ "ດານັສ" ຖະລົ່ມໄຕ້ຫວັນ ເສຍຊີວິດ 2 ຄົນ ບາດເຈັບເກີນ 300 ຄົນ
_cover - 2025-07-07T130311.646
ງານວິໄຈເປີດເຜີຍ ສີປະສົມອາຫານສົ່ງຜົນໃຫ້ເດັກນ້ອຍສະມາທິສັ້ນ - ໂລກມະເຮັງ ໂດຍສະເພາະສີແດງ
_cover - 2025-07-07T105647.518
ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ກໍ່ເຫດຄາດຕະກຳ ແມ່ເຖົ້າ ອາຍຸ 87 ປີ ເອົາຊັບໄປໃຊ້ໜີ້
_cover - 2025-07-07T103429.434
ຍີ່ປຸ່ນກຽມຂາຍ 'ເຮືອພິຄາດມືສອງ' ໃຊ້ງານມາ 30 ປີໃຫ້ຟີລິບປິນໃຊ້ຕ້ານອິດທິພົນ 'ຈີນ'
_cover - 2025-07-07T100053.816
ເຢຍລະມັນຄົ້ນພົບ "ໂຮງງານໄຂມັນ" ໂບຮານ ໂດຍມະນຸດນີແອນເດີທານ ຍຸກກ່ອນປະຫວັດສາດເມື່ອປະມານ 125,000 ປີກ່ອນ
_cover - 2025-07-07T092345.589
ນ້ຳຖ້ວມລັດເທັກຊັສ ຜູ້ເສຍຊີວິດເພີ່ມຂຶ້ນບໍ່ຢຸດ ຫຼ້າສຸດພົບຜູ້ເສຍຊີວິດລວມ 78 ຄົນ
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
ຢ່າລື່ມກົດຕິດຕາມ