site-cover - 2025-05-16T103937.612
"ຫຸ່ນຍົນມະນຸດ" Atlas ກຽມບຸກໂຮງງານ "Hyundai" ເຮັດວຽກໜັກແທນມະນຸດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 16 May, 2025

ບອສຕັນໄດນາມິກສ໌ (Boston Dynamics) ບໍລິສັດຜູ້ນຳດ້ານເຕັກໂນໂລຢີຫຸ່ນຍົນຮິວແມນນອຍດ໌ ຫຼື ຫຸ່ນຍົນຄ້າຍຄືມະນຸດ ປະກາດກຽມສົ່ງຫຸ່ນຍົນມະນຸດລຸ້ນຫຼ້າສຸດຢ່າງ ແອັດລາສ (Atlas) ເຂົ້າທົດລອງເຮັດວຽກໃນໂຮງງານຜະລິດຂອງຮຸນໄດ ມໍເຕີ ກຣຸບ (Hyundai Motor Group) ໃນສະຫະລັດອາເມລິກາພາຍໃນປີນີ້ ເພື່ອເປັນການບູລະນາການເຕັກໂນໂລຢີຫຸ່ນຍົນລ້ຳສະໄໝເຂົ້າສູ່ຂະບວນການຜະລິດຍານຍົນ

 

 

ສຳລັບຫຸ່ນຍົນ ແອັດລາສ (Atlas) ເປັນຫຸ່ນຍົນທີ່ມີຈຸດເດັ່ນຄືການໃຊ້ລະບົບມໍເຕີໄຟຟ້າທີ່ມີນ້ຳໜັກເບົາແຕ່ແຂງແຮງ ຊ່ວຍໃຫ້ຫຸ່ນຍົນເຄື່ອນໄຫວຂໍ້ຕໍ່ໄດ້ດີ ສາມາດສະແດງທ່າທາງ ທຳລາຍຂີດຈຳກັດການເຄື່ອນໄຫວຕາມທຳມະຊາດຂອງມະນຸດ ເຊັ່ນ: ການໝຸນກັບດ້ານຂອງແຂນ ຂາ ແລະລຳຕົວໃນລັກສະນະ 180 ອົງສາ ເຮັດໃຫ້ມັນສາມາດຮອງຮັບການເຄື່ອນໄຫວ ແລະການໃຊ້ງານໄດ້ຫຼາກຫຼາຍ

 

ການນຳໄປໃຊ້ໃນໂຮງງານຜະລິດຍານຍົນຂອງຮຸນໄດ ຈະເປັນສ່ວນງານຜະລິດທີ່ເນັ້ນການປະຕິບັດງານທີ່ຊັບຊ້ອນ ເຊັ່ນ: ການຄັດແຍກຊິ້ນສ່ວນລົດຍົນ ແລະ ການເຄື່ອນຍ້າຍຂອງໜັກແທນມະນຸດ ເພື່ອຫຼຸດຄວາມສ່ຽງຕໍ່ຜົນກະທົບດ້ານສຸຂະພາບຂອງແຮງງານ ແລະ ຍັງເປັນການຊ່ວຍຫຼຸດຄວາມສ່ຽງຕ່າງໆ ທີ່ຈະເກີດຂຶ້ນກັບແຮງງານມະນຸດອີກດ້ວຍ

 

ທາງດ້ານຂອງບໍລິສັດຜູ້ຜະລິດຫຸ່ນຍົນເປີດເຜີຍວ່າ ເປົ້າໝາຍຫຼັກຂອງໂຄງການນີ້ ຄືເພື່ອທົດສອບການໃຊ້ງານຫຸ່ນຍົນໃນພາກການຜະລິດ ແລະ ເພື່ອທົດສອບວ່າຫຸ່ນຍົນແອັດລາສ ສາມາດເຮັດວຽກທີ່ຕ້ອງໃຊ້ແຮງ ແລະ ເຮັດໜ້າທີ່ແທນມະນຸດໄດ້ແບບໃດແດ່ ເພື່ອພັດທະນາໃຫ້ມັນສາມາດຕອບໂຈດການໃຊ້ໃນໂຮງງານຫຼາຍຍິ່ງຂຶ້ນ

 

ທັງນີ້ທາງບໍລິສັດມອງວ່າໃນອະນາຄົດ ຫຸ່ນຍົນຄ້າຍມະນຸດຢ່າງແອັດລາສ ອາດຈະຂະຫຍາຍຄວາມສາມາດເພື່ອເປັນ “ຫຸ່ນຍົນຮັບໃຊ້” ທີ່ຊ່ວຍວຽກພາຍໃນເຮືອນໄດ້ດ້ວຍ ແຕ່ບໍລິສັດຍັງຕ້ອງພິຈາລະນາເລື່ອງຂອງຄວາມປອດໄພ ແລະ ພັດທະນາເລື່ອງຂອງຄວາມລະອຽດອ່ອນໃນງານໃຊ້ງານ ທີ່ຕ່າງກັນກັບການເຮັດວຽກໃນອຸດສາຫະກຳການຜະລິດ

 

ເປັນທີ່ໜ້າຈັບຕາວ່າຕອນນີ້ ບໍ່ໄດ້ມີພຽງແຕ່ຫຸ່ນຍົນແອັດລາສ ຈາກບໍລິສັດບອສຕັນໄດນາມິກສ໌ເທົ່ານັ້ນ ທີ່ກຳລັງຈະເຂົ້າໄປເຮັດວຽກໃນໂຮງງານ ເພາະຍັງມີຫຸ່ນຍົນມະນຸດຈາກບໍລິສັດຄູ່ແຂ່ງອື່ນໆ ເຊັ່ນ: ອອບຕິມັສ (Optimus) ຂອງບໍລິສັດເທັສລາ (Tesla) ແລະ ຟິກເກີ ສູນສອງ (Figure 02) ຈາກບໍລິສັດຟິກເກີ (Figure) ທີ່ກຳລັງຢູ່ລະຫວ່າງຊ່ວງທົດລອງງານໃນພາກອຸດສາຫະກຳເຊັ່ນກັນ

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ