ໂຕກຽວ 16 ພຶດສະພາ– ເຈົ້າໜ້າທີ່ກອງກຳລັງປ້ອງກັນຕົນເອງຂອງຍີ່ປຸ່ນ ຍັງຄົງເດີນໜ້າເລັ່ງຄົ້ນຫາເຈົ້າໜ້າທີ່ກອງກຳລັງປ້ອງກັນຕົນເອງ 2 ນາຍທີ່ຍັງສູນຫາຍ ຫຼັງເກີດເຫດເຄື່ອງບິນຝຶກຕົກ
ເຄື່ອງບິນຝຶກແບບ ທີ-4 (T-4) ຂອງກອງກຳລັງປ້ອງກັນຕົນເອງຍີ່ປຸ່ນ ຊຶ່ງຂຶ້ນບິນຈາກຖານທັບໂຄະມະກິ ແຂວງໄອຈິ ທາງຕອນກາງຂອງປະເທດ ຕົກທະເລສາບໃນຈັງຫວັດໄອຈິ ຊ່ວງແລງວັນພຸດ (14/5/2025) ຕາມເວລາທ້ອງຖິ່ນ
ເຄື່ອງບິນລຳດັ່ງກ່າວຫາຍໄປຈາກຈໍເຣດາຣ໌ ຫຼັງຂຶ້ນບິນ 2 ນາທີ ຫ່າງຈາກຖານທັບໂຄະມະກິໄປທາງຕາເວັນອອກສ່ຽງເໜືອລາວ 13 ກິໂລແມັດ ຂະນະເດີນທາງໄປຍັງຖານທັບນິວຕາບາຣູ ແຂວງມິຍາຊາກິ ສື່ທ້ອງຖິ່ນລາຍງານວ່າ ເຄື່ອງບິນລຳທີ່ປະສົບເຫດບໍ່ມີການສົ່ງສັນຍານຂໍຄວາມຊ່ວຍເຫຼືອ ແລະ ເຈົ້າໜ້າທີ່ທັງ 2 ນາຍບໍ່ໄດ້ດີດຕົວອອກຈາກເຄື່ອງບິນ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,421 | 21,697 |
![]() THB | 653.16 | 665.57 |
![]() EUR | 23,664 | 24,138 |
![]() CNY | 2,902 | 2,960 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |