site_cover
ທຽບອາການໂຄວິດ-19 VS ໄຂ້ຫວັດໃຫຍ່ ໃກ້ຄຽງແຕ່ບໍ່ຄືກັນ!
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 16 May, 2025

ໂຄວິດລະບາດຢ່າງໜັກຫຼັງເຂົ້າລະດູຝົນ ອາການຄ້າຍກັບໄຂ້ຫວັດໃຫຍ່ແຕ່ບໍ່ຄືກັນ ຮູ້ກ່ອນຮັບມືທັນ ຊ່ວຍບັນເທົາອາການໄດ້ບໍ່ໜັກ ຟື້ນຕົວໄວ

 

ຊ່ວງລະດູຝົນທີ່ເຮັດໃຫ້ການແຜ່ລະບາດຂອງພະຍາດຕິດເຊື້ອໃນລະບົບທາງເດີນຫາຍໃຈງ່າຍຂຶ້ນ ເຮັດໃຫ້ໂຄວິດ 19 ກັບມາລະບາດອີກຄັ້ງ ຊຶ່ງຍັງມີທັງຜູ້ຕິດເຊື້ອ ປ່ວຍໜັກ ແລະ ເສຍຊີວິດ ເຮັດໃຫ້ຫຼາຍຄົນເລີ່ມກັງວົນວ່າອາການຄັ່ນເນື້ອຄັ່ນຕົວ ທີ່ເປັນຢູ່ ຫຼື ກຳລັງຈະເປັນນີ້ ເປັນຫຍັງກັນແນ່ ໄຂ້ຫວັດໃຫຍ່ ຫຼື ໂຄວິດ 19 ທີ່ເປັນຕາຍ້ານບໍ່ແພ້ກັນ ອີກທັງຍັງມີລັກສະນະອາການໃກ້ຄຽງກັນ ຕັ້ງແຕ່ອາການເລັກນ້ອຍໄປຈົນຮອດຮຸນແຮງ

 

 

ໂຄວິດ VS ໄຂ້ຫວັດໃຫຍ່

 

ພະຍາດໂຄວິດ-19 ການຕິດເຊື້ອ ບາງຄົນອາດມີອາການຮຸນແຮງບໍ່ຫຼາຍ ມີລັກສະນະຄືກັບໄຂ້ຫວັດທົ່ວໄປ ຂະນະທີ່ບາງຄົນມີອາການຮຸນແຮງຫຼາຍ ເຮັດໃຫ້ເກີດປອດອັກເສບໄດ້

 

ອາການພະຍາດໂຄວິດ-19

 

  • ໄຂ້
  • ຮູ້ສຶກເມື່ອຍລ້າ
  • ໄອແຫ້ງໆ
  • ຫາຍໃຈໄດ້ລຳບາກ
  • ບາງຄັ້ງອາດມີອາການເຈັບຄໍ

 

ທັງນີ້ພະຍາດນີ້ສາມາດຫາຍໄດ້ເອງ ຮູບແບບການປິ່ນປົວເປັນໄປຕາມອາການທີ່ແຕກຕ່າງກັນໃນແຕ່ລະບຸກຄົນ ການເຮັດຄວາມເຂົ້າໃຈກ່ຽວກັບໄວຣັສຊະນິດນີ້ຈະຊ່ວຍໃຫ້ດູແລສຸຂະພາບ ສຸຂະອະນາໄມ ແລະ ສາມາດປ້ອງກັນຕົນເອງໄດ້ຢ່າງຖືກວິທີ

 

ພະຍາດໄຂ້ຫວັດໃຫຍ່ ເກີດຈາກການຕິດເຊື້ອໄວຣັສອິນຟລູເອັນຊາ (Influenza Virus) ແບ່ງເປັນໄຂ້ຫວັດໃຫຍ່ຕາມລະດູການ ເປັນເຊື້ອໄຂ້ຫວັດໃຫຍ່ທີ່ພົບກັນມານານແລ້ວ ອາການມັກຈະບໍ່ຮຸນແຮງ ແລະ ໄຂ້ຫວັດໃຫຍ່ສາຍພັນໃໝ່ທີ່ປັດຈຸບັນໄດ້ກາຍເປັນໄຂ້ຫວັດໃຫຍ່ຕາມລະດູການທີ່ພົບປະປົນກັບສາຍພັນຕ່າງໆ ທົ່ວໄປ

 

ອາການໄຂ້ຫວັດໃຫຍ່

 

  • ມີໄຂ້ສູງຕິດກັນຫຼາຍວັນ
  • ເຈັບຫົວ
  • ປວດເມື່ອຍກ້າມເນື້ອ
  • ໄອແຫ້ງໆ
  • ຈາມ
  • ເຈັບຄໍ
  • ບາງຄັ້ງມີນ້ຳມູກ

 

ໄຂ້ຫວັດໃຫຍ່ອາການຈະຄ້າຍກັບການຕິດເຊື້ອໄວຣັສໂຄວິດ-19 ຄ່ອນຂ້າງຫຼາຍ ແຕ່ທີ່ແຕກຕ່າງຄືມັກຈະບໍ່ມີອາການທາງເດີນຫາຍໃຈສ່ວນລຸ່ມ ຄື: ຫາຍໃຈລຳບາກ ແໜ້ນໜ້າເອິກ

 

ເມື່ອອາການມີຄວາມຄ້າຍຄຶກັນ ໃນໄລຍະເລີ່ມຕົ້ນຂອງອາການປ່ວຍລັກສະນະນີ້ ເວລາທີ່ໄປພົບແພດ ແພດຈະເຮັດການສົ່ງກວດເຊື້ອໄຂ້ຫວັດໃຫຍ່ກ່ອນອັນດັບທຳອິດ ເພື່ອຕັດປະເດັນຄວາມຄ້າຍຄຶກັນຂອງອາການອອກໄປ ການປ້ອງກັນພະຍາດທີ່ດີທີ່ສຸດ

 

  • ລ້າງມືເລື້ອຍໆ ບໍ່ເອົາມືໄປສຳຜັດໜ້າຕາ
  • ຫຼີກລ່ຽງການສຳຜັດໃກ້ຊິດກັບຄນເຈັບ
  • ຫຼີກລ່ຽງພື້ນທີ່ທີ່ມີຄົນແອອັດໃນຊ່ວງທີ່ມີການລະບາດ
  • ເວັ້ນໄລຍະຫ່າງ (Social Distancing)
  • ໃສ່ໜ້າກາກຜ້າ ຫຼື ໜ້າກາກອະນາໄມໃນສະຖານທີ່ແອອັດ
  • ໃນຜູ້ສູງອາຍຸ ແລະ ເດັກຄວນໄດ້ຮັບການສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່ປີລະ 1 ຄັ້ງ ເພື່ອໃຫ້ຫ່າງໄກພະຍາດ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-07T164936.884
ອິສຣາເອນໂຈມຕີຮູຕີ ຄັ້ງທຳອິດຫລັງຈາກຢຸດຍິງອີຣ່ານ
_cover - 2025-07-07T143637.371
ທຣັມ ກຽມສົ່ງຈົດໝາຍແຈ້ງການເກັບພາສີໄປຍັງປະເທດຕ່າງໆທົ່ວໂລກ ຕັ້ງແຕ່ເວລາ 23:00 ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາປະເທດລາວ
_cover - 2025-07-07T135934.114
ພາຍຸ "ດານັສ" ຖະລົ່ມໄຕ້ຫວັນ ເສຍຊີວິດ 2 ຄົນ ບາດເຈັບເກີນ 300 ຄົນ
_cover - 2025-07-07T130311.646
ງານວິໄຈເປີດເຜີຍ ສີປະສົມອາຫານສົ່ງຜົນໃຫ້ເດັກນ້ອຍສະມາທິສັ້ນ - ໂລກມະເຮັງ ໂດຍສະເພາະສີແດງ
_cover - 2025-07-07T105647.518
ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ກໍ່ເຫດຄາດຕະກຳ ແມ່ເຖົ້າ ອາຍຸ 87 ປີ ເອົາຊັບໄປໃຊ້ໜີ້
_cover - 2025-07-07T103429.434
ຍີ່ປຸ່ນກຽມຂາຍ 'ເຮືອພິຄາດມືສອງ' ໃຊ້ງານມາ 30 ປີໃຫ້ຟີລິບປິນໃຊ້ຕ້ານອິດທິພົນ 'ຈີນ'
_cover - 2025-07-07T100053.816
ເຢຍລະມັນຄົ້ນພົບ "ໂຮງງານໄຂມັນ" ໂບຮານ ໂດຍມະນຸດນີແອນເດີທານ ຍຸກກ່ອນປະຫວັດສາດເມື່ອປະມານ 125,000 ປີກ່ອນ
_cover - 2025-07-07T092345.589
ນ້ຳຖ້ວມລັດເທັກຊັສ ຜູ້ເສຍຊີວິດເພີ່ມຂຶ້ນບໍ່ຢຸດ ຫຼ້າສຸດພົບຜູ້ເສຍຊີວິດລວມ 78 ຄົນ
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
ຢ່າລື່ມກົດຕິດຕາມ