Copy of site cover (26)
Microsoft 365 ທຽບກັບ Google Workspace: ເລືອກໃຊ້ແນວໃດໃຫ້ເໝາະກັບທຸລະກິດ?
ຮຽບຮຽງໂດຍ:kaling
ເຜີຍແຜ່: 16 May, 2025

ໃນປັດຈຸບັນການເຮັດວຽກຂອງທຸລະກິດເກືອບທຸກປະເພດລ້ວນຢູ່ເທິງໂລກອອນລາຍ. ການເລືອກເຄື່ອງມືທີ່ຊ່ວຍເພີ່ມປະສິດທິພາບໃນການເຮັດວຽກຮ່ວມກັນ ແລະ ການຈັດການເອກະສານຈຶ່ງກາຍເປັນສິ່ງສຳຄັນ. Microsoft 365 ແລະ Google Workspace ຄືສອງແພລດຟອມຍອດນິຍົມທີ່ຕອບໂຈດຄວາມຕ້ອງການນີ້ຢ່າງດີ, ຊ່ວຍໃຫ້ທີມງານສາມາດເຮັດວຽກຮ່ວມກັນໄດ້ຢ່າງລາບລື່ນ ແລະ ມີປະສິດທິພາບຫຼາຍຍິ່ງຂຶ້ນ.

Microsoft 365

ຈຸດເດັ່ນຂອງ Microsoft 365

  • ການໃຊ້ງານທັງອອນລາຍ ແລະ ອອຟລາຍ, ສາມາດຕິດຕັ້ງແອັບພລິເຄຊັນລົງໃນຄອມພິວເຕີ ແລະ ເຮັດວຽກໄດ້ແມ່ນກະທັ້ງບໍ່ມີອິນເຕີເນັດ
  • ມີຟີເຈີທີ່ຄົບຖ້ວນໃນໂປຣແກຣມເອກະສານ Word, Excel ແລະ PowerPoint, ມີຟັງຊັນຄົບຖ້ວນສຳລັບການເຮັດວຽກລະດັບມືອາຊີບ, ຮອງຮັບການຈັດການໄຟລ໌ຂະໜາດໃຫຍ່
  • ມີຄວາມປອດໄພສູງ, ມີການເຂົ້າລະຫັດຂໍ້ມູນ, ຄວບຄຸມສິດການເຂົ້າເຖິງໄຟລ໌ ແລະ ຟີເຈີຄວາມປອດໄພລະດັບອົງກອນ
  • ເໝາະກັບທຸລະກິດທີ່ໃຊ້ Windows ເປັນຫຼັກ ເພາະເຮັດວຽກໄດ້ດີເທິງລະບົບປະຕິບັດການ Windows ແລະ ຮອງຮັບການເຮັດວຽກຮ່ວມກັບຊອຟແວອື່ນຂອງ Microsoft

ຂໍ້ຈຳກັດຂອງ Microsoft 365

  • ມີຄ່າໃຊ້ຈ່າຍທີ່ສູງກວ່າຫາກຕ້ອງການຟີເຈີທີ່ຄົບຖ້ວນ
  • ການໃຊ້ງານອາດມີຄວາມຊັບຊ້ອນສຳລັບຄົນທີ່ບໍ່ຄຸ້ນເຄີຍກັບ Microsoft Office

Google Workspace

Google Workspace (G Suite) ເປັນແພລດຟອມທີ່ອອກແບບມາເພື່ອການເຮັດວຽກຮ່ວມກັນຜ່ານລະບົບຄລາວດ໌ໂດຍໃຊ້ເຄື່ອງມືຢ່າງ Google Docs, Sheets, Slides, Gmail ແລະ Google Meet

ຈຸດເດັ່ນຂອງ Google Workspace

  • ມີການເຮັດວຽກເທິງຄລາວດ໌, ບໍ່ຕ້ອງຕິດຕັ້ງໂປຣແກຣມ, ສາມາດເຂົ້າເຖິງໄຟລ໌ໄດ້ຈາກທຸກບ່ອນຜ່ານອິນເຕີເນັດ
  • ສາມາດເຮັດວຽກຮ່ວມກັນແບບຮຽວທາຍໄດ້ຢ່າງລາບລື່ນ ແລະ ສະມາຊິກໃນທີມສາມາດແກ້ໄຂເອກະສານພ້ອມກັນໄດ້ໂດຍບໍ່ມີບັນຫາເລື່ອງເວີຊັນ
  • ຖືກອອກແບບມາໃຫ້ໃຊ້ງານງ່າຍ
  • ຮອງຮັບການເຮັດວຽກຈາກອຸປະກອນໃດກໍໄດ້ທີ່ເຊື່ອມຕໍ່ອິນເຕີເນັດ

ຂໍ້ຈຳກັດຂອງ Google Workspace

  • ບໍ່ສາມາດເຮັດວຽກແບບອອຟລາຍໄດ້ເຕັມຮູບແບບເໝືອນ Microsoft 365
  • ຟີເຈີຂອງ Google Docs, Sheets ແລະ Slides ມີຂໍ້ຈຳກັດເມື່ອທຽບກັບ Word, Excel ແລະ PowerPoint ເຊັ່ນ: ຮອງຮັບເອກະສານຂະໜາດໃຫຍ່ໄດ້ໜ້ອຍກວ່າ Microsoft 365

SME ຄວນເລືອກໃຊ້ Microsoft 365 ຫຼື Google Workspace?

Microsoft 365

  • ຕ້ອງການໃຊ້ Word, Excel, PowerPoint ເຕັມຮູບແບບ ໂດຍສະເພາະງານທີ່ຕ້ອງການຟັງຊັນຂັ້ນສູງ
  • ຕ້ອງການເຮັດວຽກທັງແບບອອນລາຍ ແລະ ອອຟລາຍ ໂດຍບໍ່ຕ້ອງເພິ່ງອິນເຕີເນັດຕະຫຼອດເວລາ
  • ໃຫ້ຄວາມສຳຄັນກັບຄວາມປອດໄພ ແລະ ການຄວບຄຸມສິດການເຂົ້າເຖິງຂໍ້ມູນໃນລະດັບສູງ
  • ໃຊ້ Windows ເປັນລະບົບຫຼັກ ແລະ ຕ້ອງການໃຫ້ເຄື່ອງມືເຮັດວຽກຮ່ວມກັນໄດ້ຢ່າງລາບລື່ນ

Google Workspace

  • ຕ້ອງການເຮັດວຽກເທິງຄລາວດ໌ເປັນຫຼັກ ແລະ ໃຫ້ທີມງານສາມາດເຂົ້າເຖິງໄຟລ໌ຈາກບ່ອນໃດກໍໄດ້
  • ເນັ້ນການເຮັດວຽກຮ່ວມກັນແບບຮຽວທາຍ ແລະ ຕ້ອງການລະບົບທີ່ໃຊ້ງານງ່າຍ
  • ຕ້ອງການຫຼຸດຄ່າໃຊ້ຈ່າຍ ແລະ ບໍ່ຕ້ອງການຕິດຕັ້ງຊອຟແວເພີ່ມເຕີມ
  • ຕ້ອງການໃຫ້ທີມງານເຮັດວຽກຈາກບ່ອນໃດກໍໄດ້ ແລະ ຕ້ອງການຄວາມຄ່ອງຕົວສູງ

ສຸດທ້າຍແລ້ວ ການເລືອກໃຊ້ງານຂຶ້ນຢູ່ກັບລັກສະນະການເຮັດວຽກຂອງທຸລະກິດ. ທ່ານສາມາດທົດລອງໃຊ້ເວີຊັນຟຣີ ຫຼື ທົດລອງໃຊ້ງານທັງສອງແພລດຟອມກ່ອນຕັດສິນໃຈ ຊຶ່ງຈະຊ່ວຍໃຫ້ທ່ານໝັ້ນໃຈວ່າທ່ານເລືອກເຄື່ອງມືທີ່ເໝາະສົມກັບການເຮັດວຽກ ແລະ ການເຕີບໂຕຂອງທຸລະກິດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ