site_cover (1)
ສະຫະລັດ ສັ່ງກວດສອບເພດທະຫານໃນກອງທັບ ຫາກພົບເປັນຄົນຂ້າມເພດຈະຖືກເຊີນອອກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 16 May, 2025
ໝວດ: ຂ່າວ

ກະຊວງປ້ອງກັນປະເທດສະຫະລັດ ສັ່ງການ ໃຫ້ຜູ້ບັງຄັບບັນຊາກວດສອບທະຫານໃນກອງທັບສະຫະລັດ ວ່າມີທະຫານທີ່ເປັນຄົນຂ້າມເພດ ຫຼື ມີ “ພາວະບໍ່ມັກເພດ” ຫຼືບໍ່

 

ເມື່ອວັນທີ 15 ພຶດສະພາ ທີ່ຜ່ານມາ ກະຊວງປ້ອງກັນປະເທດສະຫະລັດຯ ມີຄຳສັ່ງໃຫ້ເຈົ້າໜ້າທີ່ກອງທັບດຳເນີນການກວດເຊັກທະຫານໃນໜ່ວຍຂອງຕົນເອງວ່າ ມີໃຜເປັນຄົນຂ້າມເພດຫຼືມີ “ພາວະບໍ່ມັກເພດ” (Gender Dysphoria) ຫຼືບໍ່ ຫາກມີ ຕ້ອງສົ່ງພວກເຂົາໄປກວດສຸຂະພາບເພື່ອໃຫ້ພວກເຂົາອອກຈາກລາຊະການທະຫານ

 

ເຈົ້າໜ້າທີ່ລະດັບສູງດ້ານປ້ອງກັນປະເທດໄດ້ກຳນົດຂັ້ນຕອນໃໝ່ນີ້ ເພື່ອປະຕິບັດຕາມຄຳສັ່ງຂອງປະທານາທິບໍດີສະຫະລັດຯ ໂດນັລດ໌ ທຣຳ ທີ່ຕ້ອງການຂັບໄລ່ທະຫານຂ້າມເພດອອກຈາກກອງທັບສະຫະລັດຯ

 

ພີຕ ເຮັກເຊທ ລັດຖະມົນຕີປ້ອງກັນປະເທດສະຫະລັດຯ

 

ຄຳສັ່ງໃໝ່ນີ້ລະບຸວ່າ ຜູ້ບັງຄັບບັນຊາຈະຕ້ອງໃຊ້ການກວດສຸຂະພາບປະຈຳປີຕາມປົກກະຕິທີ່ທະຫານຕ້ອງເຂົ້າຮັບໃນການກວດສອບວ່າ ມີທະຫານນາຍໃດແດ່ທີ່ເປັນຄົນຂ້າມເພດຫຼືມີພາວະບໍ່ມັກເພດ

 

ໃນທາງກັບກັນ ທະຫານຂ້າມເພດທີ່ບໍ່ສະໝັກໃຈເປີດເຜີຍຕົວຕົນອາດຖືກຜູ້ບັງຄັບບັນຊາຫຼືບຸກຄົນອື່ນທີ່ຮັບຮູ້ສະຖານະທາງການແພດຂອງພວກເຂົາເປີດເຜີຍໄດ້

 

ທັງນີ້ ພາວະບໍ່ມັກເພດນັ້ນມີຄວາມແຕກຕ່າງຈາກການເປັນຄົນຂ້າມເພດ ຖືເປັນພະຍາດທາງຈິດເວດ ເກີດຈາກບຸກຄົນນັ້ນໆ ມີຄວາມທຸກທໍລະມານຄັບຂ້ອງໃຈຢ່າງຍິ່ງຈາກເຫດທີ່ມີເພດສະພາບບໍ່ສອດຄ່ອງກັບເພດກຳເນີດ

 

ມີລາຍງານວ່າ ທະຫານປະຈຳການໃນກອງທັບສະຫະລັດຯ ຈະມີເວລາຈົນເຖິງວັນທີ 6 ມິຖຸນາ ໃນການສະແດງຕົວຕໍ່ກະຊວງປ້ອງກັນປະເທດໂດຍສະໝັກໃຈ ສ່ວນທະຫານໃນກອງກຳລັງພິທັກມາຕຸພູມແລະກອງໜຸນຈະມີເວລາຈົນເຖິງວັນທີ 7 ກໍລະກົດ

 

ກະຊວງປ້ອງກັນປະເທດສະເໜີເງິນຊົດເຊີຍໃຫ້ກັບຜູ້ທີ່ສະໝັກໃຈລາອອກ ພວກເຂົາຈະໄດ້ຮັບເງິນຊົດເຊີຍການລາອອກປະມານ 2 ເທົ່າຂອງຜູ້ທີ່ບໍ່ຍອມເປີດເຜີຍຕົວ

 

ພາຍໃຕ້ນະໂຍບາຍໃໝ່ນີ້ “ຜູ້ບັນຊາການທີ່ຊາບວ່າ ທະຫານໃນໜ່ວຍຂອງຕົນມີພາວະບໍ່ມັກເພດ ມີປະຫວັດຂອງພາວະບໍ່ມັກເພດ ຫຼື ມີອາການທີ່ສອດຄ່ອງກັບພາວະບໍ່ມັກເພດ ຈະຕ້ອງກວດສອບປະຫວັດການປິ່ນປົວຂອງທະຫານແຕ່ລະນາຍເພື່ອຢືນຢັນວ່າປະຕິບັດຕາມມາດຕະຖານທາງການແພດ”

 

ເຈົ້າໜ້າທີ່ຝ່າຍປ້ອງກັນປະເທດກ່າວວ່າ ເປັນໜ້າທີ່ຂອງທະຫານ ແລະ ຜູ້ບັງຄັບບັນຊາທີ່ຈະປະຕິບັດຕາມຂະບວນການໃໝ່ ໂດຍກະຊວງມີຄວາມໝັ້ນໃຈ ແລະ ສະບາຍໃຈທີ່ຜູ້ບັງຄັບບັນຊາຈະນຳນະໂຍບາຍໄປປະຕິບັດ

 

ຄວາມເຄື່ອນໄຫວນີ້ເກີດຂຶ້ນຫຼັງຈາກທີ່ສານຕັດສິນເມື່ອບໍ່ດົນມານີ້ວ່າ ລັດຖະບານທຣຳສາມາດບັງຄັບໃຊ້ລະບຽບການຫ້າມບຸກຄົນຂ້າມເພດໃນກອງທັບໄດ້

 

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດລະບຸວ່າ ກອງທັບສະຫະລັດຯ ມີທະຫານປະຈຳການທັງໝົດປະມານ 2.1 ລ້ານນາຍ ໂດຍ  ວັນທີ 9 ທັນວາ 2024 ມີທະຫານ 4,240 ນາຍທີ່ໄດ້ຮັບການວິເຄາະວ່າມີພາວະບໍ່ມັກເພດ ແລະ ຕົວເລກອາດສູງກວ່ານີ້

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ