Copy of site cover (67)
ຟລິກ ເປີດໃຈ! ເຜີຍເຫດຜົນພາບາຊ່າຄວ້າ 3 ແຊມປ໌ຕັ້ງແຕ່ປີທຳອິດທີ່ຄຸມ
ຮຽບຮຽງໂດຍ:kaling
ເຜີຍແຜ່: 16 May, 2025
ໝວດ: ກິລາ

ຟລິກ ເປີດໃຈ! ເຜີຍເຫດຜົນພາບາຊ່າຄວ້າ 3 ແຊມປ໌ຕັ້ງແຕ່ປີທຳອິດທີ່ຄຸມ

ຮັນຊີ ຟລິກ ຜູ້ຈັດການທີມ ບາເຊໂລນາ ລະບຸວ່າ ບັນຍາກາດແບບຄອບຄົວພາຍໃນທີມເປັນປັດໃຈຫຼັກທີ່ຊ່ວຍໃຫ້ພວກເຂົາເຮັດຜົນງານໄດ້ດີ ໂດຍບອກວ່າຕົນບໍ່ເຄີຍພົບບັນຍາກາດແບບນີ້ເລີຍ.

ຮັນຊີ ຟລິກ ຜູ້ຝຶກສອນ ບາເຊໂລນາ ກ່າວວ່າປັດໃຈຫຼັກທີ່ເຮັດໃຫ້ລະດູການນີ້ທີມຂອງຕົນເຮັດຜົນງານໄດ້ດີເລີດແມ່ນເພາະພວກເຂົາມີຄວາມສຳພັນທີ່ດີໃນທີມຈົນຄືກັບເປັນຄອບຄົວດຽວກັນ.

ກ່ອນທີ່ລະດູການນີ້ຈະເລີ່ມຂຶ້ນນັ້ນ ຫຼາຍຄົນຄາດການວ່າ ເຣອັນ ມາດຣິດ ມີໂອກາດໄດ້ແຊມປ໌ລີກຫຼາຍກວ່າ ບາເຊໂລນາ ເມື່ອພິຈາລະນາເຖິງເລື່ອງທີ່ ຟລິກ ພຶ່ງເຂົ້າມາຄຸມ “ອາຊູລກຣານາ” ເປັນລະດູການທຳອິດ ໃນຂະນະທີ່ “ຣາຊັນຊຸດຂາວ” ກຳລັງຄຶກມາຈາກລະດູການກ່ອນທີ່ໄດ້ທັງແຊມປ໌ລີກກັບ ຢູຟ່າ ແຊມປຽນສ໌ ລີກ ແຕ່ກັບກາຍເປັນວ່າ ບາເຊໂລນາ ເຮັດໄດ້ດີກວ່າຈົນຄວ້າແຊມປ໌ໄປຄອງ.

ຜູ້ຈັດການທີມຊາວເຢັຍລະມັນເປີດເຜີຍວ່າ “ຂ້ອຍພູມໃຈຫຼາຍໆ ທີມຂອງພວກເຮົາເປັນທີມທີ່ດີເລີດ ຂ້ອຍຄິດວ່າທີມນີ້ສາມາດຖືກໃຊ້ເປັນມາດຕະຖານໃຫ້ກັບທຸກສະໂມສອນໄດ້ເລີຍ ເພາະຢູ່ທີ່ນີ້ບໍ່ມີໃຜທີ່ຄິດວ່າຕົນເອງເໜືອກວ່າຄົນອື່ນໃນທີມ ນັ້ນເປັນເລື່ອງທີ່ດີເລີດ.”

“ຢູ່ທີ່ນີ້ພວກເຮົາຄືກັບເປັນຄອບຄົວດຽວກັນ ແລະ ຂ້ອຍມັກບັນຍາກາດແບບນັ້ນຫຼາຍໆ ພວກເຮົາມີບັນຍາກາດຄືກັບເປັນຄອບຄົວດຽວກັນແທ້ໆ ເຊິ່ງນັ້ນຊ່ວຍເຮັດໃຫ້ຂ້ອຍມີຄວາມສຸກແລະເຮັດວຽກດ້ວຍຄວາມຮັກແບບນີ້ໄດ້ ບອກເລີຍວ່າຂ້ອຍບໍ່ເຄີຍມີຄວາມຮູ້ສຶກແບບນີ້ມາກ່ອນເລີຍ.”

“ການຢູ່ກັບ ບາເຊໂລນາ ມັນໝາຍຄວາມວ່າເຈົ້າຈຳເປັນຕ້ອງຄວ້າແຊມປ໌ມາຄອງໃຫ້ໄດ້ ແລະ ການທີ່ພວກເຮົາໄດ້ແຊມປ໌ເຖິງ 3 ລາຍການກໍ່ເປັນສິ່ງທີ່ພິເສດຫຼາຍໆ ແນ່ນອນວ່າມັນເຈັບປວດໜ້ອຍໜຶ່ງຫຼັງຈົບຮອບເຄິ່ງຊະນະເລີດທີ່ເມືອງມິລານ (ຢູຟ່າ ແຊມປຽນສ໌ ລີກ) ແຕ່ຂ້ອຍກໍ່ດີໃຈຫຼາຍໆ ກັບການທີ່ພວກເຮົາໄດ້ແຊມປ໌ເຖິງ 3 ລາຍການ ຂ້ອຍເຊື່ອວ່າສະໂມສອນ, ບັນດານັກເຕະ ແລະ ແຟນບານກໍ່ຄົງມີຄວາມສຸກເຊັ່ນກັນ ຊ່ວງເຄິ່ງຫຼັງຂອງລະດູການພວກເຮົາຫຼິ້ນກັນໄດ້ດີເລີດຢ່າງຍິ່ງ ເພາະພວກເຮົາບໍ່ແພ້ໃນ ລາ ລີກາ ແມ່ນແຕ່ໜຶ່ງເກມດຽວ.”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-08T093714.487
ໝໍໄຕ້ຫວັນແນະນຳ "ຂອງຫວານ" 1 ຊະນິດ ຊ່ວຍຫຼຸດນ້ຳໜັກໄດ້ ກິນພຽງມື້ລະຖ້ວຍ ຊ່ວຍຫຼູດໄຂມັນໃນຕັບ ແລະ ໄຂມັນຮອບອະໄວຍະວະພາຍໃນ
_cover - 2025-07-08T085401.756
ປກສ ແຂວງບໍ່ແກ້ວ ຈັບຕົວ ຊາຍ 2 ຄົນ ໃຊ້ລົດເມຂົນຢາເສບຕິດ 277 ມັດ
_cover - 2025-07-07T164936.884
ອິສຣາເອນໂຈມຕີຮູຕີ ຄັ້ງທຳອິດຫລັງຈາກຢຸດຍິງອີຣ່ານ
_cover - 2025-07-07T143637.371
ທຣັມ ກຽມສົ່ງຈົດໝາຍແຈ້ງການເກັບພາສີໄປຍັງປະເທດຕ່າງໆທົ່ວໂລກ ຕັ້ງແຕ່ເວລາ 23:00 ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາປະເທດລາວ
_cover - 2025-07-07T135934.114
ພາຍຸ "ດານັສ" ຖະລົ່ມໄຕ້ຫວັນ ເສຍຊີວິດ 2 ຄົນ ບາດເຈັບເກີນ 300 ຄົນ
_cover - 2025-07-07T130311.646
ງານວິໄຈເປີດເຜີຍ ສີປະສົມອາຫານສົ່ງຜົນໃຫ້ເດັກນ້ອຍສະມາທິສັ້ນ - ໂລກມະເຮັງ ໂດຍສະເພາະສີແດງ
_cover - 2025-07-07T105647.518
ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ກໍ່ເຫດຄາດຕະກຳ ແມ່ເຖົ້າ ອາຍຸ 87 ປີ ເອົາຊັບໄປໃຊ້ໜີ້
_cover - 2025-07-07T103429.434
ຍີ່ປຸ່ນກຽມຂາຍ 'ເຮືອພິຄາດມືສອງ' ໃຊ້ງານມາ 30 ປີໃຫ້ຟີລິບປິນໃຊ້ຕ້ານອິດທິພົນ 'ຈີນ'
_cover - 2025-07-07T100053.816
ເຢຍລະມັນຄົ້ນພົບ "ໂຮງງານໄຂມັນ" ໂບຮານ ໂດຍມະນຸດນີແອນເດີທານ ຍຸກກ່ອນປະຫວັດສາດເມື່ອປະມານ 125,000 ປີກ່ອນ
_cover - 2025-07-07T092345.589
ນ້ຳຖ້ວມລັດເທັກຊັສ ຜູ້ເສຍຊີວິດເພີ່ມຂຶ້ນບໍ່ຢຸດ ຫຼ້າສຸດພົບຜູ້ເສຍຊີວິດລວມ 78 ຄົນ
ຢ່າລື່ມກົດຕິດຕາມ