site_cover (2)
ຊາຍໄວ 35 ຫຼອນຢາບ້າ ໃຊ້ມີດແທງແມ່ເສຍຊີວິດ ສ່ວນພໍ່ບາດເຈັບສາຫັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 16 May, 2025

ໃນວັນທີ 14 ພຶດສະພາ 2025, ເຈົ້າໜ້າທີ່ ພະແນກຕໍາຫຼວດ ໜ່ວຍງານສືບສວນ – ສອບສວນ ຄະດີອາຍາ ກອງບັນຊາການ ປກສ ເມືອງວາປີ ແຂວງສາລະວັນ

 

 

ໄດ້ຮັບການລາຍງານຈາກເຈົ້າໜ້າທີ່ ປກສ ບໍລິການປະຊາຊົນຈຸດທີ 5 ວ່າ: ມີຄົນກໍ່ເຫດຄາດຕະກຳຢູ່ສວນມັນບ້ານຂະເໝົາ ເມືອງວາປີ ແຂວງສາລະວັນ ມີຜູ້ໄດ້ຮັບບາດເຈັບສາຫັດຄື ທ້າວ ຝ່າຍ ອາຍຸ 56 ປີ ແລະ ມີຜູ້ເສຍຊີວິດຄື ນາງ ສາຍ ອາຍຸ 55 ປີ.

 

ສ່ວນຜູ້ກໍ່ເຫດຄື ທ້າວ ໂກມ ອາຍຸ 35 ປີ ທັງສາມເປັນພໍ່ແມ່ລູກກັນ ຢູ່ບ້ານຂະເໝົາ ເມືອງ ວາປີ ແຂວງ ສາລະວັນ.

ນາງ ແພງ ລູກສາວຂອງຜູ້ເສຍຊີວິດ ເຊິ່ງເປັນຜູ້ເຫັນເຫດການ ໃຫ້ຮູ້ວ່າ: ໃນວັນທີ 14 ພຶດສະພາ 2025 ເວລາປະມານ 23 ໂມງ ທ້າວ ໂກມ ໄດ້ຍ່າງອອກບ້ານໄປໄຮ່,

 

ຮອດຖຽງໄຮ່ແລ້ວທ້າວ ໂກມ ກໍໄດ້ເວົ້າຢູ່ຜູ້ດຽວ ແລະ ຮ້ອງໄຫ້ ຈົນຮອດເວລາປະມານ 00 ໂມງ, ທ້າວ ຝາຍ ( ຜູ້ເປັນພໍ່ ) ກັບ ນາງ ສາຍ ( ຜູ້ເປັນແມ່ ) ໄດ້ພາກັນ ຈັບທ້າວ ໂກມ ເພື່ອຈະພາຜູ້ກ່ຽວໄປອາບນໍ້າ,

 

ຫຼັງຈາກນັ້ນທ້າວ ໂກມ ກໍໄດ້ພຶດອອກ ແລ້ວທ້າວ ໂກມ ໄດ້ຈົກເອົາມີດຢູ່ໃນແອວຂອງຜູ້ກ່ຽວ ແລ້ວແທງພໍ່ ປະມານ 10-15 ຄັ້ງ,

 

ຂະນະນັ້ນ ນາງ ສາຍ ໄດ້ແລ່ນເຂົ້າໄປຊ່ວຍຜູ້ເປັນຜົວ, ທ້າວ ໂກມ ຫັນມາເອົາມີດແທງ ນາງ ສາຍ ປະມານ 12-16 ຄັ້ງ ແລ້ວນາງ ສາຍ ໄດ້ລົ້ມລົງ;

 

ຫຼັງຈາກນັ້ນ ນາງ ແພງ ກັບ ທ້າວ ຕູນ ( ຜູ້ເປັນລູກສາວ ແລະ ລູກເຂີຍ) ໄດ້ແລ່ນເຂົ້າໄປເຫຼືອພໍ່ແລະແມ່ ໂດຍເອົາໄມ້ຄ້ອນ ພາດໃສ່ງ່ອນຂອງທ້າວ ໂກມ (ຜູ້ເປັນນ້ອງຊາຍ) 1 ຄັ້ງ ທ້າວ ໂກມ ໄດ້ຫັນມາຫາ ນາງ ແພງ ແລ້ວນາງ ແພງ ກັບທ້າວ ຕຸນ ໄດ້ພາກັນແລ່ນໜີໄປຫາຖຽງໄຮ່ຂອງທ້າວ ລຽນ ທີ່ຢູ່ໃກ້,

 

ສ່ວນທ້າວ ຝາຍ (ຜູ້ເປັນພໍ່) ແມ່ນ ໄດ້ແລ່ນໄປທາງຖຽງໄຮ່ຂອງທ້າວ ດາຍ (ຜູ້ເປັນນ້ອງແມ່)

 

ຫຼັງຈາກນັ້ນ ທ້າວ ດາຍ ໄດ້ພາໄປສົ່ງຢູ່ໂຮງ ໝໍຊຸມຊົນເມືອງວາປີ ແຂວງສາລະວັນ.

ທ້າວ ໂກມ ແມ່ນໄດ້ມົ້ວສຸມຢາເສບຕິດ ແລະ ເຄີຍເຂົ້າດັດສ້າງຢູ່ຄ້າຍຄຸມຂັງ-ດັດສ້າງນາໄຊເປັນເວລາ 3 ປີ 4 ເດືອນ ແລະ ຜູ້ກ່ຽວໄດ້ອອກຈາກຄ້າຍຄຸມຂັງ-ດັດສ້າງນາໄຊ ໃນໄລຍະເດືອນ ເມສາ 2025.

 

ປັດຈຸບັນ ເຈົ້າໜ້າທີ່ວິຊາສະເພາະໄດ້ກັກຕົວ ທ້າວ ໂກມ ພ້ອມຂອງກາງ ມີດ 1 ດວງ ມາສອບສອນ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

 

ທີ່ມາ: ຄວາມສະຫງົບ Lao Security News

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ