Copy of site cover (28)
ຄຣິສຕັນ ພາເລັສ ປະທະ ແມນຊິຕີ້ 1-0: ພາເລັສ ເອົາຊະນະ ເຮືອໃບ ຄອງແຊມ FA Cup ເປັນຄັ້ງທຳອິດ
ຮຽບຮຽງໂດຍ:kaling
ເຜີຍແຜ່: 19 May, 2025
ໝວດ: ກິລາ

ຄຣິສຕັນ ພາເລັສ ປະທະ ແມນຊິຕີ້ 1-0: ພາເລັສ ເອົາຊະນະ ເຮືອໃບ ຄອງແຊມ FA Cup ເປັນຄັ້ງທຳອິດ

ຄຣິສຕັນ ພາເລັສ ປະທະ ແມນຊິຕີ້: ຜົນບານ 1-0 | ການແຂ່ງຂັນຟຸດບອນ FA Cup 2024/25 ຕຳແໜ່ງແຊມໄດ້ຕົກເປັນຂອງ “ປາສາດເຮືອນແກ້ວ” ຄຣິສຕັນ ພາເລັສ ຊຶ່ງໄດ້ເອົາຊະນະ ແມນຯ ຊິຕີ້ 1-0 ຈາກປະຕູໄຊໂດຍ ເອເບເລຊີ່ ເອເຊ່ ໃນນາທີທີ 16 ຊຶ່ງໃນເກມນີ້, ທີມເຮືອໃບສີຟ້າມີໂອກາດຕີເສມົ, ແຕ່ ໂອມາ ມາມູຊ ຍິງຈຸດໂທດໄປຕິດເຊັບ ດີນ ເຮນເດີສັນ ຊຶ່ງສະແດງຟອມສຸດແໜ້ນຕະຫຼອດທັງເກມ ເຮັດໃຫ້ ພາເລັສ ໄດ້ສະເຫຼີມສະຫຼອງແຊມ FA Cup ເປັນຄັ້ງທຳອິດໃນປະຫວັດສາດສະໂມສອນ.

ການແຂ່ງຂັນຟຸດບອນ FA Cup 2024/25 ຮອບຊິງຊະນະເລີດ ທີ່ສະໜາມເວມບຼີ ເມື່ອວັນເສົາທີ 17 ພຶດສະພາ 2568 “ປາສາດເຮືອນແກ້ວ” ຄຣິສຕັນ ພາເລັສ ລົງສະໜາມດວລແຂ້ງກັບ “ເຮືອໃບສີຟ້າ” ແມນເຊສເຕີ ຊິຕີ້

ເລີ່ມເກມມາໃນນາທີທີ 6 ແມນຊິຕີ້ ເກືອບໄດ້ປະຕູຂຶ້ນນຳຈາກຈັງຫວະທີ່ ເຄວິນ ເດີ ບຣອຍນ໌ ເປີດບານຈາກຂວາໄປໃຫ້ ເອີລິງ ຮາແລນ ກະໂດດຍິງທີ່ເສົາສອງ, ແຕ່ບໍ່ຜ່ານມື ດີນ ເຮນເດີສັນ ຜູ້ຮັກສາປະຕູພາເລັສ ປັດບານອອກຫຼັງໄດ້ຢ່າງຫວຸດຫວິດ

ນາທີ 14 ແມນຊິຕີ້ໄດ້ລຸ້ນອີກຄັ້ງ ເຄວິນ ເດີ ບຣອຍນ໌ ເປີດລູກເຕະມຸມເຂົ້າມາໃຫ້ ມານູເອລ ອຄານຈີ ໂຫມ່ງບານຂ້າມຄານອອກໄປໜ້ອຍດຽວ

ໂກນ!! ນາທີ 16 ພາເລັສໄດ້ໂອກາດເຮັດເກມບຸກຂຶ້ນມາຄັ້ງທຳອິດ ແລະ ກາຍເປັນປະຕູຂຶ້ນນຳທັນທີ ເມື່ອ ດາເນຍນ ມູນຍອຊ ຫຼຸດຂຶ້ນໄປທາງຝັ່ງຂວາ ກ່ອນເປີດເຂົ້າກາງເຂດໂທດໃຫ້ ເອເບເລຊີ່ ເອເຊ່ ແລ່ນເຂົ້າມາຊັດແບບບໍ່ຈັບ ສົ່ງບານພຸ່ງຕຸງຕາຂ່າຍເປັນສະກໍນຳ 1-0 ຂອງຄຣິສຕັນ ພາເລັສ

ນາທີ 20 ພາເລັສເກືອບໄດ້ລູກທີ 2 ດາເນຍນ ມູນຍອຊ ປາດຮຽດຈາກຂວາໄປໃຫ້ ອິສໄມລາ ຊາ ໂສບມາຍິງທີ່ເສົາແຮກ, ຕິດເຊັບນາຍທະວານສະເຕຟານ ອໍເຕກ້າ
ຈາກນັ້ນນາທີ 36 ແມນຊິຕີ້ ມາໄດ້ຈຸດໂທດຈາກຈັງຫວະທີ່ ໄທຣິກ ມິດເຊລ ໄປເສຍບ ແບນາໂດ້ ຊິລວາ ລົ້ມລົງໃນເຂດໂທດ, ແຕ່ວ່າ ໂອມາ ມາມູຊ ສັງຫານໄປຕິດ ດີນ ເຮນເດີສັນ ນາຍທະວານພາເລັສ ຊຶ່ງສະແດງຊູເປີເຊັບ ພຸ່ງປັດບານໄດ້ ເຮັດໃຫ້ ແມນຊິຕີ້ ຊວດໄດ້ປະຕູຕີເສມົໄປຢ່າງໜ້າເສຍດາຍ

ນາທີ 43 ເຊເລມີ່ ໂດກູ ປີກແມນຊິຕີ້ ກະຊາກບານເຂົ້າເຂດໂທດ ກ່ອນຈະປັ່ນເນັ້ນໆດ້ວຍຂວາ, ແຕ່ ດີນ ເຮນເດີສັນ ກໍຍັງບິນປັດບານຊ່ວຍໃຫ້ ພາເລັສ ລອດພົ້ນການເສຍປະຕູອີກຄັ້ງ ແລະ ຈົບເຄິ່ງແຮກດ້ວຍສະກໍ ພາເລັສ ນຳ ແມນຊິຕີ້ 1-0

ເຄິ່ງຫຼັງ ແມນຊິຕີ້ໄດ້ລຸ້ນກ່ອນໃນນາທີ 49 ເຊເລມີ່ ໂດກູ ໄດ້ປັ່ນດ້ວຍຂວາໃນເຂດໂທດ, ບານຂ້າມຄານອອກຫຼັງໄປໜ້ອຍດຽວ

ນາທີ 58 ພາເລັສເກືອບໄດ້ລູກທີ 2 ຈາກຈັງຫວະຂຼຸກຂຼິກໃນເຂດໂທດ, ດາເນຍນ ມູນຍອຊ ໄດ້ກົດດ້ວຍຂວາ, ບານໄປແສບ ອິສໄມລາ ຊາ ປ່ຽນທາງ, ນາຍທະວານສະເຕຟານ ອໍເຕກ້າ ເຊັບໄດ້ໃນຈັງຫວະແຮກ ແຕ່ ມູນຍອຊ ຍັງຕາມມາຊ້ຳດາບສອງຈໍ່ໆ ບໍ່ເຫຼືອ, ເຖິງຢ່າງໃດກໍຕາມ, ຫຼັງຈາກເຊັກພາບ VAR ເຫັນວ່າ ອິສໄມລາ ຊາ ຢູ່ໃນຕຳແໜ່ງລ້ຳໜ້າ ເຮັດໃຫ້ ພາເລັສ ຖືກຮິບປະຕູຄືນຢ່າງໜ້າເສຍດາຍ

ຫຼັງຈາກນັ້ນ ແມນຊິຕີ້ ເປັນຝ່າຍພັບສະໜາມບຸກຢູ່ຝ່າຍດຽວ ແລະ ມີໂອກາດທອງໃນນາທີ 82 ເຄວິນ ເດີ ບຣອຍນ໌ ຈ່າຍບານທະລຸເຂົ້າເຂດໂທດໃຫ້ ເຄລາດິໂອ ເອເຊເວີຣີ່ ກອງໜ້າດາວຮຸ່ງທີ່ຖືກປ່ຽນລົງມາເປັນຕົວສຳຮອງ ຊັດຈໍ່ໆດ້ວຍຂວາ, ແຕ່ບານພຸ່ງໄປຕົງຕົວ ດີນ ເຮນເດີສັນ ເຊັບເອົາໄວ້ໄດ້

ຊ່ວງທ້າຍເກມ ແມນຊິຕີ້ ເລັ່ງເກມບຸກຕໍ່ເນື່ອງ, ແຕ່ບໍ່ສາມາດເຈາະແນວຮັບພາເລັສທີ່ຫຼີ້ນໄດ້ຢ່າງແໜ້ນແຟ້ນ ຈົນຮອດຄົບ 90 ນາທີບໍ່ມີປະຕູເພີ່ມ, ຈົບເກມ ຄຣິສຕັນ ພາເລັສ ເອົາຊະນະ ແມນຊິຕີ້ 1-0 ຜົງສະຫງ່າຄອງແຊມ FA Cup ໄປຄອງໄດ້ເປັນສະໄໝແຮກ ແລະ ເປັນແຊມເມເຈີລາຍການແຮກໃນປະຫວັດສາດ 120 ປີຂອງສະໂມສອນ

ລາຍຊື່ຜູ້ຫຼີ້ນຕົວຈິງທີ່ລົງສະໜາມ:

ຄຣິສຕັນ ພາເລັສ: ດີນ ເຮນເດີສັນ (GK), ດາເນຍນ ມູນຍອຊ, ມາກ ເກຮີ, ມັກຊອງ ລາຄຣົວຊ໌, ຄຣິສ ຣິຊາດສ໌, ໄທຣິກ ມິດເຊລ, ໄດຈິ ຄາມາດະ, ອາດັມ ວາຕັນ, ເອເບເລຊີ່ ເອເຊ່, ອິສໄມລາ ຊາ, ຊອງ ຟິລິບ ມາເຕຕ້າ

ແມນຊິຕີ້: ສະເຕຟານ ອໍເຕກ້າ (GK), ມານູເອລ ອຄານຈີ, ຣູເບນ ດິອາສ, ຍອສໂກ້ ກວາດິໂອລ, ນິໂກ ໂອໄຣລີ່ຍ໌, ແບນາໂດ ຊິລວາ, ເຄວິນ ເດີ ບຣອຍນ໌, ເຊເລມີ່ ໂດກູ, ຊາວິນໂຍ່, ໂອມາ ມາມູຊ, ເອີລິງ ຮາແລນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ