site_cover (15)
ປກສ ແຂວງບໍ່ແກ້ວ ພົບເຫັນ ຢາບ້າ ຈຳນວນເທົ່າກັບ 19.500.000 ເມັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 20 May, 2025
ໝວດ: ຂ່າວ

ອີງຕາມ: ບົດລາຍງານ ຂອງຫ້ອງຕໍາຫຼວດ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ເລກທີ 2011/ຫຕຫຼ ລົງວັນທີ 19 ພຶດສະພາ 2025 ໃຫ້ຮູ້ວ່າ:

ໃນຄັ້ງວັນທີ 17/05/2025 ທາງເຈົ້າໜ້າທີ່ຕໍາຫຼວດປະຈໍາຈຸດກວດການໍ້າເກິ່ງ ແມ່ນໄດ້ປະຕິບັດໜ້າທີ່ກວດກາພາຫະນະປົກກະຕິ,

 

ຮອດເວລາປະມານ 11 ໂມງ 10 ນາທີ ໄດ້ກວດກາລົດບັນທຸກ 22 ລໍ້ (ຫົວລາກ) ທີ່ຂັບຂີ່ມາແຕ່ເມືອງຕົ້ນເຜິ້ງ ຈະລົງໄປເມືອງຫ້ວຍຊາຍ ປ້າຍທະບຽນຫົວລາກ ບກ 4489 ອຸດົມໄຊ ທະບຽນຫາງລາກ ບກ 4753

 

ຜູ້ຂັບຂີ່ 01 ຄົນຄື: ທ້າວ ແປ ຫວ່າງ, ອາຍຸ 29 ປີ, ອາຊີບ ຂັບລົດ, ສັນຊາດລາວ, ຊົນເຜົ່າມົ້ງ ຢູ່ບ້ານໂພນສະຫວ່າງ, ເມືອງນໍ້າບາກ, ແຂວງຫຼວງພະບາງ,

 

ຜ່ານການກວດຄົ້ນລົດຄັນດັ່ງກ່າວແມ່ນເຫັນວ່າ: ໄດ້ດັດປ່ຽນສະພາບ (ຊຸກເຊື່ອງຢາເສບຕິດ) ພາຍໃນຕູ້ຄອນອນເທັນເນີ,

 

ເຈົ້າໜ້າທີ່ຕຳຫຼວດປະຈໍາຈຸດກວດການໍ້າເກິ່ງ ຈຶ່ງໄດ້ກັກຕົວຜູ້ຂັບຂີ່ ແລະ ລົດໄວ້, ແລ້ວໄດ້ລາຍງານກອງບັນຊາການ ປກສ ແຂວງບໍ່ແກ້ວ ນໍາເອົາລົດຄັນດັ່ງກ່າວຂຶ້ນໄປກວດກາຢູ່ກອງບັນຊາການ ປກສ ແຂວງບໍ່ແກ້ວ.

 

ຜ່ານການກວດກາໄດ້ພົບເຫັນ ຢາບ້າ ຈຳນວນ 78 ເປົາ ມີ 9.750 ມັດ ເທົ່າກັບ 19.500.000 ເມັດ ມີນ້ຳໜັກ 2.184 ກິໂລກຣາມ.

  • ເຄື່ອງຂອງກາງ ແລະ ເຄື່ອງຕິດຕົວທີ່ຢຶດໄດ້ມີຄື:
  1. ຢາບ້າ ຈຳນວນ 78 ເປົາ ມີ 9.750 ມັດ ເທົ່າກັບ 19,500,000 ເມັດ, ນໍ້າໜັກ 2,184 ກິໂລກຣາມ,
  2. ລົດບັນທຸກ 22 ລໍ້ (ຫົວລາກ) ສີແດງ 01 ຄັນ, ທະບຽນຫົວລາກ ບກ 4489 ອຸດົມໄຊ, ຫາງລາກ ບກ 4753 ຫຼວງນ້ຳທາ.
  3. ໂທລະສັບ ຍີ່ຫໍ້ Infinix ສີຟ້າ ຈໍານວນ 01 ໜ່ວຍ.

 

ປະຈຸບັນ ທາງເຈົ້າໜ້າທີ່ວິຊາສະເພາະ ພວມດຳເນີນການສືບສວນ – ສອບສວນເພື່ອຂະຫຍາຍຜົນ ແລະ ນໍາຕົວຜູ້ກຽວໄປດໍາເນີນຄະດີຕາມລະບຽບກົດໝາຍ.

 

 

 

 

 

 

 

 

 

 

 

ທີ່ມາ: ຂ່າວ ປກສ ແຂວງບໍ່ແກ້ວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ