VP LANDSCAPE COVER - 2025-05-21T105804.762
"ສູດໂກງແຄລໂລລີ" ວິທີຫຸງເຂົ້າໃຫ້ຫຼຸດລົງ 50% ກິນແລ້ວຈ່ອຍແທ້ຫຼືບໍ່?!
ຮຽບຮຽງໂດຍ:patthana
ເຜີຍແຜ່: 21 May, 2025

ແທ້ບໍ່! ການຫຸງເຂົ້າໃສ່ນ້ຳມັນໝາກພ້າວຊ່ວຍຫຼຸດແຄລໂລລີໄດ້ 50%? ນັກວິຊາການເຕືອນ ຢ່າຫຼົງເຊື່ອສູດໄວຣັລ

ໃນຊ່ວງນີ້ຕາມສື່ສັງຄົມອອນລາຍມີການແຊຣ໌ຄລິບທີ່ອ້າງວ່າ “ການຫຸງເຂົ້າໃສ່ນ້ຳມັນໝາກພ້າວຊ່ວຍຫຼຸດຄາໂລລີລົງໄດ້ເຖິງ 50%” ເຮັດໃຫ້ຫຼາຍຄົນເຂົ້າໃຈຜິດຄິດວ່າເປັນສູດຫຼຸດຄວາມອ້ວນແບບໃໝ່ທີ່ໄດ້ຜົນຈິງ. ຫຼ້າສຸດ ຮສ. ດຣ. ເຈດສະດາ ເດັນດວງບໍລິພັນ ນັກວິຊາການຈາກຈຸລາລົງກອນມະຫາວິທະຍາໄລ ໄດ້ອອກມາໂພສຊີ້ແຈງວ່າ ຂໍ້ມູນດັ່ງກ່າວບໍ່ເປັນຄວາມຈິງ ແລະ ມີການບິດເບືອນຈາກງານຄົ້ນຄວ້າຕົ້ນສະບັບ.

ຄລິບໄວຣັລທີ່ກຳລັງແຜ່ກະຈາຍນີ້ ອ້າງອີງຈາກການນຳສະເໜີງານຄົ້ນຄວ້າຂອງນັກສຶກສາປະລິນຍາເອກຊາວສີລັງກາ ໃນງານປະຊຸມທາງວິທະຍາສາດຂອງ American Chemical Society ເຊິ່ງທົດລອງຫຸງເຂົ້າດ້ວຍການເຕີມ ນ້ຳມັນໝາກພ້າວ 1 ບ່ວງໂຕະ ແລ້ວນຳໄປແຊ່ເຢັນ 12 ຊົ່ວໂມງ ພົບວ່າປະລິມານຄາໂລລີໃນເຂົ້າຫຼຸດລົງປະມານ 10-12% ເທົ່ານັ້ນ ຂຶ້ນຢູ່ກັບສາຍພັນເຂົ້າ.

ເຖິງຢ່າງໃດກໍຕາມ, ງານຄົ້ນຄວ້າດັ່ງກ່າວ ຍັງບໍ່ໄດ້ຖືກຕີພິມໃນວາລະສານວິຊາການ ແລະ ເປັນພຽງຜົນການທົດລອງໃນ ຫ້ອງປະຕິບັດການເຄມີ ຍັງບໍ່ມີຫຼັກຖານທາງຊີວະວິທະຍາ ຫຼື ການທົດລອງໃນມະນຸດ ທີ່ຢືນຢັນວ່າ ເມື່ອກິນເຂົ້າດ້ວຍວິທີນີ້ຈະເຮັດໃຫ້ຮ່າງກາຍໄດ້ຮັບຄາໂລລີໜ້ອຍລົງຈິງ.

ໂຄງສ້າງແປ້ງປ່ຽນ ແຕ່ບໍ່ໄດ້ແປວ່າຄາໂລລີຫາຍໄປເຄິ່ງໜຶ່ງ ແນວຄິດຂອງງານຄົ້ນຄວ້ານີ້ຄື ການເຮັດໃຫ້ແປ້ງໃນເຂົ້າກາຍເປັນ “Resistant Starch” ຫຼື ແປ້ງຕ້ານທານການຍ່ອຍ ເຊິ່ງຮ່າງກາຍຈະດູດຊຶມໄດ້ໜ້ອຍລົງແລະຊ້າລົງ ສົ່ງຜົນໃຫ້ຄ່າດັດຊະນີນ້ຳຕານ (GI) ຫຼຸດລົງ ເໝາະສຳລັບຜູ້ປ່ວຍເບົາຫວານໃນທາງທິດສະດີ.

ແຕ່ການກ່າວອ້າງວ່າ “ຫຼຸດຄາໂລລີໄດ້ເຖິງ 50%” ເປັນພຽງ ການຄາດເດົາຂອງຜູ້ວິໄຈເອງ ເຊິ່ງ ຍັງບໍ່ມີການທົດລອງພິສູດຈິງ ແລະ ທີ່ສຳຄັນຄື ຍັງບໍ່ມີການທົດສອບກັບເຂົ້າສາຍພັນໄທ ຫຼື ການຫຸງດ້ວຍໝໍ້ຫຸງເຂົ້າແບບທີ່ໃຊ້ກັນໃນຊີວິດປະຈຳວັນ.

ເພີ່ມນ້ຳມັນ = ເພີ່ມໄຂມັນ! ແມ່ນວ່າໂຄງສ້າງແປ້ງຈະປ່ຽນໄປ ແຕ່ການໃສ່ນ້ຳມັນໝາກພ້າວລົງໄປຫຸງ ກໍເທົ່າກັບວ່າເຮົາເພີ່ມໄຂມັນເຂົ້າສູ່ຮ່າງກາຍ ເຊິ່ງກໍມີຄາໂລລີສູງເຊັ່ນກັນ ຫາກບໍ່ຄວບຄຸມປະລິມານ ກໍອາດໄດ້ພະລັງງານຫຼາຍກວ່າທີ່ຕ້ອງການອີກ.

ອ.ເຈດສະດາ ຢ້ຳວ່າ ຂ່າວທີ່ອ້າງວ່າການຫຸງເຂົ້າໃສ່ນ້ຳມັນໝາກພ້າວສາມາດຫຼຸດຄາໂລລີໄດ້ເຄິ່ງໜຶ່ງ ບໍ່ເປັນຄວາມຈິງ ແລະ ບໍ່ຄວນນຳໄປປະຕິບັດຕາມໂດຍບໍ່ມີຂໍ້ມູນທີ່ຖືກຕ້ອງ.

ວິທີຫຼຸດຄາໂລລີທີ່ໄດ້ຜົນຈິງ ຄືການ:

  • ຫຼຸດປະລິມານເຂົ້າທີ່ກິນໃນແຕ່ລະຄາບ
  • ອອກກຳລັງກາຍເປັນປະຈຳ
  • ເລືອກກິນອາຫານທີ່ມີກາກໃຍສູງແລະ GI ຕ່ຳຢ່າງພໍເໝາະ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ