VP LANDSCAPE COVER - 2025-05-22T102014.348
ອາຫານໄຂມັນສູງ ເປັນອັນຕະລາຍຕໍ່ລຳໄສ້
ຮຽບຮຽງໂດຍ:patthana
ເຜີຍແຜ່: 22 May, 2025

ຂ່າວຕ່າງປະເທດລາຍງານໃນວັນທີ 20 ພຶດສະພາ ຜ່ານມາວ່າ: ຜົນການສຶກສາຈາກສະຖາບັນ Walter ແລະ Eliza Hall (WEHI) ຊຶ່ງເປັນສະຖາບັນການແພດທີ່ເກົ່າແກ່ທີ່ສຸດຂອງອົສຕຣາລີ ເປີດເຜີຍວ່າ: ການກິນອາຫານທີ່ມີໄຂມັນສູງພຽງແຕ່ສອງສາມຄັ້ງສາມາດເຮັດໃຫ້ລະບົບພູມຕ້ານທານຕາມທໍາມະຊາດຂອງລໍາໄສ້ອ່ອນແອຢ່າງໄວວາ ຈົນກະຕຸ້ນໃຫ້ເກີດການອັກເສບທີ່ຍາວນານກ່ອນທີ່ອາການຈະປະກົດ.

ການທົດລອງໃນໄລຍະເລີ່ມຕົ້ນ (pre-clinical) ພົບວ່າ: ການກິນອາຫານທີ່ມີໄຂມັນອີ່ມຕົວສູງພຽງແຕ່ສອງມື້ໄດ້ຫຼຸດລະດັບ interleukin 22 (IL-22) ຊຶ່ງເປັນທາດໂປຣຕີນປ້ອງກັນທີ່ສໍາຄັນທີ່ຊ່ວຍຮັກສາສຸຂະພາບຂອງລໍາໄສ້ ແລະ ຄວບຄຸມການອັກເສບລົງຢ່າງຫຼວງຫຼາຍ. ໂດຍໜູທົດລອງທີ່ມີສຸຂະພາບດີສະແດງສັນຍານອາການອັກເສບລະດັບຈຸນລະພາກ ແລະ ການເຮັດວຽກຂອງລໍາໄສ້ຜິດປົກກະຕິ.

ທ່ານ ຊິຣິລ ເຊຍເລດ ຜູ້ຂຽນຜົນການສຶກສາລະດັບອາວຸໂສ ກ່າວວ່າ: ອາຫານທຸກໆຄາບທີ່ພວກເຮົາກິນມີຜົນກະທົບຕໍ່ສຸຂະພາບລຳໄສ້. ຍິ່ງກິນອາຫານທີ່ມີໄຂມັນອີ່ມຕົວສູງຫຼາຍເທົ່າໃດ, ຍິ່ງສະສົມການອັກເສບຫຼາຍຂຶ້ນເທົ່ານັ້ນ, ເຮັດໃຫ້ລະບົບພູມຕ້ານທານຂອງລໍາໄສ້ອ່ອນແອ ແລະ ເພີ່ມຄວາມສ່ຽງຂອງການອັກເສບຊໍາເຮື້ອ.

ທັງນີ້, ອາການອັກເສບຊໍາເຮື້ອເຊັ່ນ: ພະຍາດເຊລີແອດ (celiac), ອັກເສບກະເພາະລໍາໄສ້ ແລະ ໂຣກຂໍ້ອັກເສບສົ່ງຜົນກະທົບຕໍ່ຊາວອົສຕຣາລີປະມານໜຶ່ງໃນສາມ.

ຜົນການສຶກສານີ້ຊີ້ໃຫ້ເຫັນວ່າ: ການກິນອາຫານທີ່ມີໄຂມັນສູງບໍ່ພຽງແຕ່ກະຕຸ້ນການອັກເສບ, ແຕ່ຍັງລະງັບຄວາມສາມາດຂອງຮ່າງກາຍໃນການຕໍ່ສູ້ກັບການອັກເສບໂດຍການຫຼຸດ interleukin 22, ໂດຍທ່ານ ເລີ ສຽງ ຜູ້ຂຽນການສຶກສາອີກຄົນກ່າວວ່າ: ຄວາມສາມາດໃນການປ້ອງກັນລໍາໄສ້ຈະຫຼຸດລົງໃນເວລາພຽງ 2 ມື້, ໂດຍບໍ່ມີສັນຍານອາການພາຍນອກໃດໆ.

ຢ່າງໃດກໍຕາມ, ນັກຄົ້ນຄວ້າຍັງພົບວ່າໄຂມັນທີ່ບໍ່ອີ່ມຕົວເຊັ່ນ: ໄຂມັນໃນໝາກຖົ່ວ, ແກ່ນພືດ ແລະ ອາໂວກາໂດ ຊ່ວຍເພີ່ມ interleukin 22 ແລະ ເພີ່ມພູມຕ້ານທານຂອງລໍາໄສ້. ລວມເຖິງສາມາດຟື້ນຟູການເຮັດວຽກຂອງລໍາໄສ້ໃນໜູທົດລອງດ້ວຍການເສີມ interleukin 22 ຊຶ່ງຊີ້ໃຫ້ເຫັນທ່າແຮງໃນການຟື້ນຟູສຸຂະພາບຂອງລໍາໄສ້ໃນມະນຸດ.

ນັກຄົ້ນຄວ້າຫວັງວ່າຜົນຂອງການສຶກສານີ້ຈະມີອິດທິພົນຕໍ່ການກຳນົດຄໍາແນະນໍາກ່ຽວກັບການກິນອາຫານ. ເພື່ອສະໜັບສະໜູນສຸຂະພາບຂອງລໍາໄສ້ທີ່ດີຕາມທໍາມະຊາດໂດຍຜ່ານໂພຊະນາການ. ໂດຍສະເພາະແມ່ນການສົ່ງເສີມໄຂມັນບໍ່ອີ່ມຕົວ ແລະ ຫຼຸດຜ່ອນການບໍລິໂພກໄຂມັນອີ່ມຕົວ.

ຜົນການສຶກສານີ້ໄດ້ຖືກຂຽນຮ່ວມກັນໂດຍ ສະຖາບັນ Walter ແລະ Eliza Hall ມະຫາວິທະຍາໄລ Monash, ສະຖາບັນ Baker ແລະ ມະຫາວິທະຍາໄລ Melbourne ແລະ ພິມເຜີຍແຜ່ໃນວາລະສານຂອງ Immunity ໃນວັນທີ 19 ພຶດສະພາ ຜ່ານມາ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 18 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,418
21,694
thailand (1)
THB
658.08
668.21
european-union
EUR
23,836
24,313
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-18T165025.789
ເຕືອນການສັນຈອນເສັ້ນທາງເມືອງເງິນ ເສັ້ນທາງເມືອງເງິນ ແຂວງໄຊຍະບູລີ ຫາ ເມືອງແບງ ແຂວງອຸດົມໄຊ ແມ່ນການສັນຈອນຫຍຸ້ງຍາກ
_cover - 2025-07-18T162909.796
ແຈ້ງເຕືອນໄພ ພາຍຸໜູນເຂດຮ້ອນ ວິພາ (wipha) ໃນລະຫວ່າງວັນທີ 21-23 ກໍລະກົດ 2025
pele - 2025-07-18T160649.842
ຝຶກຊ້ອມ ກຽມພ້ອມໃຫ້ການຊ່ວຍເຫລືອສັງຄົມ ກໍລະນີເກີດເຫດໄພນ້ຳຖ້ວມ
_cover - 2025-07-18T153533.877
ໄຟໄໝ້ເວທີຫຼັກ Tomorrowland ປະເທດເບລຢຽມເສຍຫາຍໜັກ ກ່ອນເປີດງານເທດສະການດົນຕີລະດັບໂລກພຽງບໍ່ເທົ່າໃດມື້
pele - 2025-07-18T151359.174
ເມືອງປາກແຊງ ເລັ່ງຕັດທາງເວັ້ນຊົ່ວຄາວຈຸດເສັ້ນທາງຂາດ ເຂດບ້ານສະຄີງ
_cover - 2025-07-18T150508.021
Googleປະກາດເປີດຕົວໂມເດວ AI ດ້ານສຸຂະພາບ 2 ຕົວໃໝ່ຫຼ້າສຸດ Google DeepMind ເປີດຕົວ MedGemma ຜູ້ຊ່ວຍໃໝ່ສຳລັບວົງການແພດ
_cover - 2025-07-18T142440.800
ກັກໂຕກຸ່ມນາຍໜ້າຄ້າມະນຸດ (ກໍລະນີແຕ່ງດອງແອບແຝງ) ຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ ຈຳນວນ 03 ຄົນ, ເປັນຄົນຕ່າງປະເທດ 02 ຄົນ
pele - 2025-07-18T135615.038
ກະຊວງ ວທ ສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
_cover - 2025-07-18T134644.830
ໃຜມີແຜນຈະໄປອາເມລິກາຕ້ອງຈ່າຍເພີ່ມ ສະຫະລັດຂຶ້ນຄ່າທຳນຽມວີຊ່າ ແລະ ຄ່າເດີນທາງປີ 2025
_cover - 2025-07-18T111910.830
"ດູໄບ" ຕັ້ງເປົ້າແກ້ໄຂບັນຫາການຈະລາຈອນດ້ວຍ "ແທັກຊີ່ບິນໄດ້" Joby Air Taxi ໃນປີ 2026
ຢ່າລື່ມກົດຕິດຕາມ