VP LANDSCAPE COVER - 2025-05-22T135322.220
ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ
ຮຽບຮຽງໂດຍ:patthana
ເຜີຍແຜ່: 22 May, 2025
ໂດຍ: ບິກໄຊ ສົມພູ ໂດຍອີງຕາມທິດຊີ້ນໍາຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບວາງອອກ ເວົ້າລວມ ເວົ້າສະເພາະ ກໍຄືຂັ້ນເທິງໄດ້ມອບໝາຍໜ້າທີ່ໃຫ້ກອງພັນໃຫຍ່ 11 ເຂົ້າຮ່ວມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ,

ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຖອດຖອນບົດຮຽນໄດ້ຫຼາຍດ້ານເປັນຕົ້ນແມ່ນ: ການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບເຫັນໄດ້ຄວາມໝາຍຄວາມສຳ ຄັນທີ່ເປັນມູນເຊື້ອລະຫວ່າງສອງກອງທັບລາວ-ຫວຽດນາມ ໃນຕະຫຼອດໄລຍະຜ່ານມາ, ເປັນການປັບປຸງແບບແຜນຂອງກອງທັບໃຫ້ເຂັ້ມແຂງເປັນຕົ້ນລະບຽບບຸກຄົນ, ລວມໝູ່, ອົບຮົມຫັດແອບໃຫ້ມີຄວາມສໍານິຊໍານານ ເພື່ອກຽມພ້ອມປະຕິບັດໜ້າທີ່ການເມືອງຂອງກົມກອງໃຫ້ມີປະສິດທິພາບສູງ, ພ້ອມທັງເປັນການສືບຕໍ່ຮັດແໜ້ນສາຍພົວພັນທີ່ເປັນປະຫວັດສາດມູນເຊື້ອລະຫວ່າງສອງກອງທັບລາວ-ຫວຽດນາມ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

ສະຫາຍ ພັນໂທ ໂພທະເລ ທໍາມະວົງສາ ຮອງຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 11 ທັງເປັນຄະນະຮັບຜິດຊອບຊີ້ນຳກ້ອນກຳລັງກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ໃຫ້ສຳພາດໃນວັນທີ 21 ພຶດສະພາ ຜ່ານມາ ວ່າ: ພາຍຫຼັງທີ່ສຳເລັດໃນການເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ (30 ເມສາ 1975 – 30 ເມສາ 2025) ທີ່ນະຄອນຫຼວງໂຮ່ຈິມິນ ສສ ຫວຽດນາມ ໃນລະຫວ່າງວັນທີ 18 ເມສາ – 1 ພຶດສະພາ 2025 ຜ່ານມາ ຊຶ່ງຝ່າຍກອງທັບປະຊາຊົນລາວ ມີຈຳນວນພົນເຂົ້າຮ່ວມທັງໝົດ 121 ສະຫາຍ (ນັບທັງຄະນະຮັບຜິດຊອບຊີ້ນຳ ແລະ ອະນຸກຳມະການ), ກຳລັງສວນສະໜາມຕົວຈິງມີ 112 ສະຫາຍ. ຜ່ານການເຂົ້າຮ່ວມກ້ອນສວນສະໜາມດັ່ງກ່າວ ໄດ້ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ດັ່ງນີ້: ຂໍ້ຫຍຸ້ງຍາກແມ່ນ ເວລາການຝືກຊ້ອມຍັງມີໜ້ອຍ, ວັດຖຸອຸປະກອນໃນການຮັບປະກັນຍັງບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງການຝືກຊ້ອມ ແລະ ການສື່ສານດ້ານພາສາ ກັບບັນດາປະເທດເຂົ້າຮ່ວມສວນສະໜາມຍັງມີຄວາມຫຍຸ້ງຍາກ. ແຕ່ເຖິງຢ່າງໃດກໍຕາມ, ຄະນະຮັບຜິດຊອບພ້ອມດ້ວຍພະນັກງານ-ນັກຮົບທຸກສະຫາຍ ກໍໄດ້ພ້ອມກັບບຸກບືກສູ້ຊົນຈັດຕັ້ງປະຕິວຽກງານດັ່ງກ່າວໃຫ້ສຳເລັດຕາມແຜນການທີ່ວາງໄວ້. ສະນັ້ນ, ຜົນສຳເລັດທີ່ສາມາດຍາດມາໄດ້ໃນຄັ້ງນີ້ ກໍຍ້ອນຂັ້ນເທິງ ໄດ້ລົງໃກ້ຊິດຕິດແທດ ໂດຍສະເພາະແມ່ນກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ກໍໄດ້ແຕ່ງຕັ້ງວິຊາການລົງສົມທົບຕິດຕາມ ຝຶກຊ້ອມ, ພະນັກງານ-ນັກຮົບທຸກສະຫາຍ ແມ່ນໄດ້ມີແນວຄິດຕື່ນຕົວປະຕິບັດຕາມຄໍາສັ່ງຂອງຜູ້ບັນຊາແຕ່ລະຂັ້ນ ແລະ ມີຄວາມເປັນເອກະພາບສູງ, ຄະນະຮັບຜິດຊອບໄດ້ມີແຜນການ ແລະ ມອບໝາຍໜ້າທີ່ໃຫ້ບຸກຄົນຮັບຜິດຊອບເປັນຢ່າງດີ ແລະ ວຽກງານຮັບປະກັນແມ່ນຂັ້ນເທິງເປັນຜູ້ຕອບສະໜອງໃຫ້ຢ່າງພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງກົມກອງ, ຂັ້ນເທິງອຳນວຍຄວາມສະດວກດ້ານການເດີນທາງໄປ-ກັບ ແຕ່ນະຄອນຫຼວງວຽງຈັນ ເຖິງ ສສ ຫວຽດນາມ ແລະ ມີການປະສານງານຢ່າງຮອບດ້ານ.

ສະເພາະຝ່າຍກອງທັບ ສສ ຫວຽດນາມ ໄດ້ອໍານວຍຄວາມສະດວກຮອບດ້ານ ນັບທັງຄວາມປອດໄພ, ການເດີນທາງ, ທີ່ພັກອາໄສ ແລະ ວັດຖຸຮັບປະກັນຈຳນວນໜຶ່ງ, ສະຖານທີ່ຝຶກຊ້ອມ ຈຶ່ງເຮັດໃຫ້ການເຂົ້າຮ່ວມສວນສະໜາມ ໄດ້ຮັບໝາກຜົນຕາມແຜນການທີ່ກຳນົດໄວ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ