VP LANDSCAPE COVER - 2025-05-22T160235.601
ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຕ່ຈຸດຄຸ້ມບ້ານມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ
ຮຽບຮຽງໂດຍ:patthana
ເຜີຍແຜ່: 22 May, 2025
ພິທີເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແບບລຽງຫີນຕາມຄວາມເນີນ ແຄມແມ່ນໍ້າຂອງ ແຕ່ຈຸດຄຸ້ມບ້ານ ມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງບໍ່ແກ້ວ ເຈົ້າຂອງໂຄງການ ກັບ ບໍລິສັດ ແກ້ວຈະເລີນ ກໍ່ສ້າງ-ສ້ອມແປງຊົນລະປະທານ ຂົວ-ທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ, ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາຜ່ານມາ ຢູ່ທີ່ພະແນກ ຍທຂ ແຂວງ.

ທ່ານ ອ່ອງຄໍາ ໄຊຍະລາດ ຮອງຫົວໜ້າ ພະແນກ ຍທຂ ແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງບໍ່ແກ້ວ ວ່າດ້ວຍການເຫັນດີ ຮັບຮອງເອົາບໍລິສັດ ແກ້ວຈະເລີນກໍ່ສ້າງ-ສ້ອມແປງຊົນລະປະທານ, ຂົວ-ທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຊະນະການປະມູນ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ມີລວງຍາວ 3,692 ແມັດ, ໄລຍະການປະຕິບັດໜ້າວຽກ 4 ປີ, ມູນຄ່າການກໍ່ສ້າງທັງໝົດ 350 ຕື້ 403 ລ້ານກີບ. ຕ່າງໜ້າອົງການປົກຄອງແຂວງບໍ່ແກ້ວ ເຊັນສັນຍາໂດຍ ທ່ານ ວົງເພັດ ສຸຂະວົງ ຫົວໜ້າ ພະແນກ ຍທຂ ແຂວງ ໃນນາມເຈົ້າຂອງໂຄງການ ແລະ ທ່ານ ຄຳເກິ່ງ ວົງສາ ອຳນວຍການ ບໍລິສັດ ແກ້ວຈະເລີນ ກໍ່ສ້າງ-ສ້ອມແປງຊົນລະປະທານ ຂົວ-ທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ໂດຍການເປັນສັກຂີພະຍານຂອງ ທ່ານ ຮອງເຈົ້າແຂວງບໍ່ແກ້ວ.

(ຂ່າວ: ເງິນຫຼົງ ຈິດພູວົງ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ