site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 23 May, 2025
ໝວດ: ຂ່າວ

ເມື່ອບໍ່ດົນມານີ້ ພາສີ-ອາກອນຄຸນຫມິງ ແລະ ພາສີ-ອາກອນເມືອງຫນານຫນິງ ໄດ້ກວດພົບສານແຄດເມຍມ (Cadmium) (ສານກໍ່ໃຫ້ເກີດມະເຮັງ) ເກີນຄ່າມາດຕະຖານໃນໝາກຖົ່ວລຽນ ແລະ ໝາກມິີ້ ນຳເຂົ້າຈາກຫວຽດນາມອີກຄັ້ງ

 

 

ຊຶ່ງປັນຫານີ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງບໍ່ໄດ້ຮັບການແກ້ໄຂຢ່າງເໝາະສົມ ຈີນແລະຫວຽດນາມໄດ້ຈັດທຳພິທີສານໃນການໃຊ້ມາດຕະການກວດທີ່ເຂັ້ມງວດຂຶ້ນ

 

ສຳລັບການນຳເຂົ້າໝາກຖົ່ວລຽນ ແລະ ໝາກມີ້ ຈາກຫວຽດນາມທຸກລັອດ ລະຫວ່າງວັນທີ່ 1 ທັນວາ 2024ເຖິງ 1 ມິຖຸນາ 2025 ເພື່ອຄວາມປອດໄພຂອງອາຫານ

 

ມາດຕະການດັ່ງກ່າວ ກຳນົດໃຫ້ໝາກຖົ່ວລຽນ ແລະ ໝາກມີ້ ຈາກຫວຽດນາມຕ້ອງຜ່ານການທົດລອງໃນຫ້ອງປະຕິບັດການທີ່ໄດ້ຮັບອະນຸມັດ

 

 

ໂດຍຜະລິດຕະພັນທີ່ຜ່ານການທົດລອງ ແລະ ຕົງຕາມມາດຕະຖານທີ່ກຳນົດເທົ່ານັ້ນທີ່ຈະໄດ້ຮັບອະນຸຍາດໃຫ້ນຳເຂົ້າສູ່ຕະຫຼາດຈີນ ແລະ ຕ້ອງຕິດຄັດຜົນການທົດລອງດ້ວຍ

 

ທັງນີ້ ພາສີ-ອາກອນຈີນຈະມີການດຳເນີນການກວດການນຳເຂົ້າຢ່າງເຄັ່ງຄັດ ດັ່ງນີ້:

 

  1. ຈະກວດໝາກຖົ່ວລຽນ ແລະ ໝາກມີ້ ນຳເຂົ້າທຸກລັອດ
  2. ເພີ່ມຄວາມເຂັ້ມງວດໃນການກວດປະເມີນ ນະ ສະຖານທີ່ ເພື່ອໃຫ້ແນ່ໃຈວ່າປະຕິບັດຕາມມາດຕະຖານຂອງ GACC
  3. ສິນຄ້າທີ່ບໍ່ມີໃບສະແດງຜົນການທົດລອງຈາກຫ້ອງປະຕິບັດການທີ່ໄດ້ຮັບການຍອມຮັບ ຫຼື ມີຄ່າໂລຫະໜັກເກີນກວ່າທີ່ກຳນົດ ຈະຖືກຕີກັບ ຫຼື ທຳລາຍ
  4. ຈະກວດການຮັບຮອງຜົນການທົດລອງຈາກຫ້ອງປະຕິບັດການຂອງຫວຽດນາມຢ່າງລະອຽດ ຫາກຈີນທົດລອງສິນຄ້າລັອດດຽວກັນ ແລ້ວພົບວ່າບໍ່ຜ່ານເກນກໍຈະເພີກຖອນການຮັບຮອງຫ້ອງປະຕິບັດການນັ້ນ

 

ມາດຕະການໃໝ່ນີ້ຈະສົ່ງຜົນໃຫ້ເກີດຄວາມຊັກຊ້າ ແລະ ເຮັດໃຫ້ສິນຄ້າຄ້າງສົ່ງ ອີກທັງຍັງເພີ່ມຕົ້ນທຶນໃນການທົດລອງສຳລັບການສົ່ງອອກໝາກໄມ້ຂອງຫວຽດນາມຢ່າງຫຼວງຫຼາຍ

 

ຊຶ່ງອາດເີັດໃຫ້ເກີດຄວາມຈຳເປັນໃນການປັບປຸງໂຄງສ້າງອຸດສາຫະກຳໝາກໄມ້ສົ່ງອອກຂອງຫວຽດນາມ ບໍ່ເຊັ່ນນັ້ນແລ້ວຫວຽດນາມອາດຈະຕ້ອງສູນເສຍສ່ວນແບ່ງທາງການຕະຫຼາດໃນຈີນ ແລະ ເກີດຜົນກະທົບຕະຫຼອດຫ່ວງໂຊ່ອຸປະທານໝາກໄມ້ສົ່ງອອກຂອງຫວຽດນາມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ