site_cover (47)
ໝາກໄມ້ທັນຍາຫານ ຫວານກວ່ານ້ຳຕານ 300 ເທົ່າ ແຕ່ບໍ່ອັນຕະລາຍ ຊ່ວຍປ້ອງກັນມະເຣັງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 May, 2025

ການວິໄຈອາເມລິກາ ຮັບປະກັນ  ໝາກໄມ້ທີ່ຫວານກວ່ານ້ຳຕານທາຍ 300 ເທົ່າ ແຕ່ບໍ່ເພີ່ມລະດັບນ້ຳຕານໃນເລືອດ ຊ່ວຍປ້ອງກັນມະເຣັງໄດ້ດ້ວຍ ຄົນບໍ່ຄ່ອຍຮູ້ຈັກ

 

ໃນຊ່ວງລະດູຮ້ອນທີ່ຮ້ອນອົບເອົ້້າ ຄົນຈີນມັກຈະຕົ້ມຊາ ຫລໍຮັງກ້ວຍ (Momordica grosvenori Swingle) ດື່ມເພື່ອຄາຍຮ້ອນ ຊານີ້ມີລົດຫວານ ແລະ ກິ່ນຫອມອ່ອນໆ ແຕ່ມີບໍ່ເທົ່າໃດຄົນທີ່ຮູ້ວ່າ ຄວາມຫວານນີ້ແມ່ນຈຸດເດັ່ນຂອງຫລໍຮັງກ້ວຍ ແລະ ການດື່ມເປັນປະຈຳສາມາດສົ່ງຜົນດີຕໍ່ສຸຂະພາບຢ່າງຫຼາຍ ເຊັ່ນ: ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ແລະ ຫຼຸດຄວາມສ່ຽງໂຣກມະເຣັງ

 

ຫວານກວ່ານ້ຳຕານທາຍເຖິງ 300 ເທົ່າ ແຕ່ບໍ່ເພີ່ມລະດັບນ້ຳຕານໃນເລືອດ

 

ຕາມລາຍງານຂອງນິດສານ Health ຫລໍຮັງກ້ວຍມີລົດຫວານຫຼາຍກວ່ານ້ຳຕານທາຍເຖິງ 300 ເທົ່າ ແຕ່ບໍ່ເຮັດໃຫ້ລະດັບນ້ຳຕານໃນເລືອດສູງຂຶ້ນ ເພາະມີສານ ໂມໂກຣໄຊ (Mogrosides) ທີ່ໃຫ້ຄວາມຫວານແຕ່ບໍ່ມີແຄລໍຣີ

 

ຈຶ່ງກາຍເປັນສານໃຫ້ຄວາມຫວານຈາກທຳມະຊາດທີ່ປອດໄພ ເໝາະສຳລັບຜູ້ປ່ວຍເບົາຫວານ ຫຼື ຜູ້ທີ່ຕ້ອງການຄວບຄຸມລະດັບນ້ຳຕານໃນຮ່າງກາຍ

 

ທັງນີ້ ຫ້ອງການອາຫານ ແລະ ຢາແຫ່ງສະຫະລັດ (FDA) ກໍ່ຮັບຮອງແລ້ວວ່າ ຫລໍຮັງກ້ວຍເປັນສານໃຫ້ຄວາມຫວານທຳມະຊາດທີ່ປອດໄພສຳລັບຜູ້ບໍລິໂພກທຸກຄົນ ແລະ ອະນຸຍາດໃຫ້ນຳໄປໃຊ້ໃນອາຫານແລະເຄື່ອງດື່ມໄດ້

 

ໝາກຫລໍຮັງກ້ວຍ

 

ສັກຍະພາບໃນການຊ່ວຍປ້ອງກັນມະເຣັງ

 

ຈາກລາຍງານຂອງ Medical News Today ງານວິໄຈບາງຊິ້ນພົບວ່າ ຫລໍຮັງກ້ວຍມີສັກຍະພາບໃນການຊ່ວຍປ້ອງກັນມະເຣັງ ເຊັ່ນ: ການສຶກສາທີ່ຕີພິມໃນວາລະສານ Nutrients ປີ 2016 ພົບວ່າ ສານສະກັດຈາກຫລ່າຮັງກ້ວຍສາມາດຍັບຍັ້ງການຈະເລີນເຕີບໃຫຍ່ຂອງເຊລມະເຣັງລຳໄສ້ໃຫຍ່ ແລະ ມະເຣັງຫລັງໂພງດັງ

 

ຜູ້ວິໄຈຍັງລະບຸວ່າ ໂມໂກຣໄຊມີຄຸນສົມບັດຕ້ານອະນຸມູນອິສລະ ຊ່ວຍປ້ອງກັນຄວາມເສຍຫາຍຕໍ່ DNA ທີ່ເກີດຈາກອະນຸມູນອິສລະ ແລະ ຊ່ວຍຫຼຸດຄວາມສ່ຽງໃນການເກີດມະເຣັງໄດ້ ແຕ່ຄົນສະຫະລັດບໍ່ຄ່ອຍຮູ້ຈັກຫຼາຍ

 

ສະໝຸນໄພຊັ້ນດີ

 

ຈາກງານວິໄຈທາງການແພດສະໄໝໃໝ່ ນອກຈາກຊ່ວຍປ້ອງກັນມະເຣັງ ຫລໍຮັງກ້ວຍຍັງມີລິດຕ້ານແບັກທີເລຍ ແລະ ຕ້ານການອັກເສບ ແລະ ຍັງຊ່ວຍບັນເທົາອາການຂອງໂຣກລະບົບທາງເດີນຫາຍໃຈໄດ້ເປັນຢ່າງດີ

 

ຂໍ້ມູນຈາກເວັບໄຊ ສຸຂະພາບແລະຊີວິດ ລະບຸວ່າ ຫລໍຮັງກ້ວຍເປັນສະໝຸນໄພທີ່ມີລົດຫວານ ເຢັນ ບໍ່ມີພິດ ມີຜົນຕໍ່ເສັ້ນລົມປານຂອງປອດ ແລະ ມ້າມ

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ