site_cover (49)
ທຣຳຂູ່ບໍ່ແມ່ນເກັບພາສີ 25% ແຕ່ Apple ແຕ່ Samsung ກໍຖືກນຳຖ້າຫາກບໍ່ຜະລິດໃນສະຫະລັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 May, 2025
ໝວດ: ຂ່າວ

ວັນສຸກທີ່ 23 ພຶດສະພາທີ່ຜ່ານມາ ໂດນັລ ທຣຳ ອະດີດປະທານາທິບໍດີສະຫະລັດ ອອກມາຂູ່ຈະເອີ້ນເກັບພາສີນຳເຂົ້າ 25% ສຳລັບສະມາດໂຟນ iPhone ແລະ Samsung ທີ່ບໍ່ໄດ້ຜະລິດໃນສະຫະລັດ ເພື່ອສ້າງແຮງກົດດັນໃຫ້ບໍລິສັດເທັກໂນໂລຊີລາຍໃຫຍ່ຕ້ອງຍ້າຍຖານການຜະລິດກັບມາຍັງປະເທດ

 

ຄຳປະກາດຂອງທຣຳທີ່ໂພສຜ່ານແພລດຟອມ Truth Social ສົ່ງຜົນໃຫ້ມູນຄ່າຫຸ້ນຂອງ Apple ຫຼຸດລົງທັນທີ 2.6% ຄິດເປັນມູນຄ່າກວ່າ 7 ໝື່ນລ້ານໂດລາສະຫະລັດ ແລະ ເຮັດໃຫ້ມູນຄ່າລວມຂອງບໍລິສັດຕ່ຳກວ່າ 3 ລ້ານລ້ານໂດລາສະຫະລັດ

 

ທຣຳລະບຸວ່າ ເຂົາໄດ້ແຈ້ງກັບທິມ ຄຸກ ຊີອີໂອຂອງ Apple ໄວ້ດົນແລ້ວວ່າ iPhone ທີ່ຂາຍໃນສະຫະລັດຄວນຜະລິດພາຍໃນປະເທດ ບໍ່ແມ່ນໃນອິນເດຍ ຫຼື ບ່ອນອື່ນ ຫາກບໍ່ເຮັດຕາມ Apple ຈະຕ້ອງເສຍພາສີນຳເຂົ້າຢ່າງໜ້ອຍ 25%

 

ນອກຈາກ Apple ແລ້ວ ທຣຳຍັງກ່າວວ່າຈະໃຊ້ມາດຕະການດຽວກັນກັບ Samsung ແລະ ຜູ້ຜະລິດສະມາດໂຟນລາຍອື່ນທີ່ບໍ່ໄດ້ຕັ້ງໂຮງງານໃນສະຫະລັດ ໂດຍໃຫ້ເຫດຜົນວ່າ “ຖ້າສ້າງໃນອາເມຣິກາ ກໍບໍ່ຕ້ອງເສຍພາສີ”

 

ຄວາມເຄື່ອນໄຫວນີ້ເກີດຂຶ້ນຫລັງຈາກເມື່ອເດືອນກ່ອນ ທຣຳໄດ້ປະກາດຂຶ້ນພາສີສິນຄ້ານຳເຂົ້າຈາກຈີນສູງເຖິງ 145% ຊຶ່ງສ້າງຄວາມກັງວົນໃນໝູ່ນັກລົງທຶນຂອງ Apple ເນື່ອງຈາກຈີນເປັນຖານການຜະລິດຫຼັກຂອງບໍລິສັດ

 

ແຕ່ໃນເວລາຕໍ່ມາ ລັດຖະບານສະຫະລັດໄດ້ປະກາດຍົກເວັ້ນສະມາດໂຟນ ແລະ ຄອມພິວເຕີຈາກພາສີນຳເຂົ້າດັ່ງກ່າວ

 

ທ່າມກາງແຮງກົດດັນມີລາຍງານວ່າບໍລິສັດ Apple ກຳລັງພິຈາລະນາຍ້າຍສາຍການຜະລິດ iPhone ສຳລັບຕະຫຼາດສະຫະລັດໄປທີ່ອິນເດຍ

 

ໂດຍທີມ ຄຸກເປີດເຜີຍວ່າ iPhone ສ່ວນໃຫຍ່ທີ່ຂາຍໃນອາເມຣິກາໃນໄຕມາດສຸດທ້າຍມີແຫຼ່ງຜະລິດມາຈາກອິນເດຍແລ້ວ ເຖິງແມ່ນບໍລິສັດຈະຍັງບໍ່ເປີດເຜີຍລາຍລະອຽດຊັດເຈນ ແຕ່ນັກວິເຄາະປະເມີນວ່າ 90% ຂອງ iPhone ຍັງຄົງຜະລິດໃນຈີນ

 

ທຣຳວິຈານການຍ້າຍຖານການຜະລິດຂອງ Apple ໂດຍກ່າວວ່າ “ພວກເຮົາຊ່ວຍເຈົ້າມາດົນແລ້ວກັບໂຮງງານໃນຈີນ ຕອນນີ້ເຈົ້າຕ້ອງຊ່ວຍພວກເຮົາແດ່ ພວກເຮົາບໍ່ສົນໃຈວ່າເຈົ້າຈະຜະລິດໃນອິນເດຍ ຫຼື ຢູ່ໃສ ອິນເດຍເບິ່ງແຍງຕົວເອງໄດ້ ແຕ່ພວກເຮົາຕ້ອງການໃຫ້ເຈົ້າຜະລິດໃນສະຫະລັດອາເມຣິກາ”

 

ແນວໃດກໍຕາມ ນັກວິເຄາະເຕືອນວ່າການຍ້າຍການຜະລິດ iPhone ກັບສະຫະລັດຈະມີຕົ້ນທຶນສູງຫຼາຍ ເນື່ອງຈາກຂາດໂຄງສ້າງພື້ນຖານ ແລະ ແຮງງານທີ່ຊ່ຽວຊານ ຈາກເວດບຸຊ ຊີເຄຍວລິຕີ້ສ໌ (Wedbush Securities) ປະເມີນວ່າ iPhone ທີ່ຜະລິດໃນສະຫະລັດອາດມີລາຄາສູງເຖິງ 3,500 ໂດລາສະຫະລັດ ຫຼື ຄິດເປັນ 3 ເທົ່າຂອງລາຄາປັດຈຸບັນ

 

ທັງນີ້ ສະຫະລັດອາເມຣິກາເປັນຕະຫຼາດໃຫຍ່ທີ່ສຸດຂອງ Apple ໂດຍມີຍອດຂາຍ iPhone ຫຼາຍກວ່າ 60 ໜ່ວຍເຄື່ອງຕໍ່ປີ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ