site_cover (50)
ຝຣັ່ງເປີດດວງອາທິດທຽມດົນກວ່າ 22 ນາທີ ທຳລາຍສະຖິຕິໂລກເກົ່າຂອງຈີນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 May, 2025
ໝວດ: ຂ່າວ

ເຄື່ອງໂທຄາແມກເວສຕ໌ (Tungsten Environment in Steady-state Tokamak: WEST) ຫຼື ດວງອາທິດທຽມຈາກຝຣັ່ງສ້າງສະຖິຕິໂລກໃນການເປີດໃຊ້ງານດວງອາທິດເທຽມຕໍ່ເນື່ອງສູງສຸດເຖິງ 1,337 ວິນາທີ ຫຼື 22 ນາທີ 17 ວິນາທີ ທຳລາຍສະຖິຕິເດີມຂອງເຄື່ອງອີສຕ໌ (Experimental Advanced Superconducting Tokamak: EAST) ຈາກຈີນ ທີ່ເຄີຍເຮັດໄວ້ທີ່ 1,066 ວິນາທີ ຫຼື 17 ນາທີ 46 ວິນາທີ

 

 

ເປັນຫຍັງຕ້ອງເຮັດສະຖິຕິເປີດດວງອາທິດທຽມໃຫ້ດົນທີ່ສຸດ

 

ເຄື່ອງປະຕິກອນຟິວຊັນ (Fusion Reactor) ຫຼື ອີກຊື່ວ່າດວງອາທິດທຽມ (Artificial sun) ເປັນເຄື່ອງຈຳລອງປະຕິກິລິຍານິວເຄລຍຟິວຊັນ (Nuclear Fusion) ຊຶ່ງເກີດຂຶ້ນເທິງດວງອາທິດ ທີ່ໃຫ້ພະລັງງານມະຫາສານ ແລະ ມີຄວາມປອດໄພສູງກວ່າພະລັງງານນິວເຄລຍຈາກການສະລາຍພະລັງງານຂອງສານ ຫຼື ນິວເຄລຍຟິຊຊັນ (Nuclear Fission) ໃນປັດຈຸບັນ

 

ແນວໃດກໍຕາມ ອຸປະສັກໂດຍພື້ນຖານໃນປັດຈຸບັນຄືຕົ້ນທຶນພະລັງງານທີ່ຈະຕ້ອງໃຊ້ສ້າງກະບວນການນິວເຄລຍຟິວຊັນ ຢ່າງເຊັ່ນ: ພລາສມາ (Plasma) ຂອງໄຮໂດຣເຈນ (H) ທີ່ເປັນຫົວໃຈຂອງນິວເຄລຍຟິວຊັນ ສູງກວ່າພະລັງງານທີ່ເຄື່ອງໂທຄາແມກຈະຜະລິດອອກມາໄດ້ ແລະອີກປັນຫາທີ່ສຳຄັນ ຄືການຄົງສະພາບພລາສມາ ລວມເຖິງລະດັບພະລັງງານໃນເຄື່ອງໃຫ້ນານພໍຈະຜະລິດໄຟຟ້າຕໍ່ເນື່ອງໄດ້

 

ການທົດສອບດວງອາທິດທຽມທີ່ນານທີ່ສຸດໃນໂລກ

 

ດ້ວຍເຫດນີ້ ນັກວິໄຈຈາກຝຣັ່ງຈຶ່ງໄດ້ທົດສອບການສ້າງພລາສມາໄຮໂດຣເຈນກຳລັງ 2 ເມກະວັດ (MW) ແລະ ຮັກສາສະພາບດັ່ງກ່າວຢ່າງຕໍ່ເນື່ອງຈົນເຮັດສະຖິຕິໄວ້ທີ່ 1,337 ວິນາທີ ເອົາຊະນະສະຖິຕິເກົ່າຂອງອີສຕ໌ທີ່ຢູ່ໃນເມືອງເຫີ່ຝ່າຍຂອງຈີນທີ່ເຮັດສະຖິຕິ 1,066 ວິນາທີ ໄດ້ສຳເລັດ

 

ຄວາມສຳເລັດດັ່ງກ່າວຈະຖືກຖອດບົດຮຽນເພື່ອກຽມພ້ອມສຳລັບການທົດສອບກັບໄອເທີ (ITER: International Thermonuclear Experimental Reactor)

 

ເຄື່ອງໂທຄາແມກທີ່ໃຫຍ່ທີ່ສຸດໃນໂລກຊຶ່ງຕັ້ງຢູ່ທາງຕອນໃຕ້ຂອງຝຣັ່ງເຊັ່ນກັນ ລວມເຖິງກຽມຍົກລະດັບການທົດສອບກັບເວສຕ໌ໃຫ້ສາມາດສ້າງພລາສມາໄດ້ຢ່າງໜ້ອຍ 2-3 ຊົ່ວໂມງ ຊຶ່ງເປັນສ່ວນໜຶ່ງຂອງເປົ້າໝາຍໃນການພັດທະນາແຫຼ່ງພະລັງງານສະອາດ ແລະ ຍືນຍົງໃນອະນາຄົດ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ