site_cover (58)
"ອີຢູ-ຈີນ" ຈັບມືເສດຖະກິດ ວາງແຜນພົບກັນຕົ້ນເດືອນໜ້າ ຕໍ່ຕ້ານ"ພາສີທຣຳ"
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 27 May, 2025
ໝວດ: ຂ່າວ

ຫຼັງຈາກປະທານາທິບໍດີທຣຳ ແຫ່ງສະຫະລັດຂູ່ຂຶ້ນພາສີສະຫະພາບຢູໂຣບ ຫຼື ອີຢູ (EU) ເຖິງ 50% ໃນວັນທີ່ 1 ມິຖຸນາ 2025 ກ່ອນຈະເລື່ອນເວລາອອກໄປເປັນ 9 ກໍລະກົດ 2025 ນີ້ ຈັບຕາໄປທີ່ການເຄື່ອນໄຫວລະຫວ່າງ “ອີຢູ ແລະ ຈີນ” ວ່າຈະຈັບມື ຫຼື ຕອບໂຕ້ກັບໃນທິດທາງໃດ

 

ສຳນັກຂ່າວບລູມເບີກ ລາຍງານວ່າ ເຈົ້າໜ້າທີ່ລະດັບສູງດ້ານການຄ້າຈາກສະຫະພາບຢູໂຣບ ຫຼື ອີຢູ (EU) ແລະ ຈີນວາງແຜນທີ່ຈະພົບກັນອີກຄັ້ງໃນຊ່ວງຕົ້ນເດືອນໜ້າເປັນຄັ້ງທີ່ 3 ຂອງປີນີ້

 

ເປັນສັນຍານທີ່ສະແດງໃຫ້ເຫັນວ່າທັງສອງຝ່າຍກຳລັງເພີ່ມຄວາມຮ່ວມມືກັນຫຼາຍຂຶ້ນ ເພື່ອພະຍາຍາມຕ້ານທານແຮງກົດດັນດ້ານພາສີສຸນອາກອນຈາກ”ປະທານາທິບໍດີໂດໂນລ ທຣຳ” ແຫ່ງສະຫະລັດຯ

 

ໂກລບອນ ໄທມສ໌ ຊຶ່ງເປັນສື່ຂອງລັດຖະບານຈີນລາຍງານວ່າ ໂຄສົກຂອງສະຫະພາບຢູໂຣບ ຫຼື ອີຢູ ເປີດເຜີຍວ່ານາຍ “ຫວັງ ເຫວິນເທົາ” ລັດຖະມົນຕີກະຊວງການຄ້າຈີນ ແລະ “ມາໂຣສ ເຊຟໂຄວິດ” ກຳມາທິການຢູໂຣບດ້ານການຄ້າ ແລະ ຄວາມໝັ້ນຄົງທາງເສດຖະກິດ ກຽມພົບກັນລະຫວ່າງການປະຊຸມລະດັບລັດຖະມົນຕີຂອງອົງການການຄ້າໂລກ (WTO) ທີ່ກຸງປາຣີໃນຊ່ວງຕົ້ນເດືອນມິຖຸນາ

 

ໂຄສົກຂອງສະຫະພາບຢູໂຣບບໍ່ໄດ້ຢືນຢັນເວລາທີ່ແນ່ນອນຂອງການເຈລະຈາກັບສຳນັກຂ່າວບລູມເບີກ ແລະ ກະຊວງການຄ້າຂອງຈີນບໍ່ໄດ້ຕອບກັບຄຳຂໍໃຫ້ສະແດງ ຄວາມຄິດເຫັນໃນທັນທີໃນຊ່ວງບ່າຍຂອງວັນຈັນ

 

ຂ່າວການຫາລືດັ່ງກ່າວເກີດຂຶ້ນໃນຂະນະທີ່ປະທານາທິບໍດີໂດໂນລ ທຣຳ ຕົກລົງທີ່ຈະຂະຫຍາຍເສັ້ນຕາຍທີ່ສະຫະພາບຢູໂຣບຕ້ອງປະເຊີນພາສີອາກອນ 50% ອອກໄປຈົນເຖິງວັນທີ່ 9 ກໍລະກົດ 2025

 

ຫຼັງຈາກໄດ້ໂທລະສັບສົນທະນາກັບ “ອາວສູລາ ຟອນ ແດຣ ໄລເອິນ” ປະທານຄະນະກຳມາທິການສະຫະພາບຢູໂຣບ ຊຶ່ງການເລື່ອນການເກັບພາສີ ອີຢູ ອອກໄປເຖິງເດືອນກໍລະກົດ ນັບເປັນເດືອນດຽວກັນກັບທີ່ຜູ້ນຳຢູໂຣບຈະເດີນທາງໄປຍັງກຸງປັກກິ່ງເພື່ອຮ່ວມປະຊຸມສຸດຍອດກັບຜູ້ນຳຈີນ

 

ທັງນີ້ລັດຖະບານຈີນພະຍາຍາມເສີມສ້າງຄວາມສຳພັນກັບທົ່ວໂລກເພື່ອຕ້ານທານລະບົບ”ພາສີອາກອນຂອງທຣຳ”

 

ລວມທັງການເປີດໂອກາດໃຫ້ກຸ່ມຢູໂຣບເຂົ້າເຖິງຜູ້ກຳນົດນະໂຍບາຍລະດັບສູງໃນວົງຈຳກັດ ແລະ ໃຫ້ຄຳໝັ້ນວ່າຈະປັບປຸງສະພາບແວດລ້ອມທາງທຸລະກິດຂອງຈີນສຳລັບບໍລິສັດຕ່າງປະເທດ

 

ອີງຕາມນັ້ນ ໃນມຸມຂອງເຈົ້າໜ້າທີ່ດ້ານການຄ້າຂອງຢູໂຣບຍັງຄົງມີຂໍ້ສົງໄສໃນຄວາມຈິງຈັງຂອງຈີນ ໂດຍອ້າງເຖິງ “ຄວາມອ່ອນເພຍຈາກຄຳສັນຍາ” ແລະ ຂໍ້ພິພາດທີ່ຍັງຄົງດຳເນີນຢູ່ກ່ຽວກັບບັນຫາຕ່າງໆ ເຊັ່ນ: ການສະໜັບສະໜູນຂອງລັດຕໍ່ບໍລິສັດຈີນ ແລະ ອຸປະສັກການຄ້າ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ