site_cover (60)
ພົບແບັກທີເຣຍດື້ຢາ-ກໍ່ໂລກຮ້າຍ ໃນທະເລແດງ-ທະເລເມດິເຕີເຣນຽນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 27 May, 2025
ໝວດ: ຂ່າວ

ມະຫາວິທະຍາໄລເທລອາວີຟ ລະບຸໃນຄຳຖະແຫຼງການວ່າ ຄະນະນັກວິໄຈຂອງອິສຣາເອນ ໄດ້ຄົ້ນພົບແບັກທີເຣຍວີບຣິໂອ (Vibrio)

 

ທີ່ເປັນອັນຕະລາຍ ແລະ ດື້ຢາປົຕິຊີວະນະ ໃນທະເລເມດິເຕີເຣນຽນ ແລະ ທະເລແດງ ສົ່ງຜົນໃຫ້ເກີດຄວາມກັງວົນດ້ານສາທາລະນະສຸກ ເນື່ອງຈາກແບັກທີເຣຍເຫຼົ່ານີ້ສາມາດກໍ່ໃຫ້ເກີດໂລກຮ້າຍແຮງໃນມະນຸດ ຊຶ່ງລວມເຖິງບັນຫາໃນຊ່ອງທ້ອງ ການຕິດເຊື້ອທີ່ບາດແຜ ແລະ ການຕິດເຊື້ອທາງຫູ ອີກທັງເປັນອັນຕະລາຍຕໍ່ສັດທະເລຢ່າງປະກາລັງ ແລະ ຫອຍ

 

ແບັກທີເຣຍວີບຣິໂອ ສາມາດແບ່ງປັນຍີນໃຫ້ກັນໄດ້ ຊຶ່ງຫມາຍຄວາມວ່າເມື່ອມີແບັກທີເຣຍຕົວໜຶ່ງກາຍເປັນອັນຕະລາຍ ຈະສາມາດຖ່າຍທອດຄຸນສົມບັດດັ່ງກ່າວໄປຍັງແບັກທີເຣຍຕົວອື່ນໃຫ້ກາຍເປັນໄພຂົ່ມຂູ່ໄດ້ເຊັ່ນກັນ ແລະ ອຸນຫະພູມມະຫາສະຫມຸດທີ່ສູງຂຶ້ນ ຈາກການປ່ຽນແປງສະພາບອາກາດຍັງຊ່ວຍໃຫ້ແບັກທີເຣຍເຫຼົ່ານີ້ແຜ່ກະຈາຍໄປຍັງພື້ນທີ່ໃໝ່ ແລະ ຕິດເຊື້ອໃນຄົນໄດ້ຫຼາຍຂຶ້ນອີກດ້ວຍ

 

ການສຶກສາດັ່ງກ່າວ ຊຶ່ງເຜີຍແຜ່ໃນວາລະສານເອັມສະເຟຍ (mSphere) ລະບຸວ່າຄະນະນັກວິທະຍາສາດຈາກມະຫາວິທະຍາໄລເທລອາວີຟ ໄດ້ວິເຄາະຈີໂນມຂອງຕົວຢ່າງແບັກທີເຣຍວີບຣິໂອຈຳນວນ 23 ຕົວຢ່າງ ຊຶ່ງເກັບຈາກນ່ານນ້ຳຊາຍຝັ່ງຂອງເມືອງເທລອາວີຟ ແລະ ເອລັດ

 

ຜົນການວິໄຈຂອງພວກເຂົາເຜີຍໃຫ້ເຫັນສານພິດ ລະບົບການຫຼັ່ງ ແລະ ອົງປະກອບທາງພັນທຸກຳເຄື່ອນທີ່ໄດ້ຫຼາກຫຼາຍຊະນິດ

 

ຊຶ່ງຊ່ວຍໃຫ້ແບັກທີເຣຍແຜ່ກະຈາຍຄຸນສົມບັດຕ່າງໆ ທີ່ສົ່ງເສີມການຢູ່ລອດ ແລະ ຄວາມສາມາດໃນການກໍ່ໂລກ

 

ນອກຈາກນີ້ ຍັງພົບແບັກທີເຣຍຢ່າງໜ້ອຍ 10 ສາຍພັນທຸ່ທີ່ສາມາດເຮັດໃຫ້ເຊລພູມຄຸ້ມກັນຕາຍ ແລະ ພົບອີກຢ່າງໜ້ອຍ 12 ສາຍພັນທຸ່ທີ່ສາມາດປ່ອຍສານພິດໃສ່ແບັກທີເຣຍວີບຣິໂອສາຍພັນອື່ນທີ່ເປັນຄູ່ແຂ່ງໄດ້

 

ເມື່ອນຳມາທົດສອບກັບຢາປະຕິຊີວະນະ ທີ່ນິຍົມໃຊ້ຮັກສາການຕິດເຊື້ອຈາກແບັກທີເຣຍວີບຣິໂອ ພົບວ່າຕົວຢ່າງແບັກທີເຣຍຈຳນວນຫຼາຍສະແດງໃຫ້ເຫັນເຖິງການດື້ຢາຢ່າງຮຸນແຮງ

 

ໂດຍສະເພາະອາຊິໂທລໍມາຍຊິນ (Azithromycin) ທັງຍັງມີໜຶ່ງໃນສາຍພັນ ຂອງແບັກທີເຣຍດັ່ງກ່າວທີ່ກວດພົບໃນທະເລແດງທີ່ສາມາດຜະລິດສານພິດທີ່ສາມາດຄາຊີວິດກຸ້ງໄດ້ ແລະ ເຄີຍສ້າງຄວາມເສຍຫາຍມູນຄ່າຫຼາຍພັນລ້ານດອນລາສະຫະລັດໃຫ້ກັບຟາມລ້ຽງກຸ້ງທົ່ວໂລກ

 

ທີມວິໄຈລະບຸວ່າຜົນການສຶກສາຊີ້ໃຫ້ເຫັນຢ່າງຊັດເຈນວ່າແບັກທີເຣຍວີບຣິໂອ ມີສັກຍະພາບໃນການກໍ່ໂລກໃນນ່ານນ້ຳຊາຍຝັ່ງຂອງອິສຣາເອນ ແລະ ຢ້ຳເຖິງຄວາມຈຳເປັນເລັ່ງດ່ວນໃນການຕິດຕາມ ແລະ ເຝົ້າລະວັງສະພາບແວດລ້ອມຢ່າງຕໍ່ເນື່ອງ ເພື່ອເຝົ້າຕິດຕາມ ແລະ ຈັດການກັບໄພຂົ່ມຂູ່ທີ່ອາດເກີດຂຶ້ນ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ