“ຈອນ ລີ” ຜູ້ບໍລິຫານສູງສຸດຂອງເຂດປົກຄອງພິເສດຮ່ອງກົງ ປະກາດເຊີນຊວນນັກສຶກສາຕ່າງຊາດຈາກມະຫາວິທະຍາໄລຮາວາດຂອງສະຫະລັດຯ ໃຫ້ເຂົ້າມາສຶກສາຕໍ່ທີ່ເຂດປົກຄອງພິເສດຮ່ອງກົງ
ຫຼັງຈາກສະຫະລັດຯ ຊຶ່ງນຳໂດຍປະທານາທິບໍດີໂດໂນລ ທຣຳ ສັ່ງການໄປຍັງມະຫາວິທະຍາໄລຮາວາດໃຫ້ຈຳກັດການລົງທະບຽນເຂົ້າສຶກສາຂອງນັກສຶກສາຕ່າງຊາດ ສຳລັບໃນປີການສຶກສາ 2025-2026 ຈົນກາຍເປັນປະເດັນຮ້ອນແຮງທີ່ເກີດການຖົກຖຽງກັນຢ່າງກວ້າງຂວາງໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ
ຈອນ ລີ ກ່າວຄຳປະກາດຂອງລາວໃນວັນນີ້ (27 ພຶດສະພາ) ລະຫວ່າງການຖະແຫຼງຂ່າວປະຈຳອາທິດວ່າ ຮ່ອງກົງຍິນດີທີ່ຈະຮັບນັກສຶກສາທຸກຄົນທີ່ກຳລັງ “ຖືກແບ່ງແຍກ” ໂດຍນະໂຍບາຍຂອງສະຫະລັດຯ
ຫຼື ກຳລັງປະເຊີນໜ້າກັບຄວາມຍາກລຳບາກໃນການສຶກສາ ແລະ ການປະຕິບັດຢ່າງບໍ່ເປັນທຳຈາກມະຫາວິທະຍາໄລຂອງສະຫະລັດຯ
ໂດຍທີ່ຮ່ອງກົງເປີດປະຕູສຳລັບນັກສຶກສາທຸກຄົນພວກເຂົາສາມາດມາຮຽນໃນມະຫາວິທະຍາໄລຂອງຮ່ອງກົງທີ່ພ້ອມດ້ວຍສິ່ງອຳນວຍຄວາມສະດວກຕ່າງໆ ໄດ້
ຂະນະທີ່ກະຊວງສຶກສາທິການຂອງເຂດປົກຄອງພິເສດຮ່ອງກົງໄດ້ຮຽກຮ້ອງໄປເຖິງມະຫາວິທະຍາໄລໃນປະເທດຈີນແຜ່ນດິນໃຫຍ່ໃຫ້ປົກປ້ອງຜົນປະໂຫຍດຂອງນັກສຶກສາ ແລະ ຫາວິທີດຶງດູດໃຈນັກສຶກສາຊັ້ນນຳທີ່ມີຄວາມສາມາດຈາກນານາຊາດໃຫ້ເຂົ້າມາສຶກສາຕໍ່ໃນຈີນເພື່ອຕອບກັບນະໂຍບາຍຂອງທຣຳທີ່ມີຕໍ່ຮາວາດ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,418 | 21,694 |
![]() THB | 658.08 | 668.21 |
![]() EUR | 23,836 | 24,313 |
![]() CNY | 2,909 | 2,967 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |