site_cover (64)
ນັກວິໄຈຈີນພັດທະນາເລເຊີຄວາມແມ່ນຍຳສູງ ສະແກນຕົວອັກສອນຈາກລະຍະໄກກວ່າ 1 ກິໂລແມັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 27 May, 2025
ໝວດ: ຂ່າວ

ທີມນັກວິທະຍາສາດຈາກມະຫາວິທະຍາໄລວິທະຍາສາດ ແລະ ເທັກໂນໂລຍີແຫ່ງປະເທດຈີນ (USTC) ໄດ້ສາທິດເທັກໂນໂລຍີໃໝ່ທີ່ສາມາດອ່ານຂໍ້ຄວາມຂະໜາດນ້ອຍເທິງເຈ້ຍໄດ້ຈາກລະຍະໄກເຖິງ 1.36 ກິໂລແມັດ ຫຼື ປະມານ 0.85 ໄມລ໌ ຊຶ່ງຖືເປັນກ້າວກະໂດດທາງດ້ານການຖ່າຍພາບລະຍະໄກລ

 

ນັກວິໄຈພັດທະນາເລເຊີແນວໃດ?

 

ເທັກໂນໂລຍີນີ້ອາໄສຫຼັກການລົບກວນຄວາມເຂັ້ມຂອງແສງ ຫຼື Intensity interferometry ຊຶ່ງຕ່າງຈາກກ້ອງທົ່ວໄປທີ່ຕຣວດຈັບແສງໂດຍກົງ

 

ວິທີນີ້ຈະວັດຮູບແບບການສະທ້ອນ ແລະ ການລົບກວນຂອງແສງ ແລ້ວນຳມາສ້າງພາບຂຶ້ນໃໝ່ ເຮັດໃຫ້ສາມາດເບິ່ງເຫັນລາຍລະອຽດທີ່ນ້ອຍຫຼາຍໄດ້ ເຖິງແມ່ນຈາກລະຍະໄກລ

 

ການທົດລອງໃຊ້ລຳແສງເລເຊີອິນຟາເຣດຈຳນວນ 8 ລຳ ຍິງໄປຍັງເປົ້າໝາຍ ຈາກນັ້ນກ້ອງໂທລະທັດ 2 ຕົວຈະຈັບພາບຄວາມເຂັ້ມຂອງແສງສະທ້ອນກັບ

 

ໂດຍການປຽບທຽບຂໍ້ມູນລະຫວ່າງກ້ອງທັງສອງ ເຮັດໃຫ້ສາມາດສ້າງພາບຕົວອັກສອນຂະໜາດພຽງ 3 ມິນລິແມັດ ໄດ້ຢ່າງຊັດເຈນ ຊຶ່ງຄວາມລະອຽດນີ້ສູງກວ່າກ້ອງໂທລະທັດທົ່ວໄປເຖິງ 14 ເທົ່າ

 

ນັກວິໄຈສາມາດອ່ານຂໍ້ຄວາມໄດ້ໃນລະຍະເກືອບໜຶ່ງໄມລ໌ (Liu et al., Physical Review Letters , 2025)

 

ນອກຈາກຄວາມແມ່ນຍຳແລ້ວ ລະບົບຍັງສາມາດຈັດການກັບບັນຫາທີ່ເກີດຈາກຄວາມປັ່ນປ່ວນໃນຊັ້ນບັນຍາກາດ ແລະ ຂໍ້ຈຳກັດຂອງການຕັ້ງຄ່າກ້ອງ ເຮັດໃຫ້ເໝາະສຳລັບການໃຊ້ງານທີ່ຕ້ອງການຄວາມລະອຽດສູງ ເຊັ່ນ: ກ້ອງໂທລະທັດອະວະກາດ ຫຼື ລະບົບເຊັນເຊີລະຍະໄກລ

 

ຕົວອັກສອນບາງຕົວທີ່ອ່ານໂດຍການວັດຄວາມເຂັ້ມຂອງແສງ (Liu et al., Physical Review Letters , 2025)

 

ເທັກນິກຈາກວົງການດາລາສາດຮ່ວມກັບປັນຍາປະດິດ AI

 

ເທັກນິກນີ້ເຄີຍໃຊ້ໃນຫໍສັງເກດການທາງດາລາສາດມາແລ້ວ ແຕ່ການທົດລອງຄັ້ງນີ້ເປັນໜຶ່ງໃນຄັ້ງທຳອິດທີ່ຖືກນຳມາປະຍຸກໃຊ້ກັບການກວດຈັບວັດຖຸເທິງໂລກ ໂດຍສະເພາະກັບວັດຖຸທີ່ບໍ່ເປ່ງແສງດ້ວຍຕົວເອງ ຊຶ່ງຖືເປັນການຂະຫຍາຍຂອບເຂດການໃຊ້ງານຢ່າງມີໄນຍະສຳຄັນ

 

ນັກວິໄຈຍັງຊີ້ວ່າການພັດທະນາເພີ່ມເຕີມ ເຊັ່ນ: ການຄວບຄຸມລຳແສງເລເຊີຢ່າງແມ່ນຍຳຫຼາຍຂຶ້ນ ຫຼື ການເສີມດ້ວຍອັນກໍລິທຶມ AI ເພື່ອຊ່ວຍຕີຄວາມຮູບທຣງ ແລະ ຂໍ້ຄວາມ ຈະຍິ່ງເພີ່ມສັກຍະພາບຂອງເທັກໂນໂລຍີນີ້ໃນອະນາຄົດ

 

Shaurya Aarav ນັກວິໄຈດ້ານ ອອບຕິກຈາກມະຫາວິທະຍາໄລຊໍບອນ ຊຶ່ງບໍ່ໄດ້ມີສ່ວນຮ່ວມໃນການສຶກສາຄັ້ງນີ້

 

ໃຫ້ຄວາມເຫັນວ່າ “ນີ້ແມ່ນຄວາມກ້າວໜ້າທາງເທັກນິກທີ່ສຳຄັນໃນການຖ່າຍພາບວັດຖຸທີ່ຢູ່ໄກ ແລະ ບໍ່ເປ່ງແສງເອງ”

 

ຜົນງານວິໄຈເລື່ອງ “Active Optical Intensity Interferometry” ໄດ້ຮັບການຕີພິມໃນວາລະສານ Physical Review Letters ເມື່ອວັນທີ່ 9 ພຶດສະພາ 2025

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 18 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,418
21,694
thailand (1)
THB
658.08
668.21
european-union
EUR
23,836
24,313
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-18T165025.789
ເຕືອນການສັນຈອນເສັ້ນທາງເມືອງເງິນ ເສັ້ນທາງເມືອງເງິນ ແຂວງໄຊຍະບູລີ ຫາ ເມືອງແບງ ແຂວງອຸດົມໄຊ ແມ່ນການສັນຈອນຫຍຸ້ງຍາກ
_cover - 2025-07-18T162909.796
ແຈ້ງເຕືອນໄພ ພາຍຸໜູນເຂດຮ້ອນ ວິພາ (wipha) ໃນລະຫວ່າງວັນທີ 21-23 ກໍລະກົດ 2025
pele - 2025-07-18T160649.842
ຝຶກຊ້ອມ ກຽມພ້ອມໃຫ້ການຊ່ວຍເຫລືອສັງຄົມ ກໍລະນີເກີດເຫດໄພນ້ຳຖ້ວມ
_cover - 2025-07-18T153533.877
ໄຟໄໝ້ເວທີຫຼັກ Tomorrowland ປະເທດເບລຢຽມເສຍຫາຍໜັກ ກ່ອນເປີດງານເທດສະການດົນຕີລະດັບໂລກພຽງບໍ່ເທົ່າໃດມື້
pele - 2025-07-18T151359.174
ເມືອງປາກແຊງ ເລັ່ງຕັດທາງເວັ້ນຊົ່ວຄາວຈຸດເສັ້ນທາງຂາດ ເຂດບ້ານສະຄີງ
_cover - 2025-07-18T150508.021
Googleປະກາດເປີດຕົວໂມເດວ AI ດ້ານສຸຂະພາບ 2 ຕົວໃໝ່ຫຼ້າສຸດ Google DeepMind ເປີດຕົວ MedGemma ຜູ້ຊ່ວຍໃໝ່ສຳລັບວົງການແພດ
_cover - 2025-07-18T142440.800
ກັກໂຕກຸ່ມນາຍໜ້າຄ້າມະນຸດ (ກໍລະນີແຕ່ງດອງແອບແຝງ) ຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ ຈຳນວນ 03 ຄົນ, ເປັນຄົນຕ່າງປະເທດ 02 ຄົນ
pele - 2025-07-18T135615.038
ກະຊວງ ວທ ສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
_cover - 2025-07-18T134644.830
ໃຜມີແຜນຈະໄປອາເມລິກາຕ້ອງຈ່າຍເພີ່ມ ສະຫະລັດຂຶ້ນຄ່າທຳນຽມວີຊ່າ ແລະ ຄ່າເດີນທາງປີ 2025
_cover - 2025-07-18T111910.830
"ດູໄບ" ຕັ້ງເປົ້າແກ້ໄຂບັນຫາການຈະລາຈອນດ້ວຍ "ແທັກຊີ່ບິນໄດ້" Joby Air Taxi ໃນປີ 2026
ຢ່າລື່ມກົດຕິດຕາມ