site_cover (67)
ມຽນມາວິກິດການນ້ຳປ່າ! ລົດເມຖືກພັດໃນເຂດມັນດາເລ - ຝົນຕົກໜັກ ເຮືອນຊານເປ່ເພ ດິນເຈື່ອນຕໍ່ເນື່ອງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 May, 2025

ເມື່ອຊ່ວງເຊົ້າຂອງວັນທີ 26 ພຶດສະພາ ທີ່ຜ່ານມາ ເກີດເຫດລົດເມໂດຍສານຖືກນ້ຳປ່າພັດພາອອກນອກເສັ້ນທາງເທິງຖະໜົນສາຍ Myingyan-Taungtha ເຂດມັນດາເລ ປະເທດມຽນມາ (ພະມ້າ)

 

 

ຫຼັງຈາກແມ່ນ້ຳສິນເທວາເອີ່ນລົ້ນຕາຝັ່ງ ຈາກຝົນທີ່ຕົກໜັກຕໍ່ເນື່ອງ ສົ່ງຜົນໃຫ້ຜູ້ໂດຍສານກວ່າ 40 ຄົນຕ້ອງເຈີກັບຄວາມຫວາດກົວ ແຕ່ໂຊກດີທີ່ໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນໃນພື້ນທີ່ຢ່າງປອດໄພທຸກຄົນ

 

 

ສະຖານະການຝົນຕົກໜັກໃນມຽນມາຍັງຄົງສ້າງຜົນກະທົບຮຸນແຮງໃນຫຼາຍພື້ນທີ່ ໂດຍສະເພາະໃນເຂດອິຣາວດີ

 

ລາຍງານລະບຸວ່າມີເຫດການດິນເຈື່ອນ ແລະ ຕາຝັ່ງເພຫຼາຍຈຸດ ເຮືອນຊານປະຊາຊົນຈຳນວນຫຼາຍໄດ້ຮັບຄວາມເສຍຫາຍຢ່າງໜັກ ໂດຍສະເພາະໃນໝູ່ບ້ານແຫ່ງໜຶ່ງທີ່ມີເຮືອນທັງໝົດ 58 ຫຼັງ ຖືກນ້ຳພັດຫາຍໄປແລ້ວເຖິງ 18 ຫຼັງ ແລະ ອີກ 40 ຫຼັງຕ້ອງເລັ່ງອົບພະຍົບອອກຈາກພື້ນທີ່ສ່ຽງໄພ

 

ປັດຈຸບັນ ຍັງບໍ່ມີການຈັດຕັ້ງສູນບັນເທົາທຸກ ຢ່າງເປັນທາງການໃນພື້ນທີ່ປະສົບໄພ ເຮັດໃຫ້ປະຊາຊົນ ບາງສ່ວນຈຳເປັນຕ້ອງອົບພະຍົບໄປພັກອາໄສຢູ່ກັບຍາດໃນພື້ນທີ່ໃກ້ຄຽງ

 

ຂະນະທີ່ຫົວໜ່ວຍງານທ້ອງຖິ່ນ ແລະ ກຸ່ມອາສາສະໝັກບາງສ່ວນກຳລັງພະຍາຍາມເຂົ້າຊ່ວຍເຫຼືອ ແຕ່ຍັງຂາດແຄນຊັບພະຍາກອນ ແລະ ຄວາມພ້ອມໃນການຮັບມືກັບໄພພິບັດທີ່ເກີດຂຶ້ນ

 

ເຫດການໃນຄັ້ງນີ້ສະທ້ອນເຖິງຄວາມບອບບາງຂອງລະບົບຮັບມືໄພພິບັດໃນມຽນມາ ແລະ ຄວາມຈຳເປັນເລັ່ງດ່ວນໃນການຈັດຫາຄວາມຊ່ວຍເຫຼືອຢ່າງເປັນລະບົບເພື່ອບັນເທົາຄວາມເດືອດຮ້ອນຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກວິກິດການນ້ຳຖ້ວມໃນຄັ້ງນີ້.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ