site_cover (71)
Neuralink ລະດົມທຶນສຳເລັດ 600 ລ້ານໂດລາ ຫຼັງຊິບສະໝອງໄດ້ຮັບການຮັບຮອງໃຊ້ກັບມະນຸດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 May, 2025
ໝວດ: ຂ່າວ

ນິວຣັລລິງກ (Neuralink) ບໍລິສັດເທັກໂນໂລຍີສະໝອງທີ່ກໍ່ຕັ້ງໂດຍອີລອນ ມັສກ

 

ປະກາສຄວາມສຳເລັດໃນການລະດົມທຶນຮອບລ່າສຸດ ມູນຄ່າ 600 ລ້ານໂດລາສະຫະລັດ ສົ່ງຜົນໃຫ້ມູນຄ່າລວມຂອງບໍລິສັດພຸ່ງຂຶ້ນແຕະ 9,000 ລ້ານໂດລາ

 

ຕາມລາຍງານຂອງ Semafor ນັບເປັນການເຕີບໂຕຢ່າງກ້າວກະໂດດຈາກມູນຄ່າ 3,500 ລ້ານໂດລາເມື່ອປາຍປີ 2023

 

ປັດໄຈສຳຄັນທີ່ຢູ່ເບື້ອງຫຼັງຄວາມເຊື່ອໝັ້ນຂອງນັກລົງທຶນຄືຄວາມກ້າວໜ້າທາງເທັກໂນໂລຍີຂອງ Neuralink ໂດຍບໍລິສັດໄດ້ຝັງຊິບສະໝອງຈຳນວນ 3 ຊິ້ນໃນຄົນເຈັບທີ່ເປັນອຳພາດ ຫຼື ບໍ່ສາມາດສື່ສານໄດ້

 

ໜຶ່ງໃນນັ້ນຄືຊາຍຈາກລັດແອຣິໂຊນາ ຜູ້ປ່ວຍໂລກ ALS ທີ່ບໍ່ສາມາດເວົ້າໄດ້ ຊຶ່ງໄດ້ແຊຣວິດີໂອຜ່ານແພລັດຟອມ X ສະແດງໃຫ້ເຫັນເຖິງການສື່ສານຜ່ານຊິບດັ່ງກ່າວ

 

ເທັກໂນໂລຍີ Breakthrough Device

 

ກ່ອນໜ້ານີ້ ວັນທີ 10 ພຶດສະພາທີ່ຜ່ານມາ ບໍລິສັດ ນິວຣັລລິງກ (Neuralink) ໄດ້ຮັບການຮັບຮອງຈາກອົງການອາຫານ ແລະ ຢາແຫ່ງສະຫະລັດ (FDA)

 

ໃຫ້ເປັນອຸປະກອນລ້ຳຍຸກ (Breakthrough Device) ສຳລັບການຊ່ວຍເຫຼືອຜູ້ທີ່ມີຄວາມບົກພ່ອງທາງການເວົ້າຢ່າງຮຸນແຮງ ໂດຍການຮັບຮອງນີ້ຊ່ວຍເລັ່ງກະບວນການພັດທະນາ ແລະ ນຳໄປໃຊ້ຈິງທາງຄລີນິກ

 

ສຳລັບ “Breakthrough Device” ຄື ຊິບຝັງສະໝອງທີ່ສາມາດອ່ານສັນຍານຈາກສະໝອງ ແລະ ແປງເປັນຄຳສັ່ງດິຈິຕອລ

 

ເພື່ອຊ່ວຍໃຫ້ຜູ້ທີ່ສູນເສຍຄວາມສາມາດໃນການເວົ້າ ຫຼື ເຄື່ອນໄຫວສາມາດສື່ສານກັບໂລກພາຍນອກໄດ້ ຕົວຊິບຈະຝັງອີເລັກໂທຣດໄວ້ໃນສະໝອງເພື່ອກວດຈັບສັນຍານປະສາດ

 

ຈາກນັ້ນຖອດລະຫັດຄວາມຕັ້ງໃຈຂອງຜູ້ໃຊ້ ແລະ ສົ່ງຂໍ້ມູນໄປຍັງຄອມພິວເຕີ ຫຼື ອຸປະກອນສື່ສານແບບໄຮ້ສາຍ

 

ເທັກໂນໂລຍີນີ້ມີເປົ້າໝາຍເພື່ອຊ່ວຍເຫຼືອຜູ້ປ່ວຍທີ່ເປັນອຳພາດ ຫຼື ມີຄວາມບົກພ່ອງທາງການສື່ສານຢ່າງຮຸນແຮງ ເຊັ່ນ: ຜູ້ປ່ວຍໂລກ ALS ໂດຍການໄດ້ຮັບສະຖານະ Breakthrough Device ຈະຊ່ວຍໃຫ້ Neuralink ສາມາດເຮັດວຽກຮ່ວມກັບ FDA ຢ່າງໃກ້ຊິດ ແລະ ນຳເທັກໂນໂລຍີອອກໃຊ້ຈິງທາງການແພດໄດ້ໄວຂຶ້ນກວ່າກະບວນການປົກກະຕິ

 

ຢ່າງໃດກໍຕາມ ຊີອີໂອຂອງບໍລິສັດ ຈາເຣັດ ເບີຊອລລ ແລະ ທີມບໍລິຫານຂອງ Neuralink ຍັງບໍ່ໄດ້ໃຫ້ຄວາມເຫັນເພີ່ມເຕີມກ່ຽວກັບການລະດົມທຶນຄັ້ງລ່າສຸດ

 

ຂະນະທີ່ສຳນັກຂ່າວ Bloomberg ລາຍງານກ່ອນໜ້ານີ້ວ່າ Neuralink ມີເປົ້າໝາຍການລະດົມທຶນຢູ່ທີ່ 500 ລ້ານໂດລາສະຫະລັດ ແລະ ເຮັດໃຫ້ການປະເມີນມູນຄ່າບໍລິສັດຈະໄປຢູ່ທີ່ 8,500 ລ້ານໂດລາສະຫະລັດ

 

ການເຕີບໂຕຄັ້ງນີ້ສະທ້ອນເຖິງຄວາມສົນໃຈ ແລະ ສັກຍະພາບຂອງເທັກໂນໂລຍີປະສານສະໝອງ-ຄອມພິວເຕີ ທີ່ອາດປະຕິວັດການຮັກສາແລະການສື່ສານສຳລັບຜູ້ປ່ວຍທົ່ວໂລກໃນອະນາຄົດອັນໃກ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ