site_cover (72)
ສະຫະລັດ ສັ່ງສະຖານທູດທົ່ວໂລກ ງົດຮັບນັດເຮັດວີຊ່ານັກຮຽນຕ່າງປະເທດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 May, 2025
ໝວດ: ຂ່າວ

ລັດຖະບານຂອງປະທານາທິບໍດີ ໂດນັລດ໌ ທຣຳ ໄດ້ມີຄຳສັ່ງໃຫ້ສະຖານທູດສະຫະລັດທົ່ວໂລກຢຸດການນັດໝາຍຂໍວີຊ່ານັກຮຽນນັກສຶກສາຊົ່ວຄາວ

 

ພ້ອມທັງກະກຽມຂະຫຍາຍມາດຕະການກວດສອບໂຊຊຽວມີເດຍຂອງຜູ້ສະໝັກຂໍວີຊ່າດັ່ງກ່າວ

 

ໃນບັນທຶກພາຍໃນທີ່ສົ່ງໄປຍັງສະຖານທູດທົ່ວໂລກ ລັດຖະມົນຕີຕ່າງປະເທດ ມາກໂກ ຣູບິໂອ ລະບຸວ່າ ການລະງັບການນັດໝາຍນີ້ຈະດຳເນີນຕໍ່ໄປ ຈົນກວ່າຈະມີປະກາດເພີ່ມເຕີມ

 

ບັນທຶກດັ່ງກ່າວລະບຸວ່າການກວດສອບຂໍ້ມູນເທິງໂຊຊ້ຽວມີເດຍ ຈະເຂັ້ມງວດຂຶ້ນສຳລັບຜູ້ສະໝັກຂໍວີຊ່ານັກຮຽນນັກສຶກສາ ແລະ ວີຊ່າແລກປ່ຽນ ຊຶ່ງຈະມີ “ຜົນກະທົບຢ່າງຫຼວງຫຼາຍ” ຕໍ່ການດຳເນີນງານຂອງສະຖານທູດ ແລະ ກົງສຸນ

 

ມາດຕະການນີ້ເກີດຂຶ້ນທ່າມກາງຄວາມຕຶງເຄັ່ງລະຫວ່າງທຣຳກັບມະຫາວິທະຍາໄລຊັ້ນນຳຫຼາຍແຫ່ງໃນສະຫະລັດ ຊຶ່ງເຂົາກ່າວຫາວ່າມີແນວຄິດເອນອຽງໄປທາງຊ້າຍຫຼາຍເກີນໄປ ແລະ ເປີດທາງໃຫ້ເກີດພຶດຕິກຳຕໍ່ຕ້ານຊາວຢິວເທິງມະຫາວິທະຍາໄລ ລວມເຖິງການມີນະໂຍບາຍຮັບນັກສຶກສາທີ່ບໍ່ເປັນທຳ

 

ໃນບັນທຶກຈາກກະຊວງການຕ່າງປະເທດ ຊຶ່ງຖືກເປີດເຜີຍໂດຍສຳນັກຂ່າວ CBS News ລະບຸວ່າສະຖານທູດສະຫະລັດໄດ້ຮັບຄຳສັ່ງເມື່ອວັນອັງຄານ (27 ພຶດສະພາ) ໃຫ້ລົບລາຍການນັດໝາຍວີຊ່ານັກຮຽນທີ່ຍັງບໍ່ໄດ້ຮັບການຢືນຢັນທັງໝົດອອກຈາກລະບົບ ຍົກເວັ້ນການນັດໝາຍທີ່ໄດ້ຮັບການຢືນຢັນແລ້ວ ຊຶ່ງຍັງສາມາດດຳເນີນຕໍ່ໄປໄດ້

 

ເອກະສານຍັງເປີດເຜີຍອີກວ່າ ກະຊວງການຕ່າງປະເທດກຳລັງກະກຽມການ “ຂະຫຍາຍມາດຕະການກວດສອບໂຊຊ້ຽວມີເດຍຢ່າງເປັນທາງການ”

 

ສຳລັບຜູ້ສະໝັກຂໍວີຊ່ານັກຮຽນທັງໝົດ ແຕ່ຍັງບໍ່ໄດ້ລະບຸຊັດເຈນວ່າການກວດສອບຈະຄອບຄຸມເຖິງເນື້ອຫາ ຫຼື ກິດຈະກຳປະເພດໃດ

 

ໂດຍປົກກະຕິແລ້ວ ນັກຮຽນຕ່າງປະເທດທີ່ຕ້ອງການສຶກສາຕໍ່ໃນສະຫະລັດ ຈຳເປັນຕ້ອງນັດສຳພາດກັບເຈົ້າໜ້າທີ່ສະຖານທູດໃນປະເທດຂອງຕົນກ່ອນການອະນຸມັດວີຊ່າ

 

ມະຫາວິທະຍາໄລຈຳນວນຫຼາຍໃນສະຫະລັດພຶ່ງພາລາຍໄດ້ຈາກນັກຮຽນຕ່າງຊາດ ຊຶ່ງມັກຕ້ອງຈ່າຍຄ່າຮຽນໃນອັດຕາສູງກວ່ານັກຮຽນທ້ອງຖິ່ນ

 

ແທມມີ ບຣູສ ໂຄສົກກະຊວງການຕ່າງປະເທດ ກ່າວກັບນັກຂ່າວວ່າ “ພວກເຮົາຈິງຈັງຢ່າງຍິ່ງກັບກະບວນການກວດສອບຜູ້ທີ່ຈະເດີນທາງເຂົ້າສະຫະລັດ ແລະ ພວກເຮົາຈະເດີນໜ້າດຳເນີນການຕໍ່ໄປ”

 

ລັດຖະບານທຣຳເຄີຍສັ່ງລະງັບງົບປະມານຈຳນວນຫຼາຍຮ້ອຍລ້ານໂດລາທີ່ຈັດສັນໃຫ້ມະຫາວິທະຍາໄລ ແລະ ພະຍາຍາມຜັກດັນການເນລະເທດນັກຮຽນຕ່າງຊາດ ລວມເຖິງເພີກຖອນວີຊ່າຫຼາຍພັນໃບ ໂດຍບາງມາດຕະການຖືກສານສັ່ງລະງັບໄວ້

 

ທຳນຽບຂາວຍັງກ່າວຫາມະຫາວິທະຍາໄລບາງແຫ່ງວ່າ ປ່ອຍໃຫ້ກິດຈະກຳສະໜັບສະໜູນປາເລສໄຕນ໌ເທິງມະຫາວິທະຍາໄລຖືກຄອບງຳ ໂດຍແນວຄິດຕໍ່ຕ້ານຊາວຢິວ

 

ຂະນະທີ່ຫຼາຍມະຫາວິທະຍາໄລຕອບໂຕ້ວ່າ ລັດຖະບານກຳລັງພະຍາຍາມລະເມີດເສລີພາບໃນການສະແດງອອກ

 

ມະຫາວິທະຍາໄລຮາວາດ ຕົກເປັນເປົ້າໝາຍຫຼັກຂອງທຣຳ ໂດຍເມື່ອອາທິດທີ່ຜ່ານມາ ລັດຖະບານຂອງເຂົາໄດ້ເພີກຖອນສິດຂອງຮາວາດ ໃນການຮັບນັກຮຽນຕ່າງຊາດ ແລະ ນັກວິໄຈຈາກຕ່າງປະເທດ ແຕ່ສານລັດຖະບານກາງມີຄຳສັ່ງລະງັບມາດຕະການດັ່ງກ່າວ

 

ຫາກນະໂຍບາຍນີ້ມີຜົນບັງຄັບໃຊ້ ອາດສ້າງຜົນກະທົບຢ່າງໜັກຕໍ່ມະຫາວິທະຍາໄລຮາວາດ ຊຶ່ງມີນັກສຶກສາຕ່າງຊາດກວ່າ 25% ຂອງຈຳນວນນັກຮຽນທັງໝົດ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ