site_cover (73)
ຖັງແກັສລະເບີດຢູ່ໂຕກຽວ ໃນສະຖານທີ່ກໍ່ສ້າງ ບາດເຈັບ 10 ລາຍ ເຮືອນຊານເປ່ເພເສຍຫາຍ 40 ຫຼັງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 May, 2025
ໝວດ: ຂ່າວ

ລະເບີດແຮງ ກາງເຂດກໍ່ສ້າງຄອນໂດໃນນະຄອນໂຕກຽວຂອງຍີ່ປຸ່ນ ເຮັດໃຫ້ມີຜູ້ບາດເຈັບ 10 ຄົນ ອາຄານອ້ອມຮອບເສຍຫາຍເກືອບ 40 ຫຼັງ

 

ເຈົ້າຫນ້າທີ່ພົບຖັງແກັສອະເຊທິລີນຝັງຢູ່ໃຕ້ດິນ ຄາດວ່າເປັນຕົ້ນເຫດການລະເບີດ

 

ວັນທີ 27 ພຶດສະພາ 2025 ເວັບໄຊທ໌ຂ່າວ NHK ລາຍງານວ່າ ເກີດເຫດການລະເບີດຮຸນແຮງຢູ່ບໍລິເວນເຂດກໍ່ສ້າງຄອນໂດ ໃນຍ່ານຮິງາຊິຄະໄຊ ເຂດເອໂດກາວະ ໃນນະຄອນໂຕກຽວ

 

คาดท่อส่งก๊าซรั่ว! ปมระเบิดกลางไซต์งานก่อสร้างในโตเกียว-บาดเจ็บนับสิบราย

 

ສົ່ງຜົນໃຫ້ມີຜູ້ບາດເຈັບຢ່າງນ້ອຍ 10 ຄົນ ໂດຍສ່ວນໃຫຍ່ເປັນຄົນງານກໍ່ສ້າງ ແລະ ປະຊາຊໃນພື້ນທີ່ ອາຍຸລະຫວ່າງ 20-70 ປີ

 

ບາງຄົນມີອາການເຈັບຫູ ແລະ ແສບຄໍຈາກແຮງອັດ ແລະ ກິ່ນຄວັນ ແຕ່ບໍ່ມີໃຜໄດ້ຮັບບາດເຈັບຮ້າຍແຮງ

 

ນອກນີ້ຍັງມີອາຄານບ້ານເຮືອນ ຮ້ານຄ້າ ລວມທັງລົດບັນທຸກໃນພື້ນທີ່ໄດ້ຮັບຄວາມເສຍຫາຍຈາກແຮງລະເບີດ ແລະ ໄຟໄຫມ້

 

ແຮງລະເບີດເຮັດໃຫ້ແກ້ວ ແລະ ຝາຜະໜັງຂອງຮ້ານສະດວກຊື້ໃກ້ຄຽງແຕກກະຈາຍ ລວມທັງບ້ານເຮືອນ ແລະ ອາຄານພານິດໃນລັດສະໝີ 100 ແມັດ ໄດ້ຮັບຄວາມເສຍຫາຍຢ່າງໜັກ ລວມ 38 ຫຼັງ ໂດຍແຮງລະເບີດຍັງເຮັດໃຫ້ລົດບັນທຸກພາຍໃນໄຊຕ໌ກໍ່ສ້າງເກີດໄຟລຸກໄຫມ້ເສຍຫາຍທັງໝົດ

 

ລາຍງານຂ່າວລະບຸວ່າ ພື້ນທີ່ເກີດເຫດຢູ່ໃກ້ກັບສະຖານີລົດໄຟຄະໄຊ ເທິງສາຍໂຕກຽວ ເມໂທຣ ໂຕໄຊ ຊຶ່ງເປັນຍ່ານທີ່ຢູ່ອາໃສຫນາແໜ້ນ ເຕັມໄປດ້ວຍຄອນໂດ ແລະ ບ້ານເຮືອນ

 

ເບື້ອງຕົ້ນທາງການໄດ້ຮ້ອງຂໍໃຫ້ປະຊາຊົນໃນເຂດໃກ້ຄຽງ ຍົກຍ້າຍອອກຈາກພື້ນທີ່ຊົ່ວຄາວເພື່ອຄວາມປອດໄພ ກ່ອນຈະໄດ້ຮັບອະນຸຍາດໃຫ້ກັບເຂົ້າທີ່ພັກໃນຊ່ວງບ່າຍຂອງວັນດຽວກັນ

 

ທາງດ້ານສຳນັກງານດັບເພີງທີ່ຄອນໂຕກຽວ ເປີດເຜີຍວ່າ ໄດ້ຮັບແຈ້ງເຫດລະເບີດໃນເວລາປະມານ 9.00 ໂມງເຊົ້າ ຕາມເວລາທ້ອງຖິ່ນ ແລະ ຕ້ອງລະດົມລົດດັບເພີງກວ່າ 30 ຄັນ

 

ເຂົ້າຄວບຄຸມໄຟທີ່ລຸກໄຫມ້ຢ່າງຮຸນແຮງ ໂດຍໃຊ້ເວລານານກວ່າ 4 ຊົ່ວໂມງຈຶ່ງສາມາດຄວບຄຸມໄຟໄດ້

 

ລາຍງານຂ່າວລະບຸວ່າ ຈາກການຕິດຕາມຕາຍເບື້ອງຕົ້ນເຈົ້າຫນ້າທີ່ພົບ ຖັງແກັສອະເຊທິລີນ ຊຶ່ງເປັນແກັສທີ່ຕິດໄຟງ່າຍ ໃຊ້ໃນການເຊື່ອມໂລຫະ ຖືກຝັງຢູ່ໃຕ້ດິນໃນຈຸດທີ່ເກີດເຫດ ແລະ ມີຮ່ອງຮອຍຄວາມເສຍຫາຍຢ່າງຊັດເຈນ

 

ເຊື່ອວ່າໃນຊ່ວງທີ່ມີການຕອກເສົາເຂັມລົງດິນເພື່ອກໍ່ສ້າງອາຄານໃໝ່ ອາດໄປກະທົບ ຫຼື ເຮັດໃຫ້ແກັສຮົ່ວໄຫຼຈົນເກີດການລະເບີດ ແລະ ໄຟລຸກລາມຂຶ້ນ

 

ຈົນເຖິງຕອນນີ້ເຈົ້າຫນ້າທີ່ກຳລັງສອບສວນວ່າເຫດໃດຖັງແກັສຈຶ່ງຖືກຝັງຢູ່ໃຕ້ດິນ ແລະ ເປັນຂອງໃຜ ເນື່ອງຈາກບໍ່ມີການລະບຸໄວ້ໃນແຜນຜັງ ຫຼື ລາຍງານກ່ອນຫນ້າ

 

ໂດຍອາດເປັນຖັງເກົ່າທີ່ຖືກທິ້ງ ຫຼື ຝັງໄວ້ໂດຍບໍ່ໄດ້ມາດຕະຖານ ຫຼື ເປັນຄວາມຜິດພາດໃນການຈັດການວັດສະດຸອັນຕະລາຍ ຝັງເພື່ອເຊື່ອງຖັງໄວ້ໃຕ້ດິນເພື່ອຫຼີກເວັ້ນການຕິດຕາມກວດກາ

 

ໃນຂະນະທີ່ຫຼາຍຝ່າຍຈັບຕາມອງວ່າອາດສະທ້ອນເຖິງຊ່ອງໂຫວ່ໃນລະບົບຄວາມປອດໄພຂອງໄຊຕ໌ກໍ່ສ້າງໃຈກາງນະຄອນຫຼວງຂອງຍີ່ປຸ່ນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ