site_cover (75)
ສານສະຫະລັດຕັດສິນ 'ຍົກເລີກພາສີຕອບໂຕ້' ອ້າງວ່າທຣຳໃຊ້ອຳນາດເກີນຂອບເຂດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 29 May, 2025
ໝວດ: ຂ່າວ

ສານລັດຖະບານກາງສະຫະລັດ ພິພາກສາເມື່ອວັນພຸດ (28 ພຶດສະພາ 2025) ຫ້າມບັງຄັບໃຊ້ພາສີສຸນອາກອນ “Liberation Day” ຫຼື ພາສີປົດປ່ອຍສະຫະລັດ

 

ທີ່ປະກາດຂຶ້ນເມື່ອວັນທີ່ 2 ເມສາ 2025 ໂດຍໃຫ້ເຫດຜົນວ່າ ປະທານາທິບໍດີໂດນາລ ທຣຳ ໄດ້ໃຊ້ອຳນາດເກີນຂອບເຂດໜ້າທີ່ໃນການກຳນົດພາສີອກອນສິນຄ້ານຳເຂົ້າຈາກປະເທດທີ່ຂາຍສິນຄ້າໃຫ້ສະຫະລັດຫຼາຍກວ່າທີ່ສະຫະລັດຊື້

 

ສານການຄ້າລະຫວ່າງປະເທດໃນແມນຮັດຕັນ ລະບຸວ່າ ລັດຖະທຳມະນູນສະຫະລັດມອບອຳນາດພິເສດແກ່ລັດສະພາໃນການຄວບຄຸມການຄ້າກັບປະເທດອື່ນໆ

 

ທີ່ບໍ່ຢູ່ພາຍໃຕ້ການຄວບຄຸມອຳນາດສຸກເສີນຂອງປະທານາທິບໍດີໃນການປົກປ້ອງເສດຖະກິດສະຫະລັດ

 

ຄະດີດັ່ງກ່າວຍື່ນຟ້ອງຮ້ອງໂດຍສູນຍຸດຕິທຳລິເບີຕີທີ່ບໍ່ຝັກໃຝ່ຝ່າຍໃດ ແລະ ຍື່ນໃນນາມຂອງທຸລະກິດຂະໜາດນ້ອຍຂອງສະຫະລັດ 5 ແຫ່ງ ທີ່ນຳເຂົ້າສິນຄ້າຈາກປະເທດທີ່ຖືກກຳນົດພາສີອາກອນ

 

ຊຶ່ງຄະດີນີ້ຖືເປັນການຍື່ນຟ້ອງພາສີອາກອນຂອງທຣຳຄະດີໃຫຍ່ຄັ້ງທຳອິດ

 

ບັນດາບໍລິສັດຕ່າງໆ ຕັ້ງແຕ່ບໍລິສັດນຳເຂົ້າໄວນ໌ ແລະ ແອລກໍຮໍໃນນິວຢອກ ໄປຈົນເຖິງບໍລິສັດຜະລິດສິນຄ້າດ້ານການສຶກສາ ແລະ ເຄື່ອງດົນຕີໃນເວີຈີເນຍ ກ່າວວ່າ ພາສີອາກອນດັ່ງກ່າວຈະສົ່ງຜົນກະທົບຕໍ່ຄວາມສາມາດໃນການດຳເນີນທຸລະກິດຂອງພວກເຂົາ

 

ທັ້ງນີ້ ຄະດີດັ່ງກ່າວເປັນໜຶ່ງໃນ 7 ຄະດີທີ່ສານສະຫະລັດທ້າທາຍນະໂຍບາຍພາສີອາກອນຂອງທຣຳ ນອກເຫນືອຈາກຄະດີຂອງ 13 ລັດໃນສະຫະລັດ ແລະ ຄະດີຄວາມຈາກກຸ່ມທຸລະກິດຂະໜາດນ້ອຍອື່ນໆ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-08T085401.756
ປກສ ແຂວງບໍ່ແກ້ວ ຈັບຕົວ ຊາຍ 2 ຄົນ ໃຊ້ລົດເມຂົນຢາເສບຕິດ 277 ມັດ
_cover - 2025-07-07T164936.884
ອິສຣາເອນໂຈມຕີຮູຕີ ຄັ້ງທຳອິດຫລັງຈາກຢຸດຍິງອີຣ່ານ
_cover - 2025-07-07T143637.371
ທຣັມ ກຽມສົ່ງຈົດໝາຍແຈ້ງການເກັບພາສີໄປຍັງປະເທດຕ່າງໆທົ່ວໂລກ ຕັ້ງແຕ່ເວລາ 23:00 ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາປະເທດລາວ
_cover - 2025-07-07T135934.114
ພາຍຸ "ດານັສ" ຖະລົ່ມໄຕ້ຫວັນ ເສຍຊີວິດ 2 ຄົນ ບາດເຈັບເກີນ 300 ຄົນ
_cover - 2025-07-07T130311.646
ງານວິໄຈເປີດເຜີຍ ສີປະສົມອາຫານສົ່ງຜົນໃຫ້ເດັກນ້ອຍສະມາທິສັ້ນ - ໂລກມະເຮັງ ໂດຍສະເພາະສີແດງ
_cover - 2025-07-07T105647.518
ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ກໍ່ເຫດຄາດຕະກຳ ແມ່ເຖົ້າ ອາຍຸ 87 ປີ ເອົາຊັບໄປໃຊ້ໜີ້
_cover - 2025-07-07T103429.434
ຍີ່ປຸ່ນກຽມຂາຍ 'ເຮືອພິຄາດມືສອງ' ໃຊ້ງານມາ 30 ປີໃຫ້ຟີລິບປິນໃຊ້ຕ້ານອິດທິພົນ 'ຈີນ'
_cover - 2025-07-07T100053.816
ເຢຍລະມັນຄົ້ນພົບ "ໂຮງງານໄຂມັນ" ໂບຮານ ໂດຍມະນຸດນີແອນເດີທານ ຍຸກກ່ອນປະຫວັດສາດເມື່ອປະມານ 125,000 ປີກ່ອນ
_cover - 2025-07-07T092345.589
ນ້ຳຖ້ວມລັດເທັກຊັສ ຜູ້ເສຍຊີວິດເພີ່ມຂຶ້ນບໍ່ຢຸດ ຫຼ້າສຸດພົບຜູ້ເສຍຊີວິດລວມ 78 ຄົນ
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
ຢ່າລື່ມກົດຕິດຕາມ