VP LANDSCAPE COVER - 2025-05-30T150000.747
ຄາດ​ວ່າ ຕີ​ມໍເລັ​ດສະເຕ​ ຈະ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການພາຍ​ໃນ​ປີ​ນີ້
ຮຽບຮຽງໂດຍ:patthana
ເຜີຍແຜ່: 30 May, 2025
ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 27 ພຶດ​ສະ​ພາ ຜ່ານມາ, ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 46 ໄດ້​ປິດລົງ​​ຢ່າງ​ເປັນ​ທາງ​ການຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ ​ປະ​ເທດ​ມາ​ເລ​ເຊຍ. ທ່ານ​ ອັນ​ວາ ອິບ​ຣາ​ຮິມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​​ຢືນ​ຢັນ​ວ່າ, ​ຄາດ​ວ່າຕີ​ມໍ​ເ​ລັ​ດສະ​ເຕ ​ຈະ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ທີ 11 ຢ່າງ​ເປັນ​ທາງ​ການ​ພາຍໃນ​ປີ​ນີ້.

ທ່ານ ອັນວາ ອິບຣາຮິມ ກ່າວຕື່ມວ່າ: ຜູ້ນຳຂອງບັນດາປະເທດສະມາຊິກອາຊຽນໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການປະຕິບັດມາດຕະການທີ່ຈຳເປັນເພື່ອສະໜັບສະໜູນຕີມໍເລັດສະເຕເຂົ້າເປັນປະເທດສະມາຊິກອາຊຽນ.

ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນເທື່ອນີ້, ທ່ານ ຊານາໆ ກຸສມາວ ນາຍົກລັດຖະມົນຕີຕີມໍເລັດສະເຕ ກ່າວວ່າ: ຕີມໍເລັດສະເຕໄດ້ສຳເລັດຂໍ້ກຳນົດສ່ວນຫຼາຍສຳລັບການເຂົ້າເປັນປະເທດສະມາຊິກອາຊຽນແລ້ວ ແລະ ຈະສຸມກຳລັງຢ່າງສຸດຂີດເພື່ອສຳເລັດຕາມຂໍ້ກຳນົດອື່ນໆທີ່ເຫຼືອ, ຕີມໍເລັດສະເຕມີຄວາມໝັ້ນໃຈຢ່າງເຕັມທີ່ໃນດ້ານການເຂົ້າເປັນປະເທດສະມາຊິກອາຊຽນຢ່າງເປັນທາງການພາຍໃນປີນີ້.

ຕີມໍເລັສເຕໄດ້ຮ້ອງຂໍເຂົ້າເປັນປະເທດສະມາຊິກອາຊຽນໃນປີ 2011, ແລະ ປັດຈຸບັນເປັນປະເທດສັງເກດການຂອງອາຊຽນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ