VP LANDSCAPE COVER - 2025-05-30T155146.682
ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອັດຕະປືສະໄໝທີ IX
ຮຽບຮຽງໂດຍ:patthana
ເຜີຍແຜ່: 30 May, 2025
ກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງ ອັດຕະປື ສະໄໝທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 30 ພຶດສະພານີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີສະຫາຍ ນາງ ອາລີ ວົງໜໍ່ບຸນທຳ, ກຳມະການສູນກາງພັກ ປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ.

ກອງປະຊຸມໃຫຍ່ຄັ້ງນີ້, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 143 ສະຫາຍ, ຊຶງເປັນຕົວແທນໃຫ້ສະຫາຍສະມາຊິກສະຫະພັນແມ່ຍິງ ຈໍານວນ 32,488 ສະຫາຍ ໃນທົ່ວແຂວງ. ໃນກອງປະຊຸມ ຈະໄດ້ຮັບຟັງການຜ່ານບົດລາຍງານການເມືອງ 2 ພາກ, ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ 5 ປີ (2021-2025), ແຜນພັດທະນາແມ່ຍິງແຂວງ 5 ປີ (2026-2030) ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ສະໄໝທີ VIII. ນອກນັ້ນ, ຍັງຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ສະຫະພັນແມ່ຍິງແຂວງສະໄໝທີ IX ເພື່ອສືບຕໍ່ຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ ພ້ອມຈະໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພົທ ວັນທອງ ກອງມະນີ ແລະ ສະຫາຍ ນາງ ອາລີ ວົງໜໍ່ ບຸນທໍາ ເພື່ອເປັນບ່ອນອີງໃນການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງ ຄັ້ງທີ IX ກໍຄື ນໍາພາຂະບວນການພັດທະນາແມ່ຍິງແຂວງ ໃຫ້ໄດ້ຮັບຜົນສໍາເລັດດ້ວຍບາດ ກ້າວ ອັນໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.

(ພາບ-ຂ່າວ: ມະນີວອນ ວຽງໄຊ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ