site_cover (92)
ຈີນອະນຸມັດວັກຊີນ HPV ຊະນິດ 9 ສາຍພັນ ຜະລິດໃນປະເທດໂຕທຳອິດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 2 June, 2025
ໝວດ: ຂ່າວ

ສຳນັກບໍລິຫານຜະລິດຕະພັນທາງການແພດແຫ่ງຊາດຈີນ ເຜີຍວ່າຈີນໄດ້ອະນຸມັດວັກຊີນປ້ອງກັນເຊື້ອໄວຣັສເອຊພີວີ (HPV) ຊະນິດຄອບຄຸມ 9 ສາຍພັນ ທີ່ພັດທະນາຂື້ນເອງພາຍໃນປະເທດເປັນຄັ້ງທຳອິດເມື່ອວັນພະຫັດ (29 ພຶດສະພາ 2025) ທີ່ຜ່ານມາ

 

ການອະນຸມັດວັກຊີນ “ເຊໂຄລິນ 9” ທີ່ຮ່ວມພັດທະນາໂດຍຫ້ອງປະຕິບັດການຊີວະການແພດສຽງອັນ ມະຫາວິທະຍາໄລຊ່ຽຍເຫມິນ ແລະ ວ່ານໄທ່ ໄບໂອຟາມ (Wantai BioPharm) ເຮັດໃຫ້ຈີນກາຍເປັນປະເທດທີ່ສອງຂອງໂລກ ຮອງຈາກສະຫະລັດ ທີ່ສາມາດຈັດຫາວັກຊີນປ້ອງກັນເຊື້ອເອຊພີວີທີ່ມີຄວາມຄອບຄຸມສູງ (high-valency) ໄດ້ຢ່າງອິດສະຫຼະ

 

ລາຍງານລະບຸວ່ານັບຕັ້ງແຕ່ປີ 2019 ວັກຊີນເຊໂຄລິນ 9 ຜ່ານການທົດລອງທາງຄລີນິກທີ່ດຳເນີນການທົ່ວປະເທດ 5 ຄັ້ງ ໂດຍມີອາສາສະໝັກສຸຂະພາບດີອາຍຸລະຫວ່າງ 9-45 ປີ ເຂົ້າຮ່ວມກວ່າ 11,000 ຄົນ

 

ຜົນການທົດລອງເຜີຍວ່າວັກຊີນເຊໂຄລິນ 9 ສາມາດປ້ອງກັນເຊື້ອໄວຣັສເອຊພີວີ ສາຍພັນທຸ໌ 16 ແລະ 18 ໄດ້ຢ່າງແຂງແກ່ງ

 

ຊຶ່ງທັງສອງສາຍພັນທຸ໌ນີ້ເປັນສາຍພັນທຸ໌ດຽວກັນກັບທີ່ອອກລິດຄອບຄຸມໃນວັກຊີນປ້ອງກັນແບບ 2 ສາຍພັນທຸ໌ ຮວມທັງຍັງປ້ອງກັນເຊື້ອໄວຣັສເອຊພີວີຊະນິດອື່ນອີກ 5 ສາຍພັນທຸ໌ ໄດ້ແກ່ 31, 33, 45, 52 ແລະ 58 ໂດຍມີອັດຕາປ້ອງກັນການຕິດເຊື້ອກວ່າຮ້ອຍລະ 98 ຕໍ່ເນື່ອງນານກວ່າ 12 ເດືອນ ແລະ ອັດຕາການປ້ອງກັນການຕິດເຊື້ອທີ່ປາກມົດລູກຮ້ອຍລະ 100

 

ສຳລັບເດັກຍິງອາຍຸ 9-17 ປີ ສັກວັກຊີນພຽງ 2 ໂດສພຽງພໍຈະໃຫ້ການຕອບສະໜອງທາງພູມຄຸ້ມກັນທຽບເທົ່າກັບໃນກຸ່ມຜູ້ຍິງອາຍຸ 18-26 ປີ ທີ່ໄດ້ຮັບວັກຊີນ 3 ໂດສ ແລະ ສຳລັບເດັກຍິງອາຍຸ 15-17 ປີ ປັດຈຸບັນວັກຊີນນີ້ເປັນວັກຊີນປ້ອງກັນເຊື້ອໄວຣັສເອຊພີວີແບບສັກ 2 ໂດສພຽງຊະນິດດຽວທີ່ມີພ້ອມໃຫ້ບໍລິການໃນຈີນ

 

ການສຶກສາເຜີຍວ່າວັກຊີນຊະນິດໃໝ່ໃຫ້ການຕອບສະໜອງທາງພູມຄຸ້ມກັນເທຽບທຽມໄດ້ກັບຜະລິດຕະພັນທີ່ຄ້າຍຄືກັນໃນຕ່າງປະເທດເປັນເວລາຢ່າງໜ້ອຍ 30 ເດືອນ ຫຼັງຈາກໄດ້ຮັບວັກຊີນຄົບຖ້ວນ ໂດຍຜົນການວິໄຈດັ່ງກ່າວໄດ້ຮັບການເຜີຍແຜ່ໃນວາລະສານໂລກຕິດເຊື້ອແລນເຊັດ (The Lancet Infectious Diseases)

 

ວັກຊີນຕົວໃໝ່ນີ້ເປັນຄວາມສຳເລັດລ່າສຸດຈາກທີມວິໄຈທີ່ພັດທະນາວັກຊີນເຊື້ອໄວຣັສເອຊພີວີແບບຄອບຄຸມ 2 ສາຍພັນທີ່ຜະລິດໃນຈີນເປັນຄັ້ງທຳອິດໃນປີ 2019 ຕໍ່ມາໃນປີ 2021 ວັກຊີນຕົວດັ່ງກ່າວໄດ້ຮັບການຮັບຮອງຄຸນສົມບັດລ່ວງໜ້າຈາກອົງການອະນາໄມໂລກ (WHO) ແລະ ໄດ້ເຂົ້າສູ່ຕະຫຼາດໃນ 21 ປະເທດແລ້ວ

 

ອົງການດັ່ງກ່າວເຜີຍວ່າມະເຮັງປາກມົດລູກເປັນມະເຮັງທີ່ພົບຫຼາຍເປັນອັນດັບສີ່ໃນຜູ້ຍິງທົ່ວໂລກໃນປີ 2022 ດ້ານຄະນະກຳມະການສຸຂະພາບແຫ່ງຊາດຈີນເຜີຍວ່າຈີນດຳເນີນໂຄງການສັກວັກຊີນເອຊພີວີໂດຍບໍ່ເສຍຄ່າໃຊ້ຈ່າຍໃຫ້ກັບເດັກຜູ້ຍິງອາຍຸ 13-14 ປີ ປະມານຮ້ອຍລະ 40 ໃນປີ 2024 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມຮັບມືກັບມະເຮັງປາກມົດລູກ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ