site_cover (95)
ຈີນເດືອດ ໂຕ້ກັບຄືນທຣຳລະເມີດຂໍ້ຕົກລົງການຄ້າ ພ້ອມເອົາຄືນເພື່ອຜົນປະໂຫຍດປະເທດຊາດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 2 June, 2025
ໝວດ: ຂ່າວ

ທາງການຈີນອອກຖະແຫຼງການຕອບໂຕ້ສະຫະລັດໃນວັນນີ້ (2 ມິຖຸນາ)

 

ທາງການຈີນອອກຖະແຫຼງການຕອບໂຕ້ສະຫະລັດໃນວັນນີ້ (2 ມິຖຸນາ) ວ່າຝ່າຍສະຫະລັດເອງທີ່ເປັນຜູ້ລະເມີດຂໍ້ຕົກລົງທາງການຄ້າທີ່ທັງສອງປະເທດບັນລຸຮ່ວມກັນທີ່ນະຄອນເຈນີວາຂອງສະວິດເຊີແລນ ເມື່ອເດືອນພຶດສະພາ

 

ຫຼັງຈາກເມື່ອວັນສຸກທີ່ຜ່ານມາປະທານາທິບໍດີໂດນາລ ທຣຳ ກ່າວຫາຈີນວ່າລະເມີດຂໍ້ຕົກລົງກັບສະຫະລັດ “ໂດຍສິ້ນເຊີງ” ໂດຍບໍ່ໄດ້ໃຫ້ລາຍລະອຽດເພີ່ມເຕີມ ພ້ອມທັງປະກາດຂຶ້ນພາສີເຫຼັກ ແລະ ອາລູມິນຽມຈາກ 25% ເປັນ 50% ທີ່ຈະມີຜົນໃນວັນພຸດນີ້ ດ້ວຍເຫດຜົນວ່າຈະຊ່ວຍກະຕຸ້ນອຸດສາຫະກຳເຫຼັກໃນປະເທດ ແລະ ຫຼຸດການເພິ່ງພາຈີນ

 

ໃນຂະນະທີ່ຜູ້ແທນການຄ້າສະຫະລັດ ເຈມີສັນ ເກຣຍ ລະບຸວ່າຈີນບໍ່ຍອມຍົກເລີກອຸປະສັກທາງການຄ້າຕາມທີ່ຕົກລົງກັນໄວ້ ຊຶ່ງຈີນປະກາດວ່າຈະດຳເນີນມາດຕະການຕອບໂຕ້ເພື່ອປົກປ້ອງຜົນປະໂຫຍດສູງສຸດຂອງປະເທດ

 

ດ້ານກະຊວງການຄ້າຂອງຈີນລະບຸວ່າສະຫະລັດໄດ້ທຳລາຍຂໍ້ຕົກລົງການຄ້າທີ່ທັງສອງປະເທດບັນລຸຮ່ວມກັນຢ່າງຮ້າຍແຮງ ຊຶ່ງໃນຂໍ້ຕົກລົງດັ່ງກ່າວທີ່ລວມເຖິງການຫຼຸດພາສີນຳເຂົ້າສິນຄ້າລະຫວ່າງກັນ ໂດຍສະຫະລັດຫຼຸດພາສີສິນຄ້າຈາກຈີນຈາກ 145% ເຫຼືອ 30% ຂະນະທີ່ຈີນຫຼຸດພາສີສິນຄ້າຈາກສະຫະລັດຈາກ 125% ເຫຼືອ 10%

 

ນີ້ເປັນການເພີ່ມຄວາມຕຶງເຄັ່ງໃນສົງຄາມການຄ້າລະຫວ່າງເສດຖະກິດໃຫຍ່ທີ່ສຸດສອງແຫ່ງຂອງໂລກ ແລະ ສ້າງຄວາມບໍ່ແນ່ນອນຕໍ່ຄວາມສຳພັນທາງເສດຖະກິດໃນອະນາຄົດ

 

ນອກຈາກນີ້ ທາງການຈີນຍັງກ່າວວ່າຝັ່ງສະຫະລັດໄດ້ລະເມີດຂໍ້ຕົກລົງທີ່ປະທານາທິບໍດີສີ ຈິ້ນຜິງ ແລະ ປະທານາທິບໍດີໂດນາລ ທຣຳ ຕົກລົງກັນຮ່ວມຜ່ານທາງໂທລະສັບເມື່ອເດືອນມັງກອນ ຊຶ່ງການລະເມີດຂອງສະຫະລັດ ຈີນກ່າວວ່າຍັງລວມໄປເຖິງການລະງັບຂາຍຊອບແວຣອອກແບບຊິບໃຫ້ກັບບໍລິສັດຈີນ ຮວມໄປເຖິງການຖອນວີຊ່ານັກຮຽນຊາວຈີນໃນສະຫະລັດດ້ວຍ

 

ຂະນະດຽວກັນ BBC ລາຍງານວ່າເຈົ້າໜ້າທີ່ລະດັບສູງຂອງທຳນຽບຂາວ 2 ຄົນເປີດເຜີຍເມື່ອວານນີ້ (31 ພຶດສະພາ) ວ່າທຣຳ ແລະ ສີ ຈິ້ນຜິງ ອາດມີການເຈລະຈາກັນອີກຄັ້ງໃນໄວໆ ນີ້

 

ເຊັ່ນດຽວກັນກັບທາງຝັ່ງ ສກ໊ອດ ເບສເຊັນ ລັດຖະມົນຕີວ່າການກະຊວງການຄັງສະຫະລັດ ທີ່ໄດ້ກ່າວກັບສຳນັກຂ່າວ CBS News ວ່າລາຍລະອຽດຂອງຂໍ້ຕົກລົງຕ່າງໆ ຈະໄດ້ຮັບການ “ຕົກລົງກັນ” ເມື່ອທັງສອງຜູ້ນຳໄດ້ໂອລົມກັນ ແຕ່ຍັງບໍ່ມີການລະບຸວັນແລະເວລາທີ່ຊັດເຈນ

 

ທັງນີ້ ສະຖານການດັ່ງກ່າວສະທ້ອນເຖິງຄວາມຕຶງເຄັ່ງທີ່ເພີ່ມຂຶ້ນລະຫວ່າງສອງມະຫາອຳນາດທາງເສດຖະກິດຂອງໂລກ ຊຶ່ງອາດສົ່ງຜົນກະທົບຕໍ່ເສດຖະກິດໂລກໃນວົງກວ້າງຫຼັງຈາກນີ້ຕໍ່ໄປ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ