site_cover (99)
"Tidybot" ຫຸ່ນຍົນພະລັງ AI ແມ່ບ້ານຍຸກໃໝ່ ຊ່ວຍເຮັດຄວາມສະອາດບໍ່ມີຈົ່ມ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 2 June, 2025
ໝວດ: ຂ່າວ

ໃຜທີ່ບໍ່ມັກທຳຄວາມສະອາດຫ້ອງນອນ ຫຼື ຈັດບ້ານໃຫ້ເປັນລະບຽບ ອີກບໍ່ນານນີ້ເຮົາອາດຈະບໍ່ຕ້ອງເຮັດສິ່ງເຫຼົ່ານີ້ເອງອີກຕໍ່ໄປ ເມື່ອມີນັກວິໄຈທີ່ກຳລັງພັດທະນາຫຸ່ນຍົນມາກຄວາມສາມາດຕົວໃໝ່ ອອກແບບໃຫ້ມາດູແລງານບ້ານໂດຍສະເພາະ

 

ນັກວິໄຈດ້ານຫຸ່ນຍົນທີ່ມະຫາວິທະຍາໄລສະແຕນຟອດ ກຳລັງພັດທະນາແຂນຫຸ່ນຍົນເຄື່ອນທີ່ ຊຶ່ງໃຊ້ປະໂຫຍດຈາກປັນຍາປະດິດ (AI) ລວມເຖິງໂມເດລພາສາຂະໜາດໃຫຍ່ (LLM) ແລະ ໂມເດລການເບິ່ງເຫັນ ເພື່ອຮຽນຮູ້ ແລະ ເຮັດວຽກບ້ານສະເພາະຕົວ ເຊັ່ນ: ການແຍກຜ້າຊັກ ການເຮັດຄວາມສະອາດເຄົ້າເຕີ ແລະ ຈັດລະບຽບສິ່ງຂອງ

 

ຫຸ່ນຍົນຕົວນີ້ຊື່ວ່າ ໄທດີບອດ (Tidybot) ມາຈາກຄຳວ່າໄທດີ (Tidy) ໃນພາສາອັງກິດທີ່ແປວ່າ ຄວາມເປັນລະບຽບຮຽບຮ້ອຍ ໄທດີບອດ (Tidybot) ຈຶ່ງເປັນເໝືອນຫຸ່ນຍົນທີ່ຊ່ວຍເຮັດຄວາມສະອາດ ຈັດການງານບ້ານໃຫ້ເປັນລະບຽບ

 

ຫຸ່ນຍົນຕົວນີ້ໃຊ້ໂມເດນພາສາຂະໜາດໃຫຍ່ (LLM) ຄ້າຍກັບເທັກໂນໂລຊີທີ່ຂັບເຄື່ອນປັນຍາປະດິດ ແຊດຈີພີທີ (ChatGPT) ໃນການປະມວນຜົນຊຸດຂໍ້ມູນອິນເທີເນັດຈຳນວນຫຼາຍ ເຮັດໃຫ້ສາມາດຈົດຈຳ ແລະ ຈັດໝວດໝູ່ສິ່ງຂອງຕ່າງໆ ເຊັ່ນ: ເສື້ອຜ້າ ຂອງຫຼິ້ນ ແລະ ອາຫານໄດ້ຢ່າງແມ່ນຍຳ

 

ດ້ວຍການລວມໂມເດລປັນຍາປະດິດເຂົ້າກັບໂມເດລການເບິ່ງເຫັນ ຫຸ່ນຍົນຕົວນີ້ຈຶ່ງສາມາດລະບຸລັກສະນະຂອງວັດຖຸ ເຊັ່ນ: ສີ ແລະ ຮູບຮ່າງ ຊ່ວຍໃຫ້ແຍກປະເພດຜ້າທີ່ຊັກ ທັງຜ້າສີອ່ອນ ແລະ  ສີເຂັ້ມ ຫຼື ຍົກຕຸ໊ກກະຕາໝີ ໄປວາງເທິງຊັ້ນໄດ້ ຫຼັງຈາກໄດ້ຮັບຄຳແນະນຳຈາກຜູ້ໃຊ້ງານ ພຽງບໍ່ເທົ່າໃດຄຳສັ່ງເທົ່ານັ້ນ

 

ທີມຜູ້ພັດທະນາໄດ້ສາທິດການໃຊ້ງານຫຸ່ນຍົນຕົວນີ້ ດ້ວຍການຄວບຄຸມມືຂອງຫຸ່ນຍົນຜ່ານສະມາດໂຟນພຽງແຄ່ເຄື່ອງດຽວ ເພື່ອສັ່ງໃຫ້ຫຸ່ນຍົນຍົກຈັບ ເຄື່ອນຍ້າຍວັດຖຸ ໂດຍຕົວສະມາດໂຟນທີ່ວ່ານີ້ຈະຕິດຕັ້ງເຊັນເຊີທີ່ສາມາດໃຊ້ໃນການແປຕຳແໜ່ງ ແລະ ທິດທາງຂອງມືຂອງຜູ້ຄວບຄຸມ ໄປຍັງມືຂອງຫຸ່ນຍົນໄດ້

 

ຈາກນັ້ນຫຸ່ນຍົນ ໄທດີບອດ (Tidybot) ຈະໃຊ້ຂັ້ນຕອນວິທີການຮຽນຮູ້ຂອງເຄື່ອງເພື່ອຮຽນຮູ້ ແລະ ບັນທຶກງານເຫຼົ່ານີ້ໄວ້ໃຊ້ໃນອະນາຄົດ ເຊັ່ນ: ຕໍ່ໄປມັນອາດຈະຮຽນຮູ້ວິທີການເປີດປິດລິ້ນຊັກຈາກຜູ້ໃຊ້ງານ ຫຼື ຫຼຽນແບບວິທີການເປີດເຄື່ອງຊັກຜ້າ ວິທີການເຊັດເຄົ້າເຕີຄົວ ຫຼື ແມ້ກະທັ່ງວິທີການເຮັດຄວາມສະອາດຫ້ອງນ້ຳໄດ້ເຊັ່ນກັນ

 

ໃນອະນາຄົດທາງທີມຜູ້ພັດທະນາຫວັງວ່າຈະສາມາດຕໍ່ຍອດ ໄທດີບອດ (Tidybot) ໃຫ້ເຮັດວຽກໄດ້ໂດຍອັດຕະໂນມັດຢ່າງສົມບູນ ແລະ ມີແຜນທີ່ຈະເພີ່ມແຂນກົນແຂນທີ່ສອງເຂົ້າໄປ ຮວມເຖິງພັດທະນາລະບົບການເຮັດວຽກຮ່ວມກັນຂອງຫຸ່ນຍົນຈຳນວນຫຼາຍ ເພື່ອຊ່ວຍໃນການເຮັດຄວາມສະອາດ ແລະ ດູແລບ້ານໄດ້ຢ່າງມີປະສິດທິພາບຫຼາຍຍິ່ງຂຶ້ນ

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ