ນິກເຄອິ ເອເຊຍ (Nikkei Asia) ລາຍງານວ່າ ກະຊວງສາທາລະນະສຸກ ແຮງງານ ແລະ ສະຫວັດດິການຍີ່ປຸ່ນ ເປີດເຜີຍຂໍ້ມູນໃນວັນທີ 4 ມິຖຸນາ 2025 ພົບວ່າ ຈຳນວນການເກີດຂອງປະຊາກອນຍີ່ປຸ່ນໃນປີ 2024 ຢູ່ທີ 686,061 ຄົນ ຫຼຸດລົງ 5.7% ເມື່ອທຽບກັບປີກ່ອນ (YOY) ແລະ ມີປະຊາກອນເກີດໃໝ່ຕ່ຳກວ່າ 700,000 ຄົນຕໍ່ປີເປັນຄັ້ງທຳອິດ ນັບຕັ້ງແຕ່ເລີ່ມເຮັດການບັນທຶກໃນປີ 1899
ໂດຍຈຳນວນດັ່ງກ່າວເປັນລະດັບທີ່ຄາດວ່າຈະເກີດຂຶ້ນໃນອີກ 14 ປີຂ້າງໜ້າ ຕາມການປະມານການຂອງພາກລັດ ຕອກຍ້ຳວ່າບັນຫາປະຊາກອນຫຼຸດລົງມີຄວາມຮຸນແຮງຫຼາຍຂຶ້ນ ໂດຍອັດຕາການຈະເລີນພັນ ຊຶ່ງສະແດງຈຳນວນບຸດຕໍ່ຜູ້ຍິງໃນໄວຈະເລີນພັນໜຶ່ງຄົນ ຫຼຸດລົງເຫຼືອ 1.15 ຈາກລະດັບ 1.20 ເມື່ອປີກ່ອນ ເຮັດນິວໂລວ໌ 3 ປີຕິດກັນ ຊຶ່ງຈຳເປັນຕ້ອງໄຕ່ລະດັບສູ່ 2.07 ເພື່ອຄົງຈຳນວນປະຊາກອນໃນປະຈຸບັນໄວ້
ຈາກຄ່າກາງທີ່ປະມານການໄວ້ໂດຍ ສະຖາບັນວິໄຈປະຊາກອນ ແລະ ຄວາມໝັ້ນຄົງທາງສັງຄົມແຫ່ງຊາດ (National Institute of Population and Social Security Research) ໃນເດືອນເມສາ 2023 ຄາດວ່າ ຍີ່ປຸ່ນຈະມີຈຳນວນການເກີດຢູ່ທີ 755,000 ແລະ ອັດຕາການຈະເລີນພັນຢູ່ທີ 1.27 ໃນປີ 2024 ແລະ ຈະຕ່ຳກວ່າ 700,000 ຄົນໃນປີ 2038
ເຖິງແມ່ນວ່າຄົນຍີ່ປຸ່ນຈະແຕ່ງງານກັນຫຼາຍຂຶ້ນໃນປີ 2024 ທີ 485,063 ຄູ່ ເພີ່ມຂຶ້ນ 2.2% ເມື່ອທຽບຈາກປີກ່ອນ (YOY) ແລະ ເພີ່ມຂຶ້ນເປັນຄັ້ງທຳອິດຫຼັງຫຼຸດລົງເພາະຜົນກະທົບຂອງໂຄວິດ-19 ແຕ່ກໍຍັງຕ່ຳກວ່າລະດັບ 500,000 ຄູ່ ເປັນປີທີສອງຕິດຕໍ່ກັນ ແລະ ຕ່ຳສຸດເປັນອັນດັບສອງນັບຕັ້ງແຕ່ຫຼັງສົງຄາມໂລກຄັ້ງທີ 2
ຈຳນວນປະຊາກອນທີ່ຫຼຸດລົງຢ່າງໄວ ຈະບົ່ງບອກເຖິງເສດຖະກິດທີ່ອາດຕົກຕ່ຳລົງ ເນື່ອງດ້ວຍບັນຫາຂາດແຄນແຮງງານ ທ່າມກາງປະຊາກອນສູງໄວ ຢ່າງໃດກໍຕາມ ໃນປະເທດພັດທະນາແລ້ວສ່ວນໃຫຍ່ທັງໃນເອເຊຍ ແລະ ອາຟຣິກາລ້ວນປະສົບບັນຫານີ້ເຊັ່ນດຽວກັນ
ທາຄຸຢະ ໂຮຊິໂນະ (Takuya Hoshino) ນັກເສດຖະສາດຈາກໄດອິຈິ ໄລຟ໌ ຣີເສີດ ອິນສະຕີຕິວ (Dai-ichi Life Research Institute) ກ່າວວ່າ ໃນປີ 2023 ຍີ່ປຸ່ນມີຈຳນວນແຮງງານຢູ່ທີ 69.25 ລ້ານຄົນ ຄາດວ່າຈະເລີ່ມຫຼຸດລົງໃນປີ 2035 ຈົນເຫຼືອ 62.87 ລ້ານຄົນໃນປີ 2050 ຊຶ່ງບັນຫາຂາດແຄນແຮງງານຈະລຳບາກຂຶ້ນອີກ ໂດຍສະເພາະໃນພາກບໍລິການ ເຊັ່ນ: ສາທາລະນະສຸກ ການດູແລຜູ້ສູງອາຍຸ ແລະ ການຂົນສົ່ງ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,421 | 21,697 |
![]() THB | 653.16 | 665.57 |
![]() EUR | 23,664 | 24,138 |
![]() CNY | 2,902 | 2,960 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |