_cover (23)
ຍີ່ປຸ່ນຄິດຄົ້ນ "ພລາສຕິກ" ແບບໃໝ່ ຍ່ອຍສະຫຼາຍໄດ້ໃນນ້ຳທະເລ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 June, 2025
ໝວດ: ຂ່າວ

ນັກວິໄຈໃນຍີ່ປຸ່ນພັດທະນາພລາສຕິກທີ່ສາມາດລະລາຍໃນນ້ຳທະເລໄດ້ພາຍໃນບໍ່ເທົ່າໃດຊົ່ວໂມງ ຫວັງເປັນອີກໜຶ່ງແນວທາງແກ້ບັນຫາມົນລະພິດຈາກຂີ້ເຫຍື້ອພລາສຕິກທີ່ລອຍໃນທະເລ ລວມເຖິງບັນຫາຂີ້ເຫຍື້ອພລາສຕິກທີ່ຖືກພັດພາລົງສູ່ແຫຼ່ງນ້ຳເນື່ອງຈາກໄພທຳມະຊາດ ຈົນກາຍເປັນມົນລະພິດຕໍ່ມະຫາສະຫມຸດ ແລະ ເປັນອັນຕະລາຍຕໍ່ສິ່ງມີຊີວິດ

 

ພລາສຕິກຊະນິດໃໝ່ຊຶ່ງພັດທະນາຮ່ວມກັນໂດຍມະຫາວິທະຍາໄລໂຕກຽວ ນີ້ມີຄວາມແຂງແຮງທຽບເທົ່າພລາສຕິກທີ່ເຮັດຈາກປິໂຕຣລຽມທົ່ວໄປ ໂດຍຜະລິດຂຶ້ນຈາກການຜະສົມ ໄອໂອນິກໂມໂນເມີ (ionic monomers) ຫຼື ໂມເລກຸນດຽວທີ່ມີປະຈຸໄຟຟ້າ ສອງຊະນິດປະສົມກັນ ເພື່ອສ້າງພັນທະທີ່ເຮັດໃຫ້ໄດ້ພລາສຕິກທີ່ທັງແຂງແຮງ ແລະ ຍືດຫຍຸ່ນ

 

ຢ່າງໃດກໍຕາມ ເມື່ອພລາສຕິກທີ່ພັດທະນາຂຶ້ນໃໝ່ນີ້ ສຳຜັດກັບເກືອ ແລະ ອິເລັກໂທຣໄລທ໌ (Electrolytes) ຫຼື ສານລະລາຍທີ່ນຳໄຟຟ້າໄດ້ຕົວອື່ນໆ ໃນນ້ຳທະເລ ກໍຈະເຮັດໃຫ້ພລາສຕິກສະຫຼາຍຕົວເປັນໂມໂນເມີດັ້ງເດີມ ຊຶ່ງແບັກທີເລຍສາມາດຍ່ອຍສະຫຼາຍໄດ້ ລວມເຖິງພລາສຕິກທີ່ພັດທະນາໃໝ່ນີ້ ຍັງບໍ່ເປັນພິດ ແລະ ບໍ່ຕິດໄຟອີກດ້ວຍ

 

ທີມວິໄຈລະບຸວ່າ ເມື່ອທົດລອງນຳພລາສຕິກ ໄປໃສ່ໃນສານລະລາຍນ້ຳທີ່ມີຄວາມເຂັ້ມຂຸ່ນຂອງເກືອເທົ່າກັບນ້ຳທະເລ ພລາສຕິກຈະລະລາຍຢ່າງໄວວາ ໃນເວລາປະມານ 2 ເຖິງ 3 ຊົ່ວໂມງ ຂຶ້ນຢູ່ກັບຄວາມໜາ ແລະ ຂະໜາດ ແລະ ຍັງບໍ່ຖິ້ມມໂຄຣພລາສຕິກທີ່ເປັນອັນຕະລາຍໄວ້ ຊຶ່ງທ້າຍທີ່ສຸດແລ້ວຈະກາຍເປັນມົນລະພິດຕໍ່ມະຫາສະຫມຸດ

 

ມີຂໍ້ມູນຈາກໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ ທີ່ຄາດການວ່າມົນລະພິດຈາກພລາສຕິກຈະເພີ່ມຂຶ້ນເປັນສາມເທົ່າພາຍໃນປີ 2040

 

ໂດຍຈະເພີ່ມຂີ້ເຫຍື້ອລົງສູ່ມະຫາສະຫມຸດທົ່ວໂລກປີລະ 23-37 ລ້ານເມຕຣິກຕັນ ແລະ ໃນປີ 2020 ຈະມີໄມໂຄຣພລາສຕິກທີ່ມີຂະໜາດນ້ອຍກວ່າ 5 ມິນລິແມັດຊຶມເຂົ້າສູ່ສິ່ງແວດລ້ອມອີກປະມານ 2.7 ລ້ານເມຕຣິກຕັນ

 

ນອກຈາກນີ້ບັນຫາຂີ້ເຫຍື້ອພລາສຕິກ ລວມເຖິງໄມໂຄຣພລາສຕິກ ຍັງກໍ່ຄວາມເສຍຫາຍບໍ່ແມ່ນສະເພາະກັບສິ່ງມີຊີວິດໃນທະເລເທົ່ານັ້ນ ແຕ່ຍັງລວມເຖິງຮ່າງກາຍມະນຸດດ້ວຍ

 

ຫຼັງຈາກທີ່ນັກວິໄຈພົບຊິ້ນສ່ວນນ້ອຍໆ ຂອງພລາສຕິກຊະນິດນີ້ໃນຄວາມເຂັ້ມຂຸ່ນທີ່ແຕກຕ່າງກັນໃນສະໝອງຂອງມະນຸດ ເພດານຫຼອດເລືອດແດງ ແລະ ອະໄວຍະວະອື່ນໆ

 

ດ້ວຍເຫດນີ້ນັກວິທະຍາສາດທົ່ວໂລກຈຶ່ງຕ້ອງເລັ່ງມືພັດທະນາຜົນງານ ເພື່ອຮັບມືກັບວິກິດຂີ້ເຫຍື້ອພລາສຕິກທີ່ເພີ່ມຫຼາຍຂຶ້ນ ເຊັ່ນດຽວກັບທີມວິໄຈໃນຍີ່ປຸ່ນ ທີ່ເຖິງແມ່ນຕອນນີ້ຈະຍັງບໍ່ເປີດເຜີຍແຜນການນຳໄປໃຊ້ໃນເຊີງການຄ້າ ແຕ່ງານວິໄຈຂອງພວກເຂົາໄດ້ຮັບຄວາມສົນໃຈຢ່າງຫຼາຍ ລວມເຖິງຈາກອຸດສາຫະກຳດ້ານການບັນຈຸພັນ ຕ່າງໆ ດ້ວຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ