Copy of site cover (31)
ຜູ້ຜະລິດເຄື່ອງກິລາຊື່ດັງຈາກຍີ່ປຸ່ນ ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນສັນຍາ 3 ປີ ມູນຄ່າຫລາຍກວ່າ 3 ແສນໂດລາສະຫະລັດ
ຮຽບຮຽງໂດຍ:kaling
ເຜີຍແຜ່: 10 June, 2025
ໝວດ: ກິລາ
ຜູ້ຜະລິດເຄື່ອງກິລາຊື່ດັງຈາກຍີ່ປຸ່ນ 🇯🇵 ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນສັນຍາ 3 ປີ ມູນຄ່າຫລາຍກວ່າ 3 ແສນໂດລາສະຫະລັດ‼️
————————————-
ວັນທີ 9 ມິຖຸນາ 2025 ທີ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ, ກຸ່ມບໍລິສັດ ດົງລຶກ ຈາກປະເທດຫວຽດນາມ 🇻🇳 ໃນນາມຕົວແທນຈຳໜ່າຍ ຜະລິດເຄື່ອງກິລາຍີ່ຫໍ້ JOGARBOLA ຈາກປະເທດຍີ່ປຸ່ນ 🇯🇵 ໄດ້ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນສັນຍາ 3 ປີ (2025-2028) ມູນຄ່າຫລາຍກວ່າ 3 ແສນໂດລາສະຫະລັດ.
ລົງນາມໂດຍ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ນາງ ເລວູຮົງງອກ ຜູ້ອໍານວຍການ ຝ່າຍການຕະຫຼາດ ກຸ່ມບໍລິສັດ ດົງລຶກ ໂດຍມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫງວຽນທິຕວນ ທີ່ປຶກສາປະຈຳສະມາຄົມຫວຽດນາມປະຈໍາລາວ, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະ, ຄູຝຶກ, ນັກກີລາທີມຊາດລາວ ທັງຊຸດຍິງ ແລະ ຊາຍ ຕະຫຼອດຮອດສື່ມວນຊົນ ເຂົ້າຮ່ວມເປັນສັກຂີພະຍານ.
ໂອກາດນີ້, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ຈຸດປະສົງ ການເຊັນສັນຍາຮ່ວມມືຄັ້ງນີ້,” ທັງສອງຝ່າຍໄດ້ມີເປົ້າໝາຍ ແລະ ຄວາມມຸ້ງມາດປາດຖະໜາທີ່ຈະພັດທະນາກິລາບານເຕະຮ່ວມກັນ, ເຊິ່ງ ກຸ່ມບໍລິສັດ ດົງລຶກ ຈະເປັນຜູ້ອຸປະຖຳດັ່ງນີ້:
✅ 1. ຊຸດແຂ່ງຂັນສໍາລັບທີມຊາດ ຍິງ – ຊາຍ ທຸກຮຸ່ນອາຍຸ
✅ 2. ໝາກບານສໍາລັບການແຂ່ງຂັນ
🔹 ການແຂ່ງຂັນເຕະບານ ລາວລີກ 1
🔸 ການແຂ່ງຂັນເຕະບານ ຊີງຂັນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
🔹 ການແຂ່ງຂັນເຕະບານ ລາວລີກ ຍິງ
🔸 ການແຂ່ງຂັນເຕະບານເຍົາວະຊົນ ຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ
🔹 ການແຂ່ງຂັນບານເຕະເຍົາວະຊົນ ຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ ຊີງຂັນ ສຕລ
🔸 ການແຂ່ງຂັນ ລາວ ຟຸດຊໍ ລີກ
✅ 3. ຈະມີກິດຈະກຳກິລາບານເຕະ ຮ່ວມກັນໃນຂອບເຂດທົ່ວປະເທດ
ໂອກາດດຽວກັນ, ທ່ານ ນາງ ເລວູຮົງງອກ ຜູ້ອໍານວຍການ ຝ່າຍການຕະຫຼາດ ກຸ່ມບໍລິສັດ ດົງລຶກ ກ່າວວ່າ: ເປັນເວລາຫຼາຍກວ່າ 35 ປີ, ກຸ່ມບໍລິສັດ ດົງລຶກ ໄດ້ທຸ້ມເທເຂົ້າໃນການສະໜັບສະໜູນ ແລະ ພັດທະນາວົງການກີລາທົ່ວຫວຽດນາມ ແລະ ຕ່າງປະເທດ ເລີ່ມຈາກກິລາບານເຕະ, ບານສົ່ງ, ດອກປີກໄກ່, ເທັນນິສ ແລະ ກິລາປະເພດອື່ນໆ, ມື້ນີ້ຖືເປັນຂີດໝາຍພິເສດໃນການສະໜັບສະໜູນທີມຊາດລາວຢ່າງເປັນທາງການ.
✅ ເຄື່ອງກິລາຍີ່ຫໍ້ JOGARBOLA ພັດທະນາຄຸນນະພາບການຜະລິດລະດັບສາກົນ ດ້ວຍແຜ່ນແພທີ່ນຸ້ມນວນ, ທົນທານ, ລະບາຍເຫື່ອໄດ້ດີ ແລະ ອອກແບບຢ່າງລຽບງ່າຍ ມີເອກະລັກ.
ຂໍ້ມູນຂ່າວຈາກ : ຂ່າວກິລາ Lao National TV
Photo: LaoFF

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ