_cover (31)
ເຫດການ ກາດຍິງຢູ່ໂຮງຮຽນ "ອົດສະຕາລີ" ເສຍຊີວິດ 10 ຄົນ ມືປືນຂ້າຕົນເອງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 11 June, 2025

ມືປືນຍິງສັງຫານໝູ່ຢູ່ໂຮງຮຽນແຫ່ງໜຶ່ງໃນອົດສະຕາລີ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ສ່ວນຜູ້ກໍ່ເຫດຍິງຕົນເອງເສຍຊີວິດ ຊຶ່ງເປັນຄົນອົດສະຕາລີ ແລະ ບໍ່ເຄີຍມີປະຫວັດກໍ່ຄວາມຮຸນແຮງ

 

ເມື່ອວັນທີ 10 ມິຖຸນາ 2025 ເກີດເຫດຍິງສັງຫານໝູ່ຢູ່ໂຮງຮຽນມັດທະຍົມສຶກສາ Dreierschtzengasse ໃນເມືອງ GRAZ ທາງຕາເວັນອອກສຽງໃຕ້ຂອງປະເທດອົດສະຕາລີ ເມື່ອເວລາປະມານ 10.00 ນ. ຕາມເວລາທ້ອງຖິ່ນ ໂດຍຫຼັງເກີດເຫດມີການລະດົມກຳລັງເຈົ້າໜ້າທີ່ກວ່າ 300 ຄົນ ໄປພື້ນທີ່ເກີດເຫດ ພ້ອມປິດກັ້ນບໍລິເວນໂດຍຮອບທັນທີ

 

ລັດຖະມົນຕີກະຊວງພາຍໃນອົດສະຕາລີ ເປີດເຜີຍວ່າ ຄວາມຮຸນແຮງຂອງເຫດການຄັ້ງນີ້ສົ່ງຜົນໃຫ້ມີຜູ້ເສຍຊີວິດ 9 ຄົນ ໃນຈຳນວນນີ້ເປັນຍິງ 6 ຄົນແລະຊາຍ 3 ຄົນ ຂະນະທີ່ຕຳຫຼວດລະບຸວ່າມີຜູ້ໄດ້ຮັບບາດເຈັບ 12 ຄົນ ບາງຄົນອາການສາຫັດ ກ່ອນທີ່ສື່ທ້ອງຖິ່ນຈະລາຍງານວ່າມີຜູ້ຍິງໜຶ່ງໃນຜູ້ທີ່ໄດ້ຮັບບາດເຈັບ 1 ຄົນເສຍຊີວິດທີ່ໂຮງໝໍ ສົ່ງຜົນໃຫ້ຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນຢ່າງໜ້ອຍ 10 ຄົນ

 

 

ທາງດ້ານຕຳຫຼວດ ເປີດເຜີຍວ່າ ຜູ້ກໍ່ເຫດໄດ້ຍິງຕົນເອງເສຍຊີວິດໃນຫ້ອງນ້ຳຂອງໂຮງຮຽນຫຼັງກໍ່ເຫດ ໂດຍຜູ້ກໍ່ເຫດມີອາຍຸ 21 ປີ ແຕ່ບໍ່ໄດ້ເປີດເຜີຍຊື່ ເປັນຄົນອົດສະຕາລີ ທີ່ອາໄສຢູ່ໃນເຂດດັ່ງກ່າວ ແລະ ເປັນນັກຮຽນເກົ່າທີ່ເຄີຍຮຽນໂຮງຮຽນແຫ່ງນີ້ ແຕ່ບໍ່ໄດ້ຈົບການສຶກສາ ຂະນະນີ້ເຈົ້າໜ້າທີ່ຢູ່ລະຫວ່າງສອບສວນເພື່ອຫາແຮງຈູງໃຈ ພ້ອມລະບຸວ່າຜູ້ກໍ່ເຫດລົງມືພຽງຜູ້ດຽວ

 

ຂໍ້ມູນທີ່ມີຂະນະນີ້ຊີ້ວ່າຜູ້ກໍ່ເຫດໃຊ້ປືນ 2 ກະບອກໃນການກໍ່ເຫດ ຊຶ່ງທັງໝົດໄດ້ມາຢ່າງຖືກກົດໝາຍ ລວມທັງມີໃບອະນຸຍາດຄອບຄອງປືນ ຂະນະທີ່ສື່ທ້ອງຖິ່ນລາຍງານວ່າຜູ້ຕ້ອງສົງໃສໃຊ້ປືນພົກແລະປືນລູກຊອງກໍ່ເຫດ

 

ດ້ານເຈົ້າໜ້າທີ່ຢືນຢັນວ່າຜູ້ກໍ່ເຫດບໍ່ເຄີຍມີປະຫວັດກໍ່ເຫດຮຸນແຮງໃດໆ ສ່ວນໂຮງຮຽນທີ່ເກີດເຫດຈະງົດການຮຽນການສອນຈົນກວ່າຈະມີປະກາດເພີ່ມເຕີມ ຂະນະທີ່ພະຍານທີ່ຢູ່ໃນອາຄານທີ່ພັກອາໄສໃກ້ຄຽງກັບໂຮງຮຽນ ເປີດເຜີຍວ່າໄດ້ຍິນສຽງປືນດັງຂຶ້ນຫຼາຍຄັ້ງຕິດຕໍ່ກັນ ຄາດວ່າປະມານ 30-40 ນັດກ່ອນທີ່ຈະຟ້າວໂທແຈ້ງຕຳຫຼວດ

 

Gerhard Karner ລັດຖະມົນຕີກະຊວງພາຍໃນອົດສະຕາລີ (ຊ້າຍ) ແລະ Christian Stocker ນາຍົກລັດຖະມົນຕີອົດສະຕາລີ (ຂວາ) ແຖລງຂ່າວກ່ຽວກັບເຫດຍິງສັງຫານໝູ່ໃນໂຮງຮຽນ

 

ນາຍົກລັດຖະມົນຕີອົດສະຕາລີ ປະກາດໄວ້ອາໄລ 3 ມື້

 

ນາຍົກລັດຖະມົນຕີອົດສະຕາລີ ລະບຸວ່າ ນີ້ເປັນມື້ທີ່ມືດມົນໃນປະຫວັດສາດຂອງປະເທດ ແລະ ປະກາດວ່າເຫດຍິງສັງຫານໝູ່ດັ່ງກ່າວເປັນເຫດການທີ່ໂສກເສົ້າຂອງຊາດ ໂຮງຮຽນເປັນຫຼາຍກວ່າສະຖານທີ່ຮຽນຮູ້ ແຕ່ເປັນພື້ນທີ່ສຳລັບຄວາມໄວ້ວາງໃຈ ຄວາມຮູ້ສຶກສະບາຍໃຈ ແລະ ອະນາຄົດ ຊຶ່ງຄົນເຫຼົ່ານີ້ເປັນຄົນຫນຸ່ມສາວທີ່ຍັງມີຊີວິດອີກຍາວໄກ

 

ນອກຈາກນີ້ມີການປະກາດໄວ້ອາໄລເປັນເວລາ 3 ມື້ ພ້ອມທັງສັ່ງລົດທຸງເຄິ່ງເສົາທີ່ທຳນຽບປະທານາທິບໍດີ ຂະນະທີ່ໃນເວລາ 10.00 ນ. ວັນທີ 11 ມິຖຸນາ ຕາມເວລາທ້ອງຖິ່ນ ຈະມີການຢືນສະຫງົບນິ່ງໄວ້ອາໄລເປັນເວລາ 1 ນາທີທົ່ວປະເທດ

 

ດ້ານນາຍົກເທດສະບານທ້ອງຖິ່ນເອີ້ນເຫດການທີ່ເກີດຂຶ້ນໃນຄັ້ງນີ້ວ່າເປັນເຫດການທີ່ຮ້າຍແຮງ ຂະນະທີ່ນັກຂ່າວໜັງສືພິມທ້ອງຖິ່ນ ລະບຸວ່າ ໂຮງຮຽນອາດບໍ່ໄດ້ກະກຽມຮັບມືກັບຄວາມເປັນໄປໄດ້ທີ່ຈະຖືກໂຈມຕີ ເນື່ອງຈາກພວກເຮົາບໍ່ໄດ້ອາໄສຢູ່ໃນສະຫະລັດ ແຕ່ເຮົາອາໄສຢູ່ໃນອົດສະຕາລີ ຊຶ່ງເບິ່ງຄືວ່າຈະເປັນພື້ນທີ່ທີ່ປອດໄພຫຼາຍ

 

ຄົນອົດສະຕາລີ ວາງດອກໄມ້ໃນເມືອງ GRAZ ຮ່ວມຈູດທຽນໄວອາໄລ ຂະນະທີ່ທາງການອົດສະຕາລີ ໄດ້ປະກາດໄວ້ອາໄລແຫ່ງຊາດເປັນເວລາ 3 ວັນ

 

ປະຊາຊົນບໍລິຈາກເລືອດຊ່ວຍເຫຼືອເຫດຍິງສັງຫານໝູ່

 

ປະຊາຊົນຈຳນວນຫຼາຍໄປບໍລິຈາກເລືອດທີ່ສູນກາງຮັບບໍລິຈາກເລືອດພາຍໃນເມືອງທີ່ເກີດເຫດ ເພື່ອຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກເຫດການນີ້ ໂດຍໜຶ່ງໃນຜູ້ທີ່ມາບໍລິຈາກເລືອດລະບຸວ່າ ຮູ້ສຶກສິ້ນຫວັງເມື່ອພົບກັບເຫດດການກັບທີ່ຮ້າຍແຮງ ຄັ້ງນີ້ ຂະນະທີ່ບາງຄົນລະບຸວ່າຕ້ອງການມາບໍລິຈາກເລືອດເພາະຮູ້ສຶກວ່າເປັນສິ່ງດຽວທີ່ທຸກຄົນຈະຊ່ວຍໄດ້

 

ເຫດຮຸນແຮງຄັ້ງນີ້ຖືເປັນເຫດຍິງສັງຫານໝູ່ນອງເລືອດຫຼາຍທີ່ສຸດໃນປະຫວັດສາດຂອງອົດສະຕາລີ ທີ່ເກີດຂຶ້ນໃນຊ່ວງຫຼັງມານີ້ ໂດຍເມື່ອປີ 2020 ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບອີກ 23 ຄົນ ຫຼັງມືປືນກຸ່ມຫົວຮຸນແຮງອິສລາມກໍ່ເຫດຍິງໃນເຂດສະຖານບັນເທິງຍາມຄ່ຳຄືນໃນກຸງວຽນນາ ແລະ ໃນປີ 2016 ມືປືນກໍ່ເຫດຍິງທີ່ຄອນເສີດໃນເມືອງ Nenzing ສົ່ງຜົນໃຫ້ມີຜູ້ເສຍຊີວິດ 2 ຄົນແລະບາດເຈັບອີກ 11 ຄົນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ