_cover (33)
"ທະນາຄານໂລກ" ເຕືອນການຄ້າໂລກໃກ້ຈະຢຸດຊະງັກ ກັງວົນພາສີລຸກລາມ ຫຼຸດການເຕີບໂຕຂອງເສດຖະກິດປີ 2025 ເຫຼືອ 2.3%
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 11 June, 2025
ໝວດ: ຂ່າວ

ສຳນັກຂ່າວຣອຍເຕີລາຍງານວ່າ ທະນາຄານໂລກ (World Bank) ໄດ້ປັບຫຼຸດຄາດການເຕີບໂຕຂອງເສດຖະກິດໂລກໃນປີ 2025 ລົງ 0.4% ເຫຼືອພຽງ 2.3% ໂດຍເຕືອນວ່າອັດຕາພາສີທີ່ສູງຂຶ້ນ ແລະ ຄວາມບໍ່ແນ່ນອນທາງເສດຖະກິດທີ່ເພີ່ມຂຶ້ນ ກຳລັງກາຍເປັນແຮງຕ້ານສຳຄັນຕໍ່ເສດຖະກິດທົ່ວໂລກ

 

ທະນາຄານໂລກໄດ້ອອກລາຍງານ “Global Economic Prospects” ຊຶ່ງຈັດທຳປີລະ 2 ເທື່ອ ໄດ້ປັບຫຼຸດປະມານການເຕີບໂຕເສດຖະກິດຂອງເກືອບ 70% ຂອງປະເທດທົ່ວໂລກ ລວມມີສະຫະລັດ, ຈີນ, ຢູໂຣບ ແລະ ອີກ 6 ພາກພື້ນ ຕະຫຼາດເກີດໃໝ່ ເທົ່າກັບການຄາດການເມື່ອ 6 ເດືອນກ່ອນ ກ່ອນທີ່ປະທານາທິບໍດີ ໂດນາລ ທຣຳ  ແຫ່ງສະຫະລັດຈະເຂົ້າຮັບຕໍາແໜ່ງ

 

ທຣຳ ໄດ້ເຂົ້າມາສັ່ນສະເທືອນລະບົບການຄ້າທົ່ວໂລກດ້ວຍການຂຶ້ນພາສີນຳເຂົ້າເປັນໄລຍະໆ ສົ່ງຜົນໃຫ້ອັດຕາພາສີສະເລ່ຍ ຂອງສະຫະລັດສູງຂຶ້ນ ຈາກຕ່ຳກວ່າ 3% ໄປຢູ່ໃນລະດັບເລກສອງຫຼັກ ຊຶ່ງເປັນລະດັບສູງສຸດໃນຮອບເກືອບຮ້ອຍປີ ແລະ ນຳໄປສູ່ການຕອບໂຕ້ຈາກຈີນແລະປະເທດອື່ນໆ

 

ເຖິງແມ່ນວ່າລັດຖະບານສະຫະລັດຈະຢືນຢັນວ່າ ຜົນລົບຈາກນະໂຍບາຍການຄ້າຈະຖືກຊົດເຊີຍດ້ວຍການລົງທຶນທີ່ສູງຂຶ້ນ ແລະ ມາດຕະການຫຼຸດພາສີຊຸດໃໝ່ທີ່ກຳລັງພິຈາລະນາຢູ່ ແຕ່ທະນາຄານໂລກເຕືອນວ່າການເຕີບໂຕໃນປີນີ້ຈະອ່ອນແອທີ່ສຸດເທົ່າທີ່ເຄີຍມີມາ

 

ໃນຊ່ວງທີ່ບໍ່ເກີດພາວະຖົດຖອຍ ນັບຕັ້ງແຕ່ວິກິດການປີ 2008 ໂດຍຄາດວ່າການເຕີບໂຕສະເລ່ຍທົ່ວໂລກໃນຊ່ວງປີ 2020-2029 ຈະຢູ່ທີ່ພຽງ 2.5% ຕໍ່ປີ ຊຶ່ງຕ່ຳທີ່ສຸດໃນຮອບຫຼາຍທົດສະວັດ

 

ລາຍງານຄາດວ່າການຄ້າໂລກຈະຂະຫຍາຍຕົວ 1.8% ໃນປີ 2025 ຫຼຸດລົງຈາກ 3.4% ໃນປີ 2024 ແລະ ນ້ອຍກວ່າ 1 ໃນ 3 ຂອງອັດຕາສະເລ່ຍ 5.9% ທີ່ເຄີຍເກີດຂຶ້ນໃນຍຸກປີ 2000  ໂດຍປະມານການນີ້ໃຊ້ພື້ນຖານຈາກພາສີທີ່ມີຜົນບັງຄັບ ໃນ ທ້າຍເດືອນພຶດສະພາ ແລະ ຍັງບໍ່ລວມພາສີທີ່ທຣຳບປະກາດເມື່ອເດືອນເມສາ ຊຶ່ງຖືກເລື່ອນການໃຊ້ໄປຈົນເຖິງ 9 ກໍລະກົດ ເພື່ອເປີດທາງໃຫ້ມີການເຈລະຈາ

 

ທະນາຄານໂລກ ຍັງຄາດວ່າອັດຕາເງິນເຟີ້ໂລກຈະຢູ່ທີ່ 2.9% ໃນປີ 2025 ຊຶ່ງຍັງຄົງສູງກວ່າລະດັບກ່ອນໂຄວິດ-19 ເນື່ອງຈາກການຂຶ້ນພາສີ ແລະ ຕະຫຼາດແຮງງານທີ່ຕຶງຢູ່ ໂດຍເຕືອນວ່າ ຫາກສະຫະລັດເພີ່ມພາສີຂຶ້ນອີກ 10% ແລະ ປະເທດອື່ນຕອບໂຕ້ໃນລະດັບເທົ່າກັນ ອາດເຮັດໃຫ້ແນວໂນ້ມເສດຖະກິດໂລກໃນປີ 2025 ຫຼຸດລົງອີກ 0.5%

 

ພ້ອມກັນນີ້ລາຍງານຍັງລະບຸວ່າ ຫາກເກີດເຫດການດັ່ງກ່າວ ການຄ້າໂລກອາດຢຸດຊະງັກໃນຊ່ວງເຄິ່ງຫຼັງຂອງປີນີ້ ພ້ອມກັບຄວາມເຊື່ອໝັ້ນທີ່ພັງທະລາຍ ຄວາມບໍ່ແນ່ນອນທີ່ສູງຂຶ້ນ ແລະ ຕະຫຼາດການເງິນທີ່ປັ່ນປ່ວນ ເຖິງຢ່າງໃດກໍ່ຕາມ ທະນາຄານໂລກຍັງປະເມີນວ່າຄວາມສ່ຽງທີ່ຈະເກີດພາວະເສດຖະກິດຖົດຖອຍທົ່ວໂລກມີບໍ່ເຖິງ 10%

 

ຢ່າງໃດກໍ່ຕາມຫຼ້າສຸດເຈົ້າໜ້າທີ່ລະດັບສູງຂອງສະຫະລັດແລະຈີນ ໄດ້ເຂົ້າຮ່ວມການເຈລະຈາໃນກຸງລອນດອນ ສະຫະລາຊະອານາຈັກ ເພື່ອຜ່ອນຄາຍຄວາມຂັດແຍ້ງດ້ານການຄ້າ

 

ໂດຍສະເພາະເລື່ອງກ່ຽວກັບແຮ່ຫາຍາກຊຶ່ງອາດກະທົບຫ່ວງໂຊ່ອຸປທານທົ່ວໂລກ ແຕ່ຄວາມເຫັນຈາກ “ອາຍຮານ ໂກເຊ” ຮອງຫົວໜ້ານັກເສດຖະສາດຂອງທະນາຄານໂລກ ໃຫ້ສຳພາດກັບຣອຍເຕີວ່າ “ຄວາມບໍ່ແນ່ນອນປຽບດັ່ງໝອກເທິງລັນເວ ມັນຊະລໍການລົງທຶນ ແລະ ບັງອະນາຄົດ”

 

ທ່ານ ໂກເຊ ກ່າວວ່າ ເຖິງແມ່ນສະຖານການຍັງມືດມົນ ແຕ່ມີສັນຍານບາງຢ່າງທີ່ບົ່ງຊີ້ວ່າການເຈລະຈາທາງການຄ້າເລີ່ມຟື້ນຕົວ ແລະ ຫ່ວງໂຊ່ອຸປທານກຳລັງປັບຕົວກັບແຜນທີ່ການຄ້າໃໝ່ຂອງໂລກ ໂດຍບໍ່ເຖິງຂັ້ນລົ້ມສະລາຍ ພ້ອມຄາດວ່າອັດຕາການເຕີບໂຕຂອງການຄ້າໂລກອາດດີຂຶ້ນເລັກນ້ອຍເປັນ 2.4% ໃນປີ 2026 ແລະ ການພັດທະນາ AI ອາດຊ່ວຍກະຕຸ້ນເສດຖະກິດໄດ້ໃນລະຍະຍາວ

 

ທະນາຄານໂລກ ລະບຸວ່າ ແນວໂນ້ມເສດຖະກິດໂລກຊຸດຕົວລົງຢ່າງມີໝາຍສຳຄັນ ຕັ້ງແຕ່ເດືອນມັງກອນ 2025 ໂດຍສະເພາະໃນກຸ່ມປະເທດພັດທະນາແລ້ວ

 

ຊຶ່ງຄາດວ່າຈະເຕີບໂຕພຽງ 1.2% ໃນປີ 2025 ຫຼຸດລົງ 0.5% ຈາກຄາດການເດີມ ໂດຍສະຫະລັດຖືກຫຼຸດຄາດການລົງເຖິງ 0.9% ເຫຼືອ 1.4% ແລະ ແນວໂນ້ມປີ 2026 ຖືກປັບລົງເຫຼືອ 1.6% ດ້ວຍເຫດຜົນຈາກກຳແພງພາສີ ຄວາມບໍ່ແນ່ນອນລະດັບສູງ ແລະ ຄວາມຜັນຜວນຂອງຕະຫຼາດ

 

ດ້ານທຳນຽບຂາວຕອບໂຕ້ຂໍ້ມູນດັ່ງກ່າວທັນທີ ໂດຍໂຄສົກຂອງທຳນຽບຂາວ “ຄຸສ ເດໄຊ” ກ່າວວ່າ “ຄຳພະຍາກອນຂອງທະນາຄານໂລກບໍ່ສອດຄ້ອງກັບຂໍ້ມູນເສດຖະກິດແທ້ຈິງ ຂໍ້ມູນຫຼ້າສຸດບົ່ງຊີ້ວ່າການລົງທຶນໃນອຸປະກອນທຸລະກິດແທ້ຈິງສູງເຖິງ 25% ໃນໄຕມາດທຳອິດຂອງປີ 2025 ລາຍໄດ້ສ່ວນບຸກຄົນທີ່ແທ້ຈິງເພີ່ມຂຶ້ນ 0.7% ໃນເດືອນເມສາ ແລະ ຕົວເລກການຈ້າງງານກັບເງິນເຟີ້ດີເກີນຄາດຕິດຕໍ່ກັນ 3 ເດືອນແລ້ວ”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ