_cover (35)
ChatGPT ລົ່ມທົ່ວໂລກດົນກວ່າ 5 ຊົ່ວໂມງ ຜູ້ໃຊ້ຈຳນວນຫຼາຍບໍ່ສາມາດເຂົ້າເຖິງບໍລິການໄດ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 11 June, 2025
ໝວດ: ຂ່າວ

ວັນທີ່ 10 ມິຖຸນາ ຜູ້ໃຊ້ງານ ChatGPT ທົ່ວໂລກປະສົບບັນຫາບໍ່ສາມາດເຂົ້າໃຊ້ງານບໍລິການໄດ້ຕາມປົກກະຕິເປັນເວລາຫຼາຍຊົ່ວໂມງ ໂດຍມີລາຍງານວ່າເຫດຂັດຂ້ອງກິນເວລາດົນກວ່າ 10 ຊົ່ວໂມງ ສົ່ງຜົນໃຫ້ເກີດຄວາມບໍ່ສະດວກຕໍ່ຜູ້ໃຊ້ຈຳນວນຫຼາຍໃນຫຼາຍປະເທດ

 

ບັນຫາດັ່ງກ່າວເລີ່ມປະມານເວລາ 14:00 ນ. ຕາມເວລາໃນປະເທດລາວ ໂດຍຜູ້ໃຊ້ຈຳນວນຫຼາຍລາຍງານວ່າລະບົບສະແດງຂໍ້ຄວາມຜິດພາດ ເຊັ່ນ “A network error occurred” ຫຼື “Something went wrong” ຂະນະໃຊ້ງານ ທັງໃນເວີຊັນຟຣີ ແລະ ແບບສະໝັກສະມາຊິກ ChatGPT Plus

 

ນອກຈາກນີ້ ຍັງພົບກໍລະນີທີ່ລະບົບຕອບສະໜອງຊ້າ ຫຼື ບໍ່ສາມາດໂຫຼດໜ້າແຊັດໄດ້ເລີຍ ເວັບໄຊທ໌ Downdetector ຊຶ່ງຕິດຕາມການລາຍງານບັນຫາບໍລິການອອນລາຍແບບ ຣຽວໄທມ໌ ສະແດງກຣາຟການລາຍງານບັນຫາສູງຂຶ້ນ ໃນຊ່ວງເວລາດັ່ງກ່າວ ໂດຍສະເພາະໃນສະຫະລັດອາເມລິກາ ສະຫະລາຊະອານາຈັກ ແລະ ປະເທດໃນເອເຊຍ

 

ກຣາຟລາຍງານການຢຸດເຮັດວຽກໃນຊ່ວງ 24 ຊົ່ວໂມງທີ່ມາຜ່ານຂອງ OpenAI

 

OpenAI ຊຶ່ງເປັນຜູ້ພັດທະນາ ChatGPT ໄດ້ອອກຖະແຫຼງການສັ້ນໆ ຜ່ານໜ້າ status.openai.com ໂດຍລະບຸວ່າ “ພົບຕົ້ນຕໍຂອງບັນຫາແລ້ວ ແລະ ຢູ່ລະຫວ່າງການດຳເນີນການແກ້ໄຂ”

 

ເຖິງຢ່າງໃດກໍ່ຕາມ ຈົນເຖິງຊ່ວງຄ່ຳຂອງມື້ດຽວກັນ ຍັງບໍ່ມີການເປີດເຜີຍລາຍລະອຽດທາງເທັກນິກວ່າເຫດຜົນໃດລະບົບຈຶ່ງລົ່ມເປັນເວລາດົນປານນີ້ ໂດຍຈາກລາຍງານຂອງເວັບໄຊທ໌ The Verge ແລະ New York Post ບັນຫາດັ່ງກ່າວຖືເປັນໜຶ່ງໃນເຫດການລະບົບລົ່ມທີ່ໃຫຍ່ທີ່ສຸດຂອງ ChatGPT ນັບຕັ້ງແຕ່ເປີດໃຫ້ບໍລິການສາທາລະນະ

 

ຫຼັງຈາກເວລາ 19:00 ນ. ເປັນຕົ້ນໄປ ຕາມເວລາໃນປະເທດລາວ ຜູ້ໃຊ້ບາງສ່ວນເລີ່ມສາມາດເຂົ້າໃຊ້ງານ ChatGPT ໄດ້ອີກຄັ້ງ  OpenAI ຍັງລະບຸວ່າຍັງຢູ່ລະຫວ່າງການຕິດຕາມ ແລະ ປັບປຸງຄວາມສະຖຽນພາບຂອງລະບົບ ເພື່ອໃຫ້ບໍລິການກັບສູ່ພາວະປົກກະຕິຢ່າງເຕັມຮູບແບບ

 

ຜູ້ໃຊ້ທີ່ຍັງພົບບັນຫາສາມາດຕົວກວດສອບສະຖານະຂອງລະບົບໄດ້ຈາກເວັບໄຊທ໌ທາງການຂອງ OpenAI (status.openai.com) ຫຼື Downdetector ລວມເຖິງແນະນຳໃຫ້ ຣີເຟຣສໜ້າເວັບ ລ້າງ cache ຫຼື ທົດລອງເຂົ້າສູ່ລະບົບໃໝ່ຫາກຍັງບໍ່ສາມາດໃຊ້ງານໄດ້

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ