_cover (52)
ເຈົ້າໜ້າທີ່ໄທ ສະກັດຈັບ ໜຸ່ມລາວ ອາຍຸ25ປີ ຮັບຈ້າງຂັບລົດຂົນຢາບ້າກວ່າ 6 ລ້ານເມັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 13 June, 2025
ໝວດ: ຂ່າວ

ທະຫານພານ ຫນອງຄາຍ -ນາວິກາໂຍທິນ ເຂດຫນອງຄາຍ ສະກັດຈັບ ໜຸ່ມ ສປປ.ລາວ ຮັບຈ້າງຂັບລົດຂົນຢາບ້າຂ້າມຈັງຫວັດ ກວດຍຶດຢາບ້າກວ່າ 6 ລ້ານເມັດ

 

(12 ມິຖຸນາ 2025) ທີ່ກອງຮ້ອຍທະຫານພານທີ່ 2110 ຫນ່ວຍເສພາະກິດກົມທະຫານພານທີ່ 21 ຕຳບົນ ບ້ານມ່ວງ ອຳເພີ ສັງຄົມ

 

ເຈົ້າໜ້າທີ່ໄດ້ຮ່ວມກັນຈັບກຸມ ທ້າວວັນເພັງ (ສະຫງວນນາມສະກຸນ) ອາຍຸ 25 ປີ ຢູ່ບ້ານກ້ອນຄໍາເມືອງຫມື່ນ ແຂວງວຽງຈັນ ສປປ.ລາວ ພ້ອມຂອງກາງຢາບ້າຈໍານວນ 5,840,000 ເມັດ ລົດຍົນກະບະຍີ່ຫໍ້ ມິດຊູບິຊິໄຕຕັນ ທະບຽນຊົນບຸລີ

 

 

ການຈັບກຸມໃນຄັ້ງນີ້ສືບເນື່ອງຈາກ ຮ້ອຍເອກ  ພ້ອມພາກສ່ວນທີ່ກ່ຽວຂ້ອງ ໃຫ້ຊ່ວຍກວດສອບລົດຍົນກະບະຍີ່ຫ້ອມິດຊູບິຊິໄຕຕັນ ທະບຽນຊົນບຸລີ ທີ່ຂັບຈາກ ຕຳບົນ ຫາດຄັມພີ ອຳເພີ ປາກຊົມ ຈັງຫວັດ ເລີຍ ມາທາງ ຕຳບົນ ບ້ານມ່ວງ ອຳເພີສັງຄົມ ຈັງຫວັດ ຫນອງຄາຍ

 

 

ທ່າທາງມີພິລຸດຄາດວ່າ ຈະມີສິ່ງຜິດກົດໝາຍ ຈຶ່ງໄດ້ລາຍງານໃຫ້ ພ.ອ.ອິນທາວຸດ ທອງຄໍາ ຜບ.ສປ.ທພ.21 ຊາບ ພ້ອມສັ່ງການປະສານຝ່າຍປົກຄອງໃນພື້ນທີ່ອໍາເພີສັງຄົມ,ນາວິກາໂຍທິນເຂດຫນອງຄາຍ(ສະຖານີເຮືອສັງຄົມ) ຕັ້ງຈຸດສະກັດທີ່ບໍລິເວນໜ້າສູນບໍລິການປະຊາຊົນ ຕຳບົນ ບ້ານມ່ວງ (ຖະໜົນທາງຫຼວງໝາຍເລກ211ເລີຍ-ຫນອງຄາຍ)

 

 

ຕໍ່ມາເວລາ 01.40 ນາທີ ເຈົ້າໜ້າທີ່ພົບລົດຍົນກະບະຍີ່ຫໍ້ ມິດຊູບິຊິໄຕຕັນ ທະບຽນຊົນບຸລີ ວິ່ງຜ່ານຈຸດກວດດ້ວຍຄວາມໄວສູງ ເຈົ້າໜ້າທີ່ທີ່ກຽມພ້ອມຢູ່ແລ້ວ ຈຶ່ງໄດ້ຂັບລົດຕິດຕາມ

 

 

ຈົນກະທັ່ງນຳມາທັນທີ່ບ້ານຕາດເສີມ ຕຳບົນ ບ້ານມ່ວງ ອຳເພີ ສັງຄົມ ລົດກະບະໄດ້ເສຍຫຼັກລົງຂ້າງທາງ ເຈົ້າໜ້າທີ່ຈຶ່ງເຂົ້າກວດສອບລົດ ແລະ ຄວບຄຸມຄົນຂັບໄວ້ໄດ້ ຕໍ່ມາຈຶ່ງຮູ້ຊື່ ທ້າວວັນເພັງ ຄົນລາວ ອາຍຸ 25ປີ

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-07T164936.884
ອິສຣາເອນໂຈມຕີຮູຕີ ຄັ້ງທຳອິດຫລັງຈາກຢຸດຍິງອີຣ່ານ
_cover - 2025-07-07T143637.371
ທຣັມ ກຽມສົ່ງຈົດໝາຍແຈ້ງການເກັບພາສີໄປຍັງປະເທດຕ່າງໆທົ່ວໂລກ ຕັ້ງແຕ່ເວລາ 23:00 ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາປະເທດລາວ
_cover - 2025-07-07T135934.114
ພາຍຸ "ດານັສ" ຖະລົ່ມໄຕ້ຫວັນ ເສຍຊີວິດ 2 ຄົນ ບາດເຈັບເກີນ 300 ຄົນ
_cover - 2025-07-07T130311.646
ງານວິໄຈເປີດເຜີຍ ສີປະສົມອາຫານສົ່ງຜົນໃຫ້ເດັກນ້ອຍສະມາທິສັ້ນ - ໂລກມະເຮັງ ໂດຍສະເພາະສີແດງ
_cover - 2025-07-07T105647.518
ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ກໍ່ເຫດຄາດຕະກຳ ແມ່ເຖົ້າ ອາຍຸ 87 ປີ ເອົາຊັບໄປໃຊ້ໜີ້
_cover - 2025-07-07T103429.434
ຍີ່ປຸ່ນກຽມຂາຍ 'ເຮືອພິຄາດມືສອງ' ໃຊ້ງານມາ 30 ປີໃຫ້ຟີລິບປິນໃຊ້ຕ້ານອິດທິພົນ 'ຈີນ'
_cover - 2025-07-07T100053.816
ເຢຍລະມັນຄົ້ນພົບ "ໂຮງງານໄຂມັນ" ໂບຮານ ໂດຍມະນຸດນີແອນເດີທານ ຍຸກກ່ອນປະຫວັດສາດເມື່ອປະມານ 125,000 ປີກ່ອນ
_cover - 2025-07-07T092345.589
ນ້ຳຖ້ວມລັດເທັກຊັສ ຜູ້ເສຍຊີວິດເພີ່ມຂຶ້ນບໍ່ຢຸດ ຫຼ້າສຸດພົບຜູ້ເສຍຊີວິດລວມ 78 ຄົນ
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
ຢ່າລື່ມກົດຕິດຕາມ