site cover1 (3)
ແມນຍູ ເຂົ້າຫາ ເອມິເລີຍໂນ່ ມາຕີເນສ ຮັກສາປະຕູໃຫ້ແທນ ໂອນານາ
ຮຽບຮຽງໂດຍ:kaling
ເຜີຍແຜ່: 16 June, 2025
ໝວດ: ກິລາ

ແມນເຊສເຕີ ຢູໄນເຕັດ ເລີ່ມຕົ້ນຕິດຕໍ່ ເອມິເລີຍໂນ່ ມາຕີເນສ ນາຍທວານຂອງ ແອສຕັນ ວິລລາ ດ້ວຍຄວາມຫວັງທີ່ຈະດຶງມາແທນ ອ່ອງເດຣ ໂອນານາ ຫຼັງຈາກມີຂ່າວວ່າຕົວເຂົາເອງສົນໃຈທີ່ຈະຍ້າຍມາເຂົ້າຮ່ວມ “ປີສາດແດງ” ຕາມລາຍງານຈາກສື່ມວນຊົນອາເຈນຕິນາ

ນາຍທວານຫຼັກຂອງ ແມນຍູ ໃນເວລານີ້ແມ່ນ ອ່ອງເດຣ ໂອນານາ ແຕ່ວ່າ ຕົວເຂົາເອງໄດ້ເຮັດໃຫ້ເກີດຄວາມຜິດພາດມາຕະຫຼອດ ຈົນຫຼາຍຝ່າຍຢາກໃຫ້ມີການປ່ຽນແປງໃນຊ່ວງຮ້ອນນີ້ ໃນຂະນະທີ່ ນາຍທວານທີມຊາດອາເຈນຕິນາ ອາຍຸ 32 ປີ ກໍຄືກັບວ່າຈະພ້ອມທີ່ຈະອຳລາ ແອສຕັນ ວິລລາ ເຊັ່ນກັນ

ເລໂອ ປາຣາດິໂຊ່ ນັກຂ່າວຂອງ ອີເອສພີເອັນ ອາເຈນຕິນາ ລາຍງານວ່າ “ການສົນທະນາໄດ້ເລີ່ມແລ້ວ ມີການຕິດຕໍ່ເພື່ອໃຫ້ ມາຕີເນສ ສາມາດມາເຂົ້າຮ່ວມທີມ ແມນເຊສເຕີ ຢູໄນເຕັດ”

“ຈາກທຸກໆຄວາມເປັນໄປໄດ້ທີ່ລາວມີໃນອະນາຄົດອັນໃກ້ນີ້ ແມນເຊສເຕີ ຢູໄນເຕັດ ແມ່ນສິ່ງທີ່ເຮັດໃຫ້ລາວຕື່ນເຕັ້ນຫຼາຍທີ່ສຸດ”

“ສະໂມສອນຕ່າງໆ ກຳລັງນຳໃຊ້ເວລາຂອງພວກເຂົາ ແຕ່ແມ່ນແລ້ວ ຂ້ອຍສາມາດຢືນຢັນໄດ້ວ່າ ການຕິດຕໍ່ລະຫວ່າງ ແມນຍູ ກັບ ມາຕີເນສ ໄດ້ເລີ່ມຂຶ້ນແລ້ວ” ປາຣາດິໂຊ່ ປິດທ້າຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 18 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,418
21,694
thailand (1)
THB
658.08
668.21
european-union
EUR
23,836
24,313
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-18T165025.789
ເຕືອນການສັນຈອນເສັ້ນທາງເມືອງເງິນ ເສັ້ນທາງເມືອງເງິນ ແຂວງໄຊຍະບູລີ ຫາ ເມືອງແບງ ແຂວງອຸດົມໄຊ ແມ່ນການສັນຈອນຫຍຸ້ງຍາກ
_cover - 2025-07-18T162909.796
ແຈ້ງເຕືອນໄພ ພາຍຸໜູນເຂດຮ້ອນ ວິພາ (wipha) ໃນລະຫວ່າງວັນທີ 21-23 ກໍລະກົດ 2025
pele - 2025-07-18T160649.842
ຝຶກຊ້ອມ ກຽມພ້ອມໃຫ້ການຊ່ວຍເຫລືອສັງຄົມ ກໍລະນີເກີດເຫດໄພນ້ຳຖ້ວມ
_cover - 2025-07-18T153533.877
ໄຟໄໝ້ເວທີຫຼັກ Tomorrowland ປະເທດເບລຢຽມເສຍຫາຍໜັກ ກ່ອນເປີດງານເທດສະການດົນຕີລະດັບໂລກພຽງບໍ່ເທົ່າໃດມື້
pele - 2025-07-18T151359.174
ເມືອງປາກແຊງ ເລັ່ງຕັດທາງເວັ້ນຊົ່ວຄາວຈຸດເສັ້ນທາງຂາດ ເຂດບ້ານສະຄີງ
_cover - 2025-07-18T150508.021
Googleປະກາດເປີດຕົວໂມເດວ AI ດ້ານສຸຂະພາບ 2 ຕົວໃໝ່ຫຼ້າສຸດ Google DeepMind ເປີດຕົວ MedGemma ຜູ້ຊ່ວຍໃໝ່ສຳລັບວົງການແພດ
_cover - 2025-07-18T142440.800
ກັກໂຕກຸ່ມນາຍໜ້າຄ້າມະນຸດ (ກໍລະນີແຕ່ງດອງແອບແຝງ) ຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ ຈຳນວນ 03 ຄົນ, ເປັນຄົນຕ່າງປະເທດ 02 ຄົນ
pele - 2025-07-18T135615.038
ກະຊວງ ວທ ສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
_cover - 2025-07-18T134644.830
ໃຜມີແຜນຈະໄປອາເມລິກາຕ້ອງຈ່າຍເພີ່ມ ສະຫະລັດຂຶ້ນຄ່າທຳນຽມວີຊ່າ ແລະ ຄ່າເດີນທາງປີ 2025
_cover - 2025-07-18T111910.830
"ດູໄບ" ຕັ້ງເປົ້າແກ້ໄຂບັນຫາການຈະລາຈອນດ້ວຍ "ແທັກຊີ່ບິນໄດ້" Joby Air Taxi ໃນປີ 2026
ຢ່າລື່ມກົດຕິດຕາມ