site cover1 (11)
Anker ເອີ້ນຄືນ Powerbank ລຸ້ນ Powercore10000 ເນື່ອງຈາກມີຄວາມສ່ຽງຕໍ່ການເກີດໄຟໄໝ້
ຮຽບຮຽງໂດຍ:kaling
ເຜີຍແຜ່: 16 June, 2025

Anker ເອີ້ນຄືນ Powerbank ລຸ້ນ Powercore10000 (ລຸ້ນໂມເດວ A1263) ຊຶ່ງພົບປະມານ 1,158,000 ເຄື່ອງ ເນື່ອງຈາກພົບຄວາມສ່ຽງຈາກແບັດເຕີຣີລິທຽມໄອອອນທີ່ອາດເຮັດໃຫ້ເຄື່ອງຮ້ອນເກີນຈົນເກີດໄຟໄໝ້ຫຼືລະເບີດ ສົ່ງຜົນໃຫ້ມີບົດລາຍງານເຫດການ 19 ຄັ້ງ ຊຶ່ງລວມເຖິງໄຟໄໝ້ແລະການລະເບີດ ພ້ອມມີບົດລາຍງານການບາດເຈັບເລັກນ້ອຍ 2 ຄົນ ແລະຄວາມເສຍຫາຍຕໍ່ຊັບສິນກວ່າ 60,700 ໂດລາ

ລາຍລະອຽດລຸ້ນທີ່ເອີ້ນຄືນ

  • ພາວເວີແບງ Powercore10000 ທຸກສີ (ດຳ, ຟ້າ, ແດງ, ຂາວ) ໃນລຸ້ນ A1263 ແມ່ນກຸ່ມທີ່ໄດ້ຮັບຜົນກະທົບ
  • ຕ້ອງກວດສອບເລກຊີເຣຍວໃນເຄື່ອງກັບຂໍ້ມູນຈາກເວັບໄຊ Anker

ວິທີກວດສອບວ່າເຄື່ອງຂອງທ່ານໄດ້ຮັບຜົນກະທົບຫຼືບໍ່

  1. ຢຸດການນຳໃຊ້ທັນທີ
  2. ກວດສອບເລກໂມເດວ: A1263 ແລະເບິ່ງເລກຊີເຣຍວທີ່ດ້ານລຸ່ມເຄື່ອງ
  3. ໄປທີ່ໜ້າ Product Recalls ຂອງ Anker ເພື່ອກວດສອບເລກຊີເຣຍວ

ວິທີດຳເນີນການຫາກພົບວ່າເຄື່ອງຂອງທ່ານຢູ່ໃນກຸ່ມເອີ້ນຄືນ

  • ເລືອກຮັບພາວເວີແບງລຸ້ນໃໝ່ (A1388) ແທນເຄື່ອງເກົ່າ
  • ຫຼືເລືອກຮັບບັດຂອງຂວັນມູນຄ່າ 30 ໂດລາ ສຳລັບໃຊ້ຊື້ສິນຄ້າໃນເວັບໄຊ Anker
  • ສົ່ງຮູບຖ່າຍເຄື່ອງ ພ້ອມເລກຊີເຣຍວແລະຂຽນຄຳວ່າ “recalled” ເພື່ອຢືນຢັນ
  • ເຄື່ອງເກົ່າຄວນຖືກນຳໄປຖິ້ງທີ່ສູນຮັບຣີໄຊເຄີນແບັດເຕີຣີລິທຽມໂດຍສະເພາະ

ສາເຫດການເອີ້ນຄືນ ແບັດເຕີຣີສຳຮອງ ຫາກເກັບໄວ້ນານຫຼາຍປີມີໂອກາດເສື່ອມຄຸນນະພາບແລະລັດວົງຈອນຈົນເກີດຄວາມຮ້ອນເກີນ ເຖິງແມ່ນວ່າເຫດການຈະບໍ່ຮ້າຍແຮງຫຼາຍ ແຕ່ Anker ຕັດສິນໃຈປ້ອງກັນໄວ້ກ່ອນເພື່ອຄວາມປອດໄພຂອງຜູ້ບໍລິໂພກ

ຂ່າວຈາກ: https://www.anker.com/a1263-recall

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-08T085401.756
ປກສ ແຂວງບໍ່ແກ້ວ ຈັບຕົວ ຊາຍ 2 ຄົນ ໃຊ້ລົດເມຂົນຢາເສບຕິດ 277 ມັດ
_cover - 2025-07-07T164936.884
ອິສຣາເອນໂຈມຕີຮູຕີ ຄັ້ງທຳອິດຫລັງຈາກຢຸດຍິງອີຣ່ານ
_cover - 2025-07-07T143637.371
ທຣັມ ກຽມສົ່ງຈົດໝາຍແຈ້ງການເກັບພາສີໄປຍັງປະເທດຕ່າງໆທົ່ວໂລກ ຕັ້ງແຕ່ເວລາ 23:00 ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາປະເທດລາວ
_cover - 2025-07-07T135934.114
ພາຍຸ "ດານັສ" ຖະລົ່ມໄຕ້ຫວັນ ເສຍຊີວິດ 2 ຄົນ ບາດເຈັບເກີນ 300 ຄົນ
_cover - 2025-07-07T130311.646
ງານວິໄຈເປີດເຜີຍ ສີປະສົມອາຫານສົ່ງຜົນໃຫ້ເດັກນ້ອຍສະມາທິສັ້ນ - ໂລກມະເຮັງ ໂດຍສະເພາະສີແດງ
_cover - 2025-07-07T105647.518
ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ກໍ່ເຫດຄາດຕະກຳ ແມ່ເຖົ້າ ອາຍຸ 87 ປີ ເອົາຊັບໄປໃຊ້ໜີ້
_cover - 2025-07-07T103429.434
ຍີ່ປຸ່ນກຽມຂາຍ 'ເຮືອພິຄາດມືສອງ' ໃຊ້ງານມາ 30 ປີໃຫ້ຟີລິບປິນໃຊ້ຕ້ານອິດທິພົນ 'ຈີນ'
_cover - 2025-07-07T100053.816
ເຢຍລະມັນຄົ້ນພົບ "ໂຮງງານໄຂມັນ" ໂບຮານ ໂດຍມະນຸດນີແອນເດີທານ ຍຸກກ່ອນປະຫວັດສາດເມື່ອປະມານ 125,000 ປີກ່ອນ
_cover - 2025-07-07T092345.589
ນ້ຳຖ້ວມລັດເທັກຊັສ ຜູ້ເສຍຊີວິດເພີ່ມຂຶ້ນບໍ່ຢຸດ ຫຼ້າສຸດພົບຜູ້ເສຍຊີວິດລວມ 78 ຄົນ
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
ຢ່າລື່ມກົດຕິດຕາມ